ນາງຣຸດ 2:20 - ພຣະຄຳພີສັກສິ20 ນາງນາໂອມີຈຶ່ງເວົ້າວ່າ, “ຂໍພຣະເຈົ້າຢາເວອວຍພອນໂບອາດເທີ້ນ ດ້ວຍວ່າ, ພຣະອົງຮັກສາຄຳສັນຍາຂອງພຣະອົງທີ່ມີໄວ້ກັບຜູ້ທີ່ຍັງມີຊີວິດຢູ່ ແລະທັງຜູ້ທີ່ໄດ້ຕາຍໄປແລ້ວດ້ວຍ.” ນາງນາໂອມີເວົ້າຕໍ່ໄປອີກວ່າ, “ຊາຍຜູ້ນັ້ນເປັນພີ່ນ້ອງທີ່ໃກ້ຊິດກັບພວກເຮົາ ເປັນຜູ້ໜຶ່ງທີ່ມີໜ້າທີ່ຮັບຜິດຊອບເບິ່ງແຍງພວກເຮົາ.” Uka jalj uñjjattʼäta |
ຂ້ອຍຄິດວ່າເຈົ້າຄວນຮູ້ໃນເລື່ອງນີ້. ບັດນີ້ ຖ້າເຈົ້າຕ້ອງການທົ່ງນານັ້ນ ໃຫ້ເຈົ້າຊື້ເອົາຊ້ອງໜ້າພວກທີ່ນັ່ງຢູ່ນີ້. ແຕ່ຖ້າເຈົ້າບໍ່ຕ້ອງການຊື້ກໍໃຫ້ເວົ້າມາໂລດ ຍ້ອນສິດທິໃນການຊື້ທົ່ງນານີ້ເປັນຂອງເຈົ້າກ່ອນ ແລ້ວຈຶ່ງເປັນຂອງຂ້ອຍ.” ຊາຍຄົນນີ້ຈຶ່ງຕອບວ່າ, “ຂ້ອຍຈະຊື້ທົ່ງນານັ້ນ.”