18 ນາງນຳເອົາເຂົ້ານັ້ນກັບເມືອໃນເມືອງ ເພື່ອໃຫ້ຍ່າເບິ່ງວ່າຕົນເກັບໄດ້ຫລາຍເທົ່າໃດ. ນາງຍັງໄດ້ເອົາອາຫານທີ່ເຫຼືອກິນນັ້ນໃຫ້ຍ່າດ້ວຍ.
ແຕ່ຖ້າແມ່ໝ້າຍຄົນໃດມີລູກ ຫລືຫລານ ກໍໃຫ້ລູກຫລານນັ້ນຮຽນຮູ້ປະຕິບັດໜ້າທີ່ທາງສາສະໜາ ແກ່ຄອບຄົວຂອງເຂົາເອງ ຄືໃຫ້ຕອບບຸນແທນຄຸນຂອງພໍ່ແມ່ ເພາະການກະທຳຢ່າງນີ້ ເປັນທີ່ພໍພຣະໄທພຣະເຈົ້າ.
ຍາມກິນເຂົ້າ ໂບອາດກໍບອກນາງວ່າ, “ຈົ່ງໄປເອົາເຂົ້າມາຈໍ້ານໍ້າແຈ່ວກິນແມ.” ດັ່ງນັ້ນ ນາງຣຸດຈຶ່ງໄປນັ່ງກັບພວກຄົນງານ ແລະໂບອາດກໍຍື່ນເຂົ້າຂົ້ວບາງສ່ວນໃຫ້ນາງກິນ. ນາງກິນຈົນອີ່ມແລະຈົນເຫຼືອ.
ນາງຣຸດຈຶ່ງເກັບເອົາຮວງເຂົ້າຢູ່ຕາມທົ່ງນາຈົນຄໍ່າ. ຫລັງຈາກຟາດເຂົ້າແລ້ວ ນາງຈຶ່ງໄດ້ເຂົ້າປະມານສິບກິໂລກຼາມ.