ພວກເຂົາເຫຼົ່ານີ້ໄດ້ນຳເອົາຖ້ວຍ, ໝໍ້ດິນ, ເຄື່ອງຢູ່ເຄື່ອງນອນ ແລະອາຫານການກິນມາໃຫ້ກະສັດດາວິດກັບພັກພວກຂອງເພິ່ນ ເຊັ່ນ: ເຂົ້າສາລີ, ເຂົ້າເດືອຍ, ແປ້ງ, ເຂົ້າຂົ້ວ, ໝາກຖົ່ວ, ນໍ້າເຜິ້ງ, ເນີຍແຂງ, ນໍ້ານົມຂຸ້ນ ແລະແກະ. ພວກເຂົາຮູ້ວ່າກະສັດກັບຄົນຂອງເພິ່ນຕ້ອງຫິວເຂົ້າຫິວນໍ້າ ແລະອິດເມື່ອຍໃນການເດີນທາງຜ່ານຖິ່ນແຫ້ງແລ້ງກັນດານ.