Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:13 - ພຣະຄຳພີສັກສິ

13 ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”

Uka jalj uñjjattʼäta Copia luraña




ນາງຣຸດ 2:13
15 Jak'a apnaqawi uñst'ayäwi  

ເມື່ອ​ຄົນນຳຂ່າວ​ກັບຄືນ​ມາ ພວກເຂົາ​ຈຶ່ງ​ເລົ່າ​ໃຫ້​ຢາໂຄບ​ຟັງ​ວ່າ, “ພວກເຮົາ​ໄດ້​ໄປ​ຫາ​ເອຊາວ​ອ້າຍ​ຂອງທ່ານ​ແລ້ວ ແລະ​ເພິ່ນ​ກຳລັງ​ອອກ​ເດີນທາງ​ມາ​ພົບ​ທ່ານ ພ້ອມ​ທັງ​ມີ​ຄົນ​ມາ​ນຳ​ສີ່ຮ້ອຍ​ຄົນ.”


ຢາໂຄບ​ເວົ້າ​ວ່າ, “ບໍ່ແມ່ນ​ຢ່າງ​ນັ້ນ ຖ້າ​ອ້າຍ​ກະລຸນາ​ນ້ອງ​ແລ້ວ ຈົ່ງ​ຮັບ​ເອົາ​ຂອງຕ້ອນ​ນີ້​ເຖີດ. ເຫັນ​ໜ້າ​ອ້າຍ​ກໍ​ເທົ່າ​ກັບ​ໄດ້​ເຫັນ​ໜ້າ​ພຣະເຈົ້າ ດຽວ​ນີ້​ອ້າຍ​ດີ​ຕໍ່​ນ້ອງ​ແທ້ໆ.


ເອຊາວ​ເວົ້າ​ວ່າ, “ຖ້າດັ່ງນັ້ນ ອ້າຍ​ຈະ​ປະ​ຄົນ​ຂອງ​ອ້າຍ​ບາງຄົນ​ໄວ້​ກັບ​ນ້ອງ.” ແຕ່​ຢາໂຄບ​ຕອບ​ວ່າ, “ນ້ອງ​ເຫັນວ່າ​ບໍ່ມີ​ຄວາມ​ຈຳເປັນ​ດອກ ເພາະ​ນ້ອງ​ຕ້ອງການ​ຄວາມ​ກະລຸນາ​ຈາກ​ອ້າຍ​ຫລາຍກວ່າ.”


ເອຊາວ​ຈຶ່ງ​ຖາມ​ວ່າ, “ຖ້າດັ່ງນັ້ນ ໝວດ​ທີ່​ອ້າຍ​ພົບ​ມາ​ກ່ອນ​ຫັ້ນ​ເດ ແມ່ນ​ພວກ​ໃດ?” ຢາໂຄບ​ຕອບ​ວ່າ, “ພວກ​ນັ້ນ​ແມ່ນ​ນ້ອງ​ໄດ້​ສົ່ງ​ໄປ​ຂໍ​ຄວາມ​ກະລຸນາ​ຈາກ​ອ້າຍ.”


ແຕ່​ເມື່ອ​ເຫັນ​ນາງ​ງາມ​ດືງດູດ​ໃຈ​ຫລາຍ ລາວ​ຈຶ່ງ​ຫລົງ​ຮັກ​ນາງ ແລະ​ພະຍາຍາມ​ໃຫ້​ນາງ​ຮັກ​ຕົນ​ຄືນ.


ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດົນ​ບັນດານ​ໃຫ້​ຊາຍ​ຜູ້ນັ້ນ ມີ​ຄວາມ​ເມດຕາ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ເພິ່ນ​ຈະ​ປ່ອຍ​ຊີເມໂອນ ແລະ​ເບັນຢາມິນ​ໃຫ້​ກັບຄືນ​ມາ. ສຳລັບ​ພໍ່​ແລ້ວ ຖ້າ​ວ່າ​ຈະ​ສູນເສຍ​ລູກ​ທັງສອງ​ກໍ​ຕ້ອງ​ຈຳເປັນ.”


ກະສັດ​ກ່າວ​ແກ່​ຊີບາ​ວ່າ, “ທຸກສິ່ງ​ທີ່​ເປັນ​ຂອງ​ເມຟີໂບເຊັດ​ກໍ​ເປັນ​ຂອງ​ເຈົ້າ.” ຊີບາ​ຕອບ​ວ່າ, “ຂ້າແດ່​ພະຣາຊາ ຂ້ານ້ອຍ​ຍິນດີ​ຮັບໃຊ້​ທ່ານ ຂໍ​ໃຫ້​ຂ້ານ້ອຍ​ເປັນ​ທີ່​ພໍໃຈ​ຂອງທ່ານ​ເລື້ອຍໆ​ເທີ້ນ.”


ການ​ຢຳເກງ​ພຣະເຈົ້າຢາເວ​ເປັນ​ການ​ຮຽນຮູ້​ໃນ​ຕົວ, ຄົນ​ທີ່​ຖ່ອມຕົວ​ລົງ​ກໍໄດ້​ຮັບ​ກຽດ.


ແລ້ວ​ນາງ​ກໍ​ຈະ​ເອີ້ນ​ເຮົາ​ອີກ​ຄັ້ງ​ໜຶ່ງ​ວ່າ​ເປັນ​ຜົວ​ຂອງ​ນາງ ນາງ​ຈະ​ບໍ່​ເອີ້ນ​ເຮົາ​ຕໍ່ໄປ​ວ່າ​ພະບາອານ​ຂອງ​ນາງ.


ຢ່າ​ເຮັດ​ສິ່ງໃດ​ໃນ​ທາງ​ຊີງດີ​ຫລື​ຖືດີ​ກັນ ແຕ່​ຈົ່ງ​ຖ່ອມໃຈ​ລົງ ຖື​ວ່າ​ຄົນອື່ນ​ດີກວ່າ​ຕົນ.


ຕໍ່ມາ​ຄົນເລວີ​ຜູ້​ນີ້​ກໍ​ຕັດສິນໃຈ​ຕາມ​ນາງ​ໄປ ແລະ​ພະຍາຍາມ​ຊັກຊວນ​ນາງ​ໃຫ້​ຄືນ​ເມືອ​ຢູ່​ກັບ​ຕົນ. ລາວ​ພາ​ຄົນ​ຮັບໃຊ້​ກັບ​ລໍ​ສອງ​ໂຕ​ຂອງຕົນ​ໄປ​ນຳ. ນາງ​ໄດ້​ພາ​ຜົວ​ທີ່​ເປັນ​ຄົນເລວີ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ພໍ່​ຂອງ​ນາງ​ເຫັນ​ຄົນເລວີ​ຜູ້​ນີ້ ເພິ່ນ​ກໍ​ຮັບ​ຕ້ອນ​ລາວ​ດ້ວຍ​ຄວາມ​ຈິງໃຈ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຕອບແທນ​ຄຸນງາມ​ຄວາມດີ​ທີ່​ເຈົ້າ​ໄດ້​ສ້າງ​ມາ​ນັ້ນ​ເຖີດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ບຳເໜັດ​ອັນ​ລົ້ນເຫລືອ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ເຈົ້າ​ມາ​ເພິ່ງພາ​ອາໄສ​ນີ້​ເທີ້ນ.”


ຍາມ​ກິນ​ເຂົ້າ ໂບອາດ​ກໍ​ບອກ​ນາງ​ວ່າ, “ຈົ່ງ​ໄປ​ເອົາ​ເຂົ້າ​ມາ​ຈໍ້າ​ນໍ້າແຈ່ວ​ກິນ​ແມ.” ດັ່ງນັ້ນ ນາງຣຸດ​ຈຶ່ງ​ໄປ​ນັ່ງ​ກັບ​ພວກ​ຄົນງານ ແລະ​ໂບອາດ​ກໍ​ຍື່ນ​ເຂົ້າຂົ້ວ​ບາງສ່ວນ​ໃຫ້​ນາງ​ກິນ. ນາງ​ກິນ​ຈົນ​ອີ່ມ​ແລະ​ຈົນ​ເຫຼືອ.


ນາງ​ຕອບ​ເພິ່ນ​ວ່າ, “ຂໍ​ທ່ານ​ຈົ່ງ​ຄິດ​ເມດຕາ​ຂ້ານ້ອຍ​ເລື້ອຍ​ໄປ​ແດ່ທ້ອນ.” ແລ້ວ​ນາງ​ກໍ​ຈາກ​ໄປ. ນາງ​ເລີ່ມ​ກິນ​ເຂົ້າ​ແດ່​ເລັກນ້ອຍ​ແລະ​ບໍ່ໄດ້​ໂສກເສົ້າ​ອີກ​ຕໍ່ໄປ.


ນາງ​ອາບີກາຍ​ກົ້ມ​ຂາບລົງ ແລະ​ຕອບ​ວ່າ, “ຂ້ອຍ​ເອງ​ເປັນ​ຜູ້ຮັບໃຊ້​ຂອງ​ເພິ່ນ ແລະ​ພ້ອມແລ້ວ​ທີ່​ຈະ​ລ້າງ​ຕີນ​ໃຫ້​ພວກ​ຜູ້ຮັບໃຊ້​ຂອງ​ເພິ່ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka