Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:12 - ພຣະຄຳພີສັກສິ

12 ຂໍ​ໃຫ້​ພຣະເຈົ້າຢາເວ​ຕອບແທນ​ຄຸນງາມ​ຄວາມດີ​ທີ່​ເຈົ້າ​ໄດ້​ສ້າງ​ມາ​ນັ້ນ​ເຖີດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ບຳເໜັດ​ອັນ​ລົ້ນເຫລືອ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ເຈົ້າ​ມາ​ເພິ່ງພາ​ອາໄສ​ນີ້​ເທີ້ນ.”

Uka jalj uñjjattʼäta Copia luraña




ນາງຣຸດ 2:12
29 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດັ່ງ​ແກ້ວຕາ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ປົກບັງ​ຂ້ານ້ອຍ​ໄວ້​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ ແລະ​ຊົງ​ປົກປ້ອງ​ຂ້ານ້ອຍ​ໄວ້​ຈາກ​ການ​ໂຈມຕີ​ຂອງ​ຄົນຊົ່ວຮ້າຍ​ດ້ວຍ.


ເຮັດ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ມີ​ຄວາມ​ຮອບຮູ້​ດີ ຂ້ານ້ອຍ​ໄດ້​ບຳເໜັດ​ເພາະ​ເຊື່ອຟັງ​ກົດບັນຍັດ​ເຫຼົ່ານີ້.


ຂ້າແດ່​ພຣະເຈົ້າ ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ນັ້ນ​ກໍ​ປະເສີດ​ຍິ່ງ ມະນຸດ​ພົບພໍ້ ການ​ຄຸ້ມຄອງ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.


ປະຊາຊົນ​ຈະ​ເວົ້າ​ວ່າ, “ຄົນ​ຊອບທຳ​ຈະ​ໄດ້​ບຳເໜັດ ແມ່ນແທ້​ມີ​ພຣະເຈົ້າ​ເປັນ​ຜູ້ຕັດສິນ​ໂລກນີ້.”


ຊົ່ວຊີວິດ​ຂອງ​ຂ້ານ້ອຍ​ນີ້ ຂໍ​ຊົງ​ໂຜດ​ໃຫ້​ໄດ້​ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ຂໍ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ທີ່​ປອດໄພ​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ​ດ້ວຍ.


ເພາະ​ພຣະອົງ​ເປັນ​ພຣະ​ຜູ້ໂຜດຊ່ວຍ​ສະເໝີ​ມາ ຂ້ານ້ອຍ​ຈຶ່ງ​ຮ້ອງເພງ​ຍິນດີ​ໃຕ້​ຮົ່ມ​ປີກ​ຂອງ​ພຣະເຈົ້າ.


ພຣະອົງ​ຈະ​ປົກຕຸ້ມ​ເຈົ້າ​ໄວ້​ດ້ວຍ​ປີກ​ຂອງ​ພຣະອົງ ແລະ​ເຈົ້າ​ຈະ​ປອດໄພ​ເພາະ​ພຣະອົງ​ຮັກສາ​ໄວ້. ຄວາມສັດຊື່​ຂອງ​ພຣະອົງ​ນັ້ນ​ຈະ​ປົກປ້ອງ​ຄຸ້ມຄອງ ແລະ​ທັງ​ຈະ​ປ້ອງກັນ​ຮັກສາ​ເຈົ້າ​ໄວ້​ດ້ວຍ.


ຄົນ​ຊົ່ວຮ້າຍ​ບໍ່ໄດ້​ຮັບ​ສິ່ງໃດສິ່ງໜຶ່ງ​ເລີຍ, ແຕ່​ຄົນ​ທີ່​ຫວ່ານ​ຄວາມ​ຊອບທຳ ຍ່ອມ​ໄດ້​ຮັບ​ບຳເໜັດ​ເປັນ​ແນ່ແທ້.


ຖ້າ​ເປັນ​ດັ່ງນີ້ ເຈົ້າ​ຈະ​ມີ​ອະນາຄົດ​ອັນ​ແຈ່ມໃສ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນໍ້າຕາ​ຂອງເຈົ້າ​ສາ ທຸກສິ່ງ​ທີ່​ເຈົ້າ​ໄດ້​ກະທຳ​ເພື່ອ​ລູກ​ຂອງເຈົ້າ​ນັ້ນ ຈະ​ເສຍລ້າໆ​ໂດຍ​ບໍ່ໄດ້​ຮັບ​ບຳເໜັດ​ກໍ​ບໍ່​ຫ່ອນ​ເປັນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ພວກເຂົາ​ຈະ​ກັບ​ມາ​ຈາກ​ດິນແດນ​ສັດຕູ​ຂອງ​ພວກເຂົາ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ຈົ່ງ​ເປັນ​ສຸກ​ແລະ​ຈົ່ງ​ຊົມຊື່ນ​ຍິນດີ​ເຖີດ ເພາະ​ພວກເຈົ້າ​ມີ​ບຳເໜັດ​ອັນ​ຍິ່ງໃຫຍ່​ໃນ​ສະຫວັນ​ແລ້ວ ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ຂົ່ມເຫັງ​ຢ່າງ​ດຽວກັນ​ນີ້​ແຫຼະ.”


“ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ຖືສິນ​ກິນທານ​ຕໍ່ໜ້າ​ປະຊາຊົນ​ເພື່ອ​ເປັນ​ການ​ອວດ​ຄົນ ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ພວກເຈົ້າ​ຈະ​ບໍ່ໄດ້​ບຳເໜັດ​ຫຍັງ​ຈາກ​ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.


ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.


ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ


ຂໍ​ອົງພຣະ​ຜູ້​ເປັນເຈົ້າ ຊົງ​ໂຜດ​ປະທານ​ພຣະ​ເມດຕາ​ແກ່​ເພິ່ນ​ໃນ​ວັນ​ນັ້ນ​ດ້ວຍ​ເທີ້ນ ຝ່າຍ​ເຈົ້າ​ກໍ​ຮູ້​ດີ​ວ່າ ເພິ່ນ​ໄດ້​ບົວລະບັດ​ເຮົາ​ຫລາຍ​ປານໃດ ເມື່ອ​ເຮົາ​ຢູ່​ທີ່​ເມືອງ​ເອເຟໂຊ​ນັ້ນ.


ແຕ່​ນີ້​ຕໍ່ໄປ ມົງກຸດ​ຄື​ລາງວັນ​ແຫ່ງ​ຄວາມ​ຊອບທຳ ຊົງ​ຈັດ​ໄວ້​ຖ້າ​ເຮົາ​ແລ້ວ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ພິພາກສາ​ທີ່​ຍຸດຕິທຳ ຈະ​ຊົງ​ປະທານ​ແກ່​ເຮົາ​ໃນ​ວັນ​ນັ້ນ ແລະ​ບໍ່ແມ່ນ​ແກ່​ເຮົາ​ພຽງ​ຜູ້​ດຽວ ແຕ່​ຈະ​ຊົງ​ປະທານ​ແກ່​ຄົນ​ທັງປວງ ທີ່​ມີ​ໃຈ​ຍິນດີ​ໃນ​ການ​ຊົງ​ສ່ອງ​ສະຫວ່າງ​ມາ​ປາກົດ​ຂອງ​ພຣະອົງ.


ເພິ່ນ​ຖື​ວ່າ ຄວາມ​ທົນທຸກ ແລະ​ທົນ​ອັບອາຍ​ເພື່ອ​ພຣະຄຣິດ​ນັ້ນ ກໍ​ມີ​ຄ່າ​ກວ່າ​ຊັບສົມບັດ​ທັງໝົດ​ຂອງ​ປະເທດ​ເອຢິບ. ດ້ວຍວ່າ, ເພິ່ນ​ເລັງ​ເຫັນ​ລາງວັນ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ນັ້ນ.


ແຕ່​ຖ້າ​ບໍ່ມີ​ຄວາມເຊື່ອ​ແລ້ວ ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ບໍ່ໄດ້. ດ້ວຍວ່າ, ຜູ້​ທີ່​ເຂົ້າ​ມາ​ເຝົ້າ​ພຣະເຈົ້າ​ໄດ້​ນັ້ນ ຕ້ອງ​ເຊື່ອ​ວ່າ​ພຣະອົງ​ຊົງພຣະຊົນ​ຢູ່ ແລະ​ພຣະອົງ​ຊົງ​ເປັນ​ຜູ້​ປະທານ​ລາງວັນ ໃຫ້​ແກ່​ຜູ້​ທີ່​ສະແຫວງ​ຫາ​ພຣະອົງ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ແຕ່​ນາງຣຸດ​ຕອບ​ວ່າ, “ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ຈາກ​ແມ່​ໄປ​ເລີຍ ໃຫ້​ລູກ​ໄປ​ກັບ​ແມ່​ເຖີດ. ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ; ແມ່​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຢູ່​ບ່ອນນັ້ນ. ຄົນ​ຂອງ​ແມ່​ກໍ​ຈະ​ເປັນ​ຄົນ​ຂອງ​ລູກ; ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ.


ໂບອາດ​ຕອບ​ນາງ​ວ່າ, “ຂ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ແມ່ຍ່າ​ຂອງ​ເຈົ້າ ເມື່ອ​ຜົວ​ຂອງ​ເຈົ້າ​ຕາຍໄປ. ຂ້ອຍ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ມາ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ.


ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”


ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”


ຄົນ​ທີ່​ຈັບ​ສັດຕູ​ຂອງຕົນ​ໄດ້ ແລ້ວ​ປ່ອຍ​ໃຫ້​ໄປ​ຢ່າງ​ປອດໄພ​ຈະ​ມີ​ບໍ? ຂໍ​ໃຫ້​ພຣະເຈົ້າຢາເວ​ອວຍພອນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ​ກັບ​ຂ້ອຍ​ໃນ​ມື້ນີ້​ເທີ້ນ


ບັດນີ້ ຂ້ອຍ​ຮູ້​ຢ່າງ​ຄັກແນ່​ແລ້ວ​ວ່າ ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ຂອງ​ຊາດ​ອິດສະຣາເອນ ແລະ​ອານາຈັກ​ຈະ​ຄົງ​ຢູ່​ສືບ​ຕໍ່ໄປ​ພາຍໃຕ້​ການ​ປົກຄອງ​ຂອງ​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka