Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:11 - ພຣະຄຳພີສັກສິ

11 ໂບອາດ​ຕອບ​ນາງ​ວ່າ, “ຂ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ແມ່ຍ່າ​ຂອງ​ເຈົ້າ ເມື່ອ​ຜົວ​ຂອງ​ເຈົ້າ​ຕາຍໄປ. ຂ້ອຍ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ມາ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ.

Uka jalj uñjjattʼäta Copia luraña




ນາງຣຸດ 2:11
15 Jak'a apnaqawi uñst'ayäwi  

ເມື່ອ​ກະສັດ​ດາວິດ​ໄດ້ຍິນ​ວ່າ ນາງ​ຣິຊະປາ​ໄດ້​ເຮັດ​ດັ່ງນັ້ນ


ຈົ່ງ​ຟັງ​ຂ້ອຍ​ເຖີດ ເຈົ້າສາວ​ຂອງ​ກະສັດ​ເອີຍ ຈົ່ງ​ລືມໄລ​ປະຊາຊົນ ແລະ​ພີ່ນ້ອງ​ຂອງ​ເຈົ້າ​ສາ​ເຖີດ.


ໃນທຳນອງ​ດຽວກັນ ພວກເຈົ້າ​ຈະ​ເປັນ​ສາວົກ​ຂອງເຮົາ​ບໍ່ໄດ້ ຖ້າ​ບໍ່​ຍອມ​ສະຫລະ​ທຸກໆ​ສິ່ງ​ທີ່​ຕົນ​ມີ​ຢູ່.”


ເມື່ອ​ພວກເພິ່ນ​ນຳ​ເຮືອ​ມາ​ເຖິງ​ແຄມ​ຝັ່ງ​ແລ້ວ ພວກເພິ່ນ​ກໍໄດ້​ສະຫລະ​ທຸກສິ່ງ ແລະ​ຕິດຕາມ​ພຣະເຢຊູເຈົ້າ​ໄປ.


ອັນໃດ​ງ່າຍ​ກວ່າ ທີ່​ຈະ​ເວົ້າ​ວ່າ, ‘ບາບກຳ​ຂອງ​ເຈົ້າ​ໄດ້​ຮັບ​ການອະໄພ​ແລ້ວ’ ຫລື​ຈະ​ເວົ້າ​ວ່າ, ‘ຈົ່ງ​ລຸກ​ຂຶ້ນ ແລະ​ຍ່າງ​ໄປ’


ນາງ​ນາໂອມີ​ຕອບ​ວ່າ, “ລູກ​ຂອງ​ແມ່​ເອີຍ ຈົ່ງ​ກັບ​ເມືອ​ສາ. ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢາກ​ໄປ​ກັບ​ແມ່? ພວກເຈົ້າ​ຄິດ​ວ່າ​ແມ່​ຈະ​ມີ​ລູກຊາຍ​ໄດ້​ອີກ ເພື່ອ​ໃຫ້​ພວກເຈົ້າ​ແຕ່ງງານ​ກັບ​ເຂົາ​ຊັ້ນບໍ?


ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”


ຂໍ​ໃຫ້​ພຣະເຈົ້າຢາເວ​ຕອບແທນ​ຄຸນງາມ​ຄວາມດີ​ທີ່​ເຈົ້າ​ໄດ້​ສ້າງ​ມາ​ນັ້ນ​ເຖີດ. ຂໍ​ໃຫ້​ເຈົ້າ​ໄດ້​ຮັບ​ບຳເໜັດ​ອັນ​ລົ້ນເຫລືອ​ຈາກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ອົງ​ທີ່​ເຈົ້າ​ມາ​ເພິ່ງພາ​ອາໄສ​ນີ້​ເທີ້ນ.”


ເພິ່ນ​ກ່າວ​ວ່າ, “ຂໍ​ພຣະເຈົ້າຢາເວ​ອວຍພອນ​ເຈົ້າ​ເຖີດ ເຈົ້າ​ສະແດງ​ຄວາມ​ສັດຊື່​ຕໍ່​ຄອບຄົວ​ໃນຄັ້ງນີ້ ກໍ​ຍິ່ງໃຫຍ່​ກວ່າ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ຍ່າ​ຂອງ​ເຈົ້າ. ເຈົ້າ​ອາດ​ຊອກຫາ​ຊາຍໜຸ່ມ​ທີ່​ຮັ່ງມີ​ຫລື​ຍາກຈົນ​ກໍໄດ້ ແຕ່​ເຈົ້າ​ບໍ່ໄດ້​ເຮັດ.


ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka