Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 2:10 - ພຣະຄຳພີສັກສິ

10 ນາງຣຸດ​ກົ້ມ​ລົງ​ກັບ​ພື້ນດິນ​ແລະ​ຂາບ​ໂບອາດ ແລ້ວ​ນາງ​ກໍ​ເວົ້າ​ຕໍ່​ໂບອາດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນຫ່ວງ​ຂ້ານ້ອຍ​ຫລາຍ​ຢ່າງນີ້? ແລະ​ເປັນຫຍັງ​ທ່ານ​ຈຶ່ງ​ເມດຕາ​ຄົນຕ່າງດ້າວ​ດັ່ງ​ຂ້ານ້ອຍ​ນີ້​ນໍ?”

Uka jalj uñjjattʼäta Copia luraña




ນາງຣຸດ 2:10
19 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາຮາມ​ເງີຍ​ໜ້າ​ຂຶ້ນ ກໍ​ເຫັນ​ຊາຍ​ສາມ​ຄົນ​ຢືນ​ຢູ່​ຕໍ່ໜ້າ​ເພິ່ນ. ໃນທັນໃດ ທີ່​ເຫັນ​ພວກເພິ່ນ ເພິ່ນ​ຈຶ່ງ​ຟ້າວ​ລຸກ​ຂຶ້ນ​ແລ່ນ​ອອກ​ໄປ​ຕ້ອນຮັບ.


ທຸກຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂ້ານ້ອຍ​ສົມຄວນ​ທີ່​ຈະ​ຖືກ​ທ່ານ​ຂ້າ​ຖິ້ມ​ໝົດ ແຕ່​ທ່ານ​ພັດ​ອະນຸຍາດ​ໃຫ້​ຂ້ານ້ອຍ​ໄດ້​ຮັບປະທານ​ອາຫານ​ຮ່ວມ​ໂຕະ​ກັບ​ທ່ານ ຂ້ານ້ອຍ​ບໍ່​ມີ​ສິດ ທີ່​ຈະ​ຂໍ​ຄວາມ​ເມດຕາ​ໃດໆ​ຈາກ​ທ່ານ​ຕື່ມ​ອີກ​ແລ້ວ.”


ຕໍ່ມາ ກະສັດ​ດາວິດ​ໄດ້​ເຂົ້າ​ໄປ​ໃນ​ຫໍເຕັນ ແລະ​ນັ່ງ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໄດ້ກ່າວ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ເອີຍ ຂ້ານ້ອຍ​ແລະ​ຄອບຄົວ​ບໍ່​ສົມຄວນ​ກັບ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ຕໍ່​ຂ້ານ້ອຍ​ເລີຍ.


ເມຟີໂບເຊັດ​ກົ້ມ​ຂາບລົງ​ອີກເທື່ອໜຶ່ງ ແລະ​ເວົ້າ​ວ່າ, “ທ່ານເອີຍ ຂ້ານ້ອຍ​ບໍ່ມີ​ຄຸນຄ່າ​ເທົ່າກັບ​ໝາ​ຕາຍ​ໂຕໜຶ່ງ​ຊໍ້າ ເຫດໃດ ທ່ານ​ຈຶ່ງ​ເຮັດ​ດີ​ຕໍ່​ຂ້ານ້ອຍ​ຢ່າງນີ້?”


ຈົ່ງ​ເຮັດ​ກັບ​ພວກເຂົາ​ເໝືອນ​ເຮັດ​ກັບ​ພີ່ນ້ອງ​ອິດສະຣາເອນ​ຄົນອື່ນໆ ແລະ​ຈົ່ງ​ຮັກ​ພວກເຂົາ​ເໝືອນ​ຮັກ​ພວກເຈົ້າ​ເອງ. ຈົ່ງ​ຈຳ​ໄວ້​ວ່າ ພວກເຈົ້າ​ກໍ​ເຄີຍ​ເປັນ​ຄົນ​ຕ່າງດ້າວ​ໃນ​ດິນແດນ​ຂອງ​ຊາວ​ເອຢິບ​ມາ​ຄັ້ງ​ໜຶ່ງ. ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.


ເພາະ​ເມື່ອ​ເຮົາ​ຫິວເຂົ້າ ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ກິນ ເມື່ອ​ເຮົາ​ຫິວນໍ້າ​ພວກເຈົ້າ​ກໍ​ເອົາ​ໃຫ້​ເຮົາ​ດື່ມ, ເຮົາ​ເປັນ​ແຂກບ້ານ ພວກເຈົ້າ​ໄດ້​ຕ້ອນຮັບ​ເຮົາ​ໄວ້.


ເປັນຫຍັງ​ເຫດການ​ອັນ​ຍິ່ງໃຫຍ່​ນີ້​ຈຶ່ງ​ເກີດຂຶ້ນ​ກັບ​ຂ້ານ້ອຍ​ນໍ ຄື​ແມ່​ຂອງ​ພຣະອົງເຈົ້າ​ຂອງ​ຂ້ານ້ອຍ ມາ​ຢ້ຽມຢາມ​ຂ້ານ້ອຍ?


ເພາະ​ພຣະອົງ​ໄດ້​ແນມ​ເບິ່ງ​ ຂ້ອຍໃຊ້​ຍິງ​ຂອງ​ພຣະອົງ​ຜູ້​ຕໍ່າຕ້ອຍ ຕັ້ງແຕ່​ນີ້​ໄປ​ຄົນ​ທຸກສະໄໝ ຈະ​ເອີ້ນ​ຂ້ານ້ອຍ​ວ່າ ທໍ່​ແຫ່ງ​ພຣະພອນ


ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.


ໂບອາດ​ຕອບ​ນາງ​ວ່າ, “ຂ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ແມ່ຍ່າ​ຂອງ​ເຈົ້າ ເມື່ອ​ຜົວ​ຂອງ​ເຈົ້າ​ຕາຍໄປ. ຂ້ອຍ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ມາ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ.


ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”


ນາງ​ນາໂອມີ​ຈຶ່ງ​ຖາມ​ວ່າ, “ມື້ນີ້ ລູກ​ໄປ​ເກັບ​ເອົາ​ເຂົ້າ​ເຫຼົ່ານີ້​ຢູ່​ບ່ອນໃດ? ລູກ​ເກັບ​ຢູ່​ໃນ​ນາ​ຂອງ​ຜູ້ໃດ? ຂໍ​ພຣະເຈົ້າ​ອວຍພອນ​ຊາຍ​ທີ່​ມີ​ໃຈ​ເມດຕາ​ແກ່​ລູກ​ດ້ວຍ​ເທີ້ນ.” ດັ່ງນັ້ນ ນາງຣຸດ​ຈຶ່ງ​ບອກ​ນາງ​ນາໂອມີ​ວ່າ ຕົນ​ໄດ້​ໄປ​ເກັບ​ເອົາ​ເຂົ້າ​ຢູ່​ຕາມ​ທົ່ງນາ​ຂອງ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ ໂບອາດ.


ຢູ່ມາ​ມື້ໜຶ່ງ ນາງຣຸດ​ຊາວ​ໂມອາບ​ໄດ້​ເວົ້າ​ກັບ​ນາງ​ນາໂອມີ​ວ່າ, “ຂໍ​ໃຫ້​ລູກ​ໄປ​ເກັບ​ເອົາ​ເຂົ້າ ຊຶ່ງ​ພວກ​ກ່ຽວເຂົ້າ​ເຮັດ​ຕົກ​ຢູ່​ຕາມ​ທົ່ງນາ​ເຖີດ. ລູກ​ເຊື່ອ​ແນ່​ວ່າ ຄົງ​ຈະ​ມີ​ບາງຄົນ​ອະນຸຍາດ​ໃຫ້​ລູກ​ເກັບ​ເອົາ​ໄດ້.” ນາງ​ນາໂອມີ​ຈຶ່ງ​ຕອບ​ວ່າ, “ຈົ່ງ​ໄປ​ເຖີດ ລູກເອີຍ.”


ຈົ່ງ​ຊອມ​ເບິ່ງ​ວ່າ​ພວກເຂົາ​ກ່ຽວເຂົ້າ​ຢູ່​ບ່ອນໃດ ແລະ​ໃຫ້​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ. ຂ້ອຍ​ໄດ້​ສັ່ງ​ພວກ​ຜູ້ຊາຍ​ແລ້ວ​ວ່າ ບໍ່​ໃຫ້​ພວກເຂົາ​ຂົ່ມເຫັງ​ເຈົ້າ. ຖ້າ​ເຈົ້າ​ຫິວນໍ້າ ໃຫ້​ໄປ​ດື່ມ​ຈາກ​ໄຫ​ທີ່​ເຂົາ​ຕັກ​ນໍ້າ​ມາ​ໄວ້​ແລ້ວ​ນັ້ນ.”


ພໍ​ອາບີກາຍ​ຫລຽວເຫັນ​ດາວິດ ນາງ​ກໍ​ຟ້າວ​ລົງ​ຈາກ​ຫລັງ​ລໍ ແລະ​ກົ້ມ​ຂາບລົງ​ດິນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka