1 ຝ່າຍນາງນາໂອມີນັ້ນມີພີ່ນ້ອງທາງເອລີເມເຫຼັກຜົວຂອງຕົນຢູ່ຄົນໜຶ່ງຊື່ວ່າ ໂບອາດ. ຊາຍຄົນນີ້ເປັນຄົນຮັ່ງມີແລະທັງມີອິດທິພົນດ້ວຍ.
ກະສັດເມນາເຮມໄດ້ເງິນເຫຼົ່ານີ້ມາຈາກຄົນຮັ່ງມີໃນອານາຈັກອິດສະຣາເອນ ໂດຍບັງຄັບແຕ່ລະຄົນໃຫ້ມອບເງິນຜູ້ລະຫ້າສິບແທ່ງໃຫ້ແກ່ຕົນ; ແລ້ວຕີກະລາດປີເລເສກໍກັບຄືນປະເທດຂອງຕົນ.
ພ້ອມທັງມີແກະເຈັດພັນໂຕ, ອູດສາມພັນໂຕ, ງົວໜຶ່ງພັນໂຕ ແລະລໍຫ້າຮ້ອຍໂຕ. ເພິ່ນຍັງມີຄົນຮັບໃຊ້ຈຳນວນຫລວງຫລາຍ ແລະທັງເປັນຄົນຮັ່ງມີທີ່ສຸດຢູ່ທາງພາກຕາເວັນອອກ.
ຂ້ອຍບໍ່ໄດ້ຊົມຊື່ນຍ້ອນຊັບສົມບັດທີ່ຂ້ອຍມີ ຄືໃນເຄື່ອງຂອງທັງຫລາຍທີ່ຂ້ອຍມີຢູ່ນັ້ນ.
ດາວິດເປັນລູກຊາຍຂອງເຢຊີ, ເຢຊີເປັນລູກຊາຍຂອງໂອເບັດ, ໂອເບັດເປັນລູກຊາຍຂອງໂບອາດ, ໂບອາດເປັນລູກຊາຍຂອງສານໂມນ, ສານໂມນເປັນລູກຊາຍຂອງນາໂຊນ,
ຢູ່ມາມື້ໜຶ່ງ ນາງຣຸດຊາວໂມອາບໄດ້ເວົ້າກັບນາງນາໂອມີວ່າ, “ຂໍໃຫ້ລູກໄປເກັບເອົາເຂົ້າ ຊຶ່ງພວກກ່ຽວເຂົ້າເຮັດຕົກຢູ່ຕາມທົ່ງນາເຖີດ. ລູກເຊື່ອແນ່ວ່າ ຄົງຈະມີບາງຄົນອະນຸຍາດໃຫ້ລູກເກັບເອົາໄດ້.” ນາງນາໂອມີຈຶ່ງຕອບວ່າ, “ຈົ່ງໄປເຖີດ ລູກເອີຍ.”
ເປັນຄວາມຈິງແທ້ ທີ່ຂ້ອຍເປັນພີ່ນ້ອງຜູ້ໃກ້ຊິດຂອງເຈົ້າ ແລະ ທັງມີໜ້າທີ່ຮັບຜິດຊອບເບິ່ງແຍງເຈົ້າ. ແຕ່ຍັງມີຊາຍຢູ່ອີກຄົນໜຶ່ງ ທີ່ເປັນພີ່ນ້ອງຜູ້ໃກ້ຊິດກັບເຈົ້າຫລາຍກວ່າຂ້ອຍ.
ເຈົ້າຄົງຮູ້ດີແລ້ວວ່າໂບອາດຜູ້ທີ່ເຈົ້າໄປເກັບເອົາຮວງເຂົ້າ ຕົກເຮ່ຍນຳພວກຄົນງານຜູ້ຍິງຂອງເພິ່ນນັ້ນເປັນພີ່ນ້ອງຂອງເຮົາ. ບັດນີ້ ໃຫ້ເຈົ້າຟັງແມ່ໃຫ້ດີ ແລງມື້ນີ້ໂບອາດຈະໄປຟາດເຂົ້າ.