6 ຕໍ່ມາ ນາງນາໂອມີໄດ້ຍິນວ່າ ພຣະເຈົ້າຢາເວໄດ້ອວຍພອນປະຊາຊົນຂອງພຣະອົງໂດຍໃຫ້ມີການເກັບກ່ຽວໄດ້ດີ. ສະນັ້ນ ນາງພ້ອມລູກໃພ້ທັງສອງຈຶ່ງຕຽມຕົວໜີໄປຈາກດິນແດນໂມອາບ.
ພຣະເຈົ້າຢາເວໄດ້ມາຢ້ຽມຢາມນາງຊາຣາ ເໝືອນດັ່ງທີ່ພຣະອົງໄດ້ກ່າວໄວ້, ແລະພຣະເຈົ້າຢາເວໄດ້ກະທຳແກ່ນາງຊາຣາຕາມທີ່ຊົງສັນຍາໄວ້;
ແລ້ວຢາໂຄບກໍໄດ້ສາບານວ່າ, “ຖ້າພຣະເຈົ້າສະຖິດຢູ່ກັບຂ້ານ້ອຍ ແລະປົກປັກຮັກສາຂ້ານ້ອຍໃນການເດີນທາງ ແລະໃຫ້ອາຫານແລະເຄື່ອງນຸ່ງຫົ່ມ
ແລ້ວເພິ່ນກໍອວຍພອນແກ່ໂຢເຊັບ ວ່າ: “ຂໍພຣະເຈົ້າອົງທີ່ພໍ່ຂອງຂ້ານ້ອຍຄືອີຊາກແລະອັບຣາຮາມ ຜູ້ທີ່ບາກບັ່ນຮັບໃຊ້ພຣະອົງ ອວຍພອນເດັກນ້ອຍເຫຼົ່ານີ້ ຂໍພຣະເຈົ້າອົງທີ່ນຳພາຂ້ານ້ອຍທຸກມື້ນີ້ແລະທຸກເວລາ; ຈົ່ງອວຍພອນເຂົາເຫຼົ່ານີ້ເທີ້ນ
ແລ້ວໂຢເຊັບກໍໃຫ້ປະຊາຊົນຂອງຕົນສາບານຕໍ່ຕົນວ່າ, “ຈົ່ງສາບານຕໍ່ຂ້ອຍວ່າ ເມື່ອພຣະເຈົ້າໄດ້ນຳພາພວກເຈົ້າອອກໄປສູ່ດິນແດນນັ້ນແລ້ວ ພວກເຈົ້າຈະຕ້ອງເອົາຊາກສົບຂອງຂ້ອຍອອກໄປນຳ.”
ພວກຜູ້ຮັບໃຊ້ຂອງພຣະອົງຮັກເມືອງນີ້ຫລາຍ ແມ່ນວ່າຖືກທຳລາຍມາແລ້ວກໍຕາມ, ແຕ່ເຂົາເຫຼົ່ານັ້ນກໍຍັງເມດຕາສົງສານ ເຖິງວ່າເປັນເມືອງຮົກຮ້າງເພພັງກໍຕາມ.
ພຣະອົງໂຜດອາຫານໃຫ້ຜູ້ທີ່ຢຳເກງພຣະອົງ ແລະບໍ່ໃຫ້ລືມພັນທະສັນຍາຂອງພຣະອົງຈັກເທື່ອ.
ເຮົາຈະຈັດຫາໃຫ້ພູເຂົາຊີໂອນຕາມທີ່ຕ້ອງການ ຄົນທຸກຈົນຈະມີອາຫານກິນອີ່ມທ້ອງ.
ທຸກໆສິ່ງທີ່ມີຊີວິດຢູ່ກໍເບິ່ງພຣະອົງດ້ວຍຄວາມຫວັງ ລໍຖ້າພຣະອົງໃຫ້ອາຫານຕາມທີ່ຕ້ອງການນັ້ນ.
ພຣະອົງຕັດສິນເຂົ້າຂ້າງຜູ້ທີ່ຖືກຂົ່ມເຫັງ ແລະໂຜດອາຫານໃຫ້ແກ່ຜູ້ທີ່ອຶດຫິວ. ພຣະເຈົ້າຢາເວປົດປ່ອຍນັກໂທດໃຫ້ເປັນອິດສະຫລະເສລີ.
ພຣະອົງຮັກສາຊາຍແດນຂອງເຈົ້າໃຫ້ປອດໄພ ແລະໃຫ້ເຈົ້າອີ່ມໜຳສຳລານດ້ວຍເຂົ້າບາເລອັນດີເລີດ.
ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ.
ດັ່ງນັ້ນ ພວກເຂົາຈຶ່ງເຊື່ອ ແລະເມື່ອໄດ້ຍິນວ່າ ພຣະເຈົ້າຢາເວໄດ້ມາຫາພວກເຂົາ ແລະທັງຮູ້ວ່າ ພຣະອົງໄດ້ເຫັນພວກເຂົາຖືກກົດຂີ່ຢ່າງໂຫດຮ້າຍທາລຸນຢ່າງໃດ ພວກເຂົາຈຶ່ງໄດ້ພາກັນຂາບລົງແລະນ້ອມນະມັດສະການ.
ຂໍຢ່າໃຫ້ຂ້ານ້ອຍເປັນຄົນຂີ້ຕົວະ ແລະຂໍຢ່າໃຫ້ຂ້ານ້ອຍເປັນຄົນຮັ່ງມີ ຫລືເປັນຄົນທຸກ. ສະນັ້ນ ໂຜດໃຫ້ຂ້ານ້ອຍມີອາຫານຕາມຄວາມເໝາະສົມ.
“ຖ້ອຍຄຳຂອງເຮົາເປັນດັ່ງນໍ້າຝົນ ແລະຫິມະ ຊຶ່ງລົງມາຈາກສະຫວັນເບື້ອງເທິງ ແລະຫົດແຜ່ນດິນໂລກໃຫ້ຊຸ່ມເຢັນ ຊຶ່ງເຮັດໃຫ້ເຄື່ອງປູກງອກງາມໃຫຍ່ຂຶ້ນ ທັງຈັດຫາໃຫ້ມີແນວພືດສຳລັບປູກຝັງ ທັງໃຫ້ມີເຂົ້າຈີ່ກິນດ້ວຍ.
ພຣະເຈົ້າຢາເວກ່າວວ່າ, ‘ເມື່ອຢູ່ນະຄອນບາບີໂລນຄົບເຈັດສິບປີ ແລ້ວເຮົາກໍຈະສະແດງຄວາມຫ່ວງໃຍຂອງເຮົາສຳລັບພວກເຈົ້າ ທັງຈະຮັກສາຄຳສັນຍາຂອງເຮົາທີ່ວ່າ ຈະນຳພວກເຈົ້າກັບຄືນມາສູ່ບ້ານເກີດເມືອງນອນ.
ພຣະເຈົ້າຢາເວຕອບພວກເຂົາວ່າ, “ບັດນີ້ ເຮົາຈະໃຫ້ພວກເຈົ້າມີ ເຂົ້າ, ເຫຼົ້າອະງຸ່ນ ແລະນໍ້າມັນໝາກກອກເທດ ແລະພວກເຈົ້າຈະກິນຢ່າງອີ່ມໜຳສຳລານ ຊົນຊາດອື່ນຈະບໍ່ຫຍໍ້ຫຍັນພວກເຈົ້າຕໍ່ໄປອີກ.
ຊາວຢູດາຜູ້ທີ່ລອດຊີວິດຈະຄຸ້ມຄອງດິນແດນຂອງພວກເຈົ້າ. ພວກເຂົາຈະລ້ຽງຝູງແກະຢູ່ທີ່ນັ້ນ ແລະນອນຢູ່ຕາມເຮືອນ ໃນເມືອງອາຊະເກໂລນ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຈະສະຖິດຢູ່ນຳພວກເຂົາ ແລະຈະເຮັດໃຫ້ພວກເຂົາຈະເລີນຮຸ່ງເຮືອງຂຶ້ນອີກ.
ຂໍຊົງໂຜດປະທານເຂົ້າຈີ່ປະຈຳວັນ ໃຫ້ແກ່ຂ້ານ້ອຍທັງຫລາຍ ໃນກາລະວັນນີ້
“ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງອິດສະຣາເອນ ດ້ວຍວ່າ, ພຣະອົງໄດ້ຊົງຢ້ຽມຢາມ ແລະ ໄດ້ຊົງໄຖ່ເອົາພົນລະເມືອງ ຂອງພຣະອົງ
ພວກເຂົາຈະທຳລາຍເຈົ້າ ແລະລູກທັງຫລາຍທີ່ຢູ່ນຳເຈົ້າໃຫ້ລົງພຽງດິນ. ພວກເຂົາຈະບໍ່ປະກ້ອນຫີນໃຫ້ຊ້ອນທັບກັນໄວ້ພາຍໃນເຈົ້າ ເພາະວ່າເຈົ້າບໍ່ຮູ້ເວລາທີ່ພຣະເຈົ້າໄດ້ມາຢ້ຽມຢາມເຈົ້າ.”
ແຕ່ຖ້າພວກເຮົາມີອາຫານການກິນກັບເຄື່ອງນຸ່ງຫົ່ມ ກໍຄວນພໍໃຈໃນສິ່ງເຫຼົ່ານີ້.
ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.
ມາໂລນແລະກີລີໂອນກໍໄດ້ຕາຍໄປເຊັ່ນກັນ ນາງນາໂອມີຈຶ່ງຢູ່ຜູ້ດຽວໂດຍບໍ່ມີຜົວແລະບໍ່ມີລູກ.
ພວກເຂົາກັບຄືນເມືອສູ່ດິນແດນຢູດາຍ, ແຕ່ໃນຂະນະທີ່ເດີນທາງກັບເມືອນັ້ນ
ພຣະເຈົ້າຢາເວໄດ້ອວຍພອນນາງຮັນນາ ແລະນາງໄດ້ມີລູກຊາຍຕື່ມອີກສາມຄົນແລະລູກສາວສອງຄົນ. ສ່ວນເດັກຊາຍຊາມູເອນນັ້ນກໍເຕີບໃຫຍ່ຂຶ້ນໃນການບົວລະບັດຮັບໃຊ້ພຣະເຈົ້າຢາເວ.