Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 1:22 - ພຣະຄຳພີສັກສິ

22 ດັ່ງນັ້ນ ນາໂອມີ​ຈຶ່ງ​ກັບ​ມາ​ຈາກ​ດິນແດນ​ໂມອາບ​ກັບ​ນາງຣຸດ​ຊາວ​ໂມອາບ​ຜູ້​ທີ່​ເປັນ​ລູກໃພ້. ເມື່ອ​ທັງສອງ​ມາ​ຮອດ​ເມືອງ​ເບັດເລເຮັມ​ນັ້ນ ກໍ​ພໍດີ​ຖືກ​ກັບ​ຕົ້ນ​ລະດູ​ເກັບກ່ຽວ​ເຂົ້າເດືອຍ.

Uka jalj uñjjattʼäta Copia luraña




ນາງຣຸດ 1:22
6 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ມອບ​ຄົນ​ເຫຼົ່ານີ້​ໃຫ້​ຊາວ​ກີເບໂອນ​ແຂວນ​ຄໍ​ທີ່​ເທິງ​ພູ​ຊ້ອງໜ້າ​ພຣະເຈົ້າຢາເວ. ທັງ​ເຈັດ​ຄົນ​ນັ້ນ​ຈຶ່ງ​ຕາຍ​ພ້ອມ​ກັນ. ພວກເຂົາ​ໄດ້​ຂ້າ​ຄົນ​ເຫຼົ່ານີ້​ໃນ​ຕົ້ນ​ລະດູ​ກ່ຽວ​ເຂົ້າບາເລ.


ປະໂຣຫິດ​ຈະ​ຍົກ​ຮວງເຂົ້າ​ຂຶ້ນ​ແກວ່ງໄປ​ແກວ່ງມາ ເປັນ​ເຄື່ອງ​ຖວາຍບູຊາ​ພິເສດ​ຕໍ່ໜ້າ​ພຣະເຈົ້າຢາເວ ເພື່ອ​ວ່າ​ພຣະອົງ​ຈະ​ຮັບ​ຮອງ​ເອົາ​ພວກເຈົ້າ. ປະໂຣຫິດ​ຈະ​ຖວາຍ​ຮວງເຂົ້າ​ໃນ​ມື້​ໃໝ່ ຫລັງຈາກ​ວັນ​ຊະບາໂຕ.


ດັ່ງນັ້ນ ນາງຣຸດ​ຈຶ່ງ​ເກັບ​ເອົາ​ຮວງເຂົ້າ​ນຳ​ພວກ​ຄົນງານ​ຂອງ​ໂບອາດ ຈົນກວ່າ​ພວກເຂົາ​ກ່ຽວເຂົ້າ​ແລ້ວ ແລະ​ນາງຣຸດ​ກໍ​ຍັງ​ສືບຕໍ່​ອາໄສ​ຢູ່​ນຳ​ແມ່ຍ່າ​ຂອງຕົນ.


ຫົວໜ້າ​ຄົນງານ​ຕອບ​ວ່າ, “ເປັນ​ຍິງສາວ​ຈາກ​ໂມອາບ​ທີ່​ໄດ້​ຄືນ​ມາ​ກັບ​ນາງ​ນາໂອມີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka