Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 1:21 - ພຣະຄຳພີສັກສິ

21 ເມື່ອ​ຂ້ອຍ​ຈາກ​ບ່ອນ​ນີ້​ໄປ ຂ້ອຍ​ມີ​ທຸກສິ່ງ​ພຽບພ້ອມ ແຕ່​ພຣະເຈົ້າຢາເວ​ນຳ​ຂ້ອຍ​ກັບ​ມາ​ມືເປົ່າ. ເມື່ອ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ລົງໂທດ​ຂ້ອຍ ແລະ​ໃຫ້​ຂ້ອຍ​ມີ​ຄວາມ​ລຳບາກ​ຢ່າງ​ນີ້ ເປັນຫຍັງ​ຈຶ່ງ​ເອີ້ນ​ຂ້ອຍ​ວ່າ, ນາໂອມີ?”

Uka jalj uñjjattʼäta Copia luraña




ນາງຣຸດ 1:21
8 Jak'a apnaqawi uñst'ayäwi  

ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວເປົ່າ ແລະ​ຂ້ານ້ອຍ​ກໍ​ຈະ​ຈາກ​ໂລກ​ໄປ​ດ້ວຍ​ຕົວເປົ່າ. ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້ ແລະ​ພຣະເຈົ້າຢາເວ​ໄດ້​ເອົາ​ຄືນ​ໄປ. ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ເທີ້ນ.”


ພຣະອົງ​ມີ​ຫຼັກຖານ​ຕໍ່ສູ້​ຂ້ານ້ອຍ​ຢູ່​ສະເໝີ ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ກໍ​ທະວີ​ເລື້ອຍໆ; ເພື່ອ​ຕໍ່ສູ້​ຂ້ານ້ອຍ ພຣະອົງ​ວາງ​ແຜນການ​ຢູ່​ສະເໝີ ພ້ອມ​ທີ່​ຈະ​ບຸກ​ເຂົ້າ​ໂຈມຕີ​ຂ້ານ້ອຍ​ເທື່ອໃໝ່.


ພຣະອົງ​ກ່າວ​ຟ້ອງ​ຢ່າງ​ຂົມຂື່ນ​ຕໍ່ສູ້​ຂ້ານ້ອຍ ແມ່ນແຕ່​ໃນ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ແຕ່​ຍັງ​ໜຸ່ມ​ພຸ້ນ.


ພຣະອົງ​ໄດ້​ຈັບ​ຂ້ານ້ອຍ​ມັດ ແລະ​ຢຶດ​ຕົວ​ຂ້ານ້ອຍ​ນຳ ພຣະອົງ​ເປັນ​ທັງ​ສັດຕູ ແລະ​ຄູ່​ປໍລະປັກ​ດ້ວຍ. ຂ້ານ້ອຍ​ຜອມ​ຊູບຊີບ​ເຫັນ​ແຕ່​ກະດູກ​ຕິດ​ໜັງ ຄົນ​ດູຖູກ​ກຽດຊັງ​ຖື​ເປັນ​ຄວາມຜິດ​ທັງສິ້ນ.


ຍ້ອນ​ພຣະເຈົ້າ​ເຮັດ​ໃຫ້​ຂ້ອຍ​ອ່ອນແຮງ​ຂາດ​ຜູ້​ຊ່ວຍ ພວກເຂົາ​ຈຶ່ງ​ຫັນ​ມາ​ຕໍ່ສູ້​ຢ່າງ​ບ້າເລືອດ​ຄຶກຄະນອງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ພວກເຈົ້າ​ກໍ​ຈະ​ລໍຖ້າ​ຈົນ​ພວກເຂົາ​ໃຫຍ່​ຊັ້ນບໍ? ມັນ​ຈະ​ບໍ່​ເປັນ​ການ​ຈ່ອງດຶງ​ພວກເຈົ້າ​ໄວ້​ໃຫ້​ແຕ່ງງານ​ກັບ​ຄົນອື່ນ​ບໍ? ລູກ​ຂອງ​ແມ່​ເອີຍ ມັນ​ເປັນ​ໄປ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ຫັນ​ມາ​ຕໍ່ສູ້​ແມ່ ແລະ​ແມ່ເອງ​ກໍ​ຮູ້ສຶກ​ເສຍໃຈ​ນຳ​ພວກເຈົ້າ​ດ້ວຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka