Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 1:20 - ພຣະຄຳພີສັກສິ

20 ນາງ​ຕອບ​ວ່າ, “ຢ່າ​ເອີ້ນ​ຂ້ອຍ​ວ່າ ນາໂອມີ, ແຕ່​ໃຫ້​ເອີ້ນ​ຂ້ອຍ​ວ່າ ມາຣາ ຍ້ອນ​ວ່າ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ເຮັດ​ໃຫ້​ຊີວິດ​ຂອງຂ້ອຍ​ຂົມຂື່ນ.

Uka jalj uñjjattʼäta Copia luraña




ນາງຣຸດ 1:20
16 Jak'a apnaqawi uñst'ayäwi  

ເມື່ອ​ອັບຣາມ​ອາຍຸ​ໄດ້ 99 ປີ; ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ເພິ່ນ ແລະ​ກ່າວ​ວ່າ, “ເຮົາ​ເປັນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ເຊື່ອຟັງ​ເຮົາ ແລະ​ປະພຶດ​ແຕ່​ສິ່ງ​ທີ່​ຊອບທຳ.


ຂໍ​ໃຫ້​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ດົນ​ບັນດານ​ໃຫ້​ຊາຍ​ຜູ້ນັ້ນ ມີ​ຄວາມ​ເມດຕາ​ຕໍ່​ພວກເຈົ້າ ເພື່ອ​ວ່າ​ເພິ່ນ​ຈະ​ປ່ອຍ​ຊີເມໂອນ ແລະ​ເບັນຢາມິນ​ໃຫ້​ກັບຄືນ​ມາ. ສຳລັບ​ພໍ່​ແລ້ວ ຖ້າ​ວ່າ​ຈະ​ສູນເສຍ​ລູກ​ທັງສອງ​ກໍ​ຕ້ອງ​ຈຳເປັນ.”


ເຈົ້າ​ຢັ່ງຮູ້​ເຖິງ​ຂອບເຂດ​ແລະ​ຄວາມ​ຈຳກັດ ຄວາມ​ຍິ່ງໃຫຍ່​ແລະ​ຣິດອຳນາດ​ຂອງ​ພຣະເຈົ້າ​ໄດ້​ຫລື​ບໍ່?


ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນ​ພຣະເຈົ້າ​ທີ່​ໄດ້​ທຳການ ພຣະອົງ​ໄດ້​ວາງແຜນ​ເພື່ອ​ດັກຈັບ​ຂ້ອຍ​ຢ່າງນີ້.


ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ພຣະເຈົ້າ​ຕີສອນ​ເດີ​ ຢ່າ​ໂກດເຄືອງໃຈ​ເມື່ອ​ພຣະອົງ​ຕຳໜິ​ເຈົ້າ.


ລູກໜ້າ​ໜ້ອງ​ໄດ້​ລາມ​ໄປ​ທົ່ວ​ທັງຕົວ​ຂ້ອຍເດີ ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຍິງ​ໃສ່​ຂ້ອຍ. ພຣະເຈົ້າ​ໄດ້​ນຳ​ສິ່ງ​ທີ່​ຂ້ອຍ​ຢ້ານກົວ​ທັງໝົດ ລຽນ​ເປັນ​ຖັນແຖວ​ສຸມ​ເຂົ້າມາ​ຕໍ່ສູ້​ຂ້ອຍ.


ພຣະອົງ​ບໍ່​ປ່ອຍ​ຂ້ອຍ ແມ່ນແຕ່​ໃຫ້​ໄດ້​ຫາຍໃຈ, ໃຫ້​ຊີວິດ​ຂ້ອຍ​ເຕັມ​ແຕ່​ຄວາມ​ລະທົມ​ຂົມຂື່ນ.


ພຣະອົງ​ເຮັດ​ໃຫ້​ຂ້ານ້ອຍ​ໄດ້​ທົນທຸກ​ຕະຫຼອດ​ວັນ ແລະ​ຖືກ​ຂົ່ມເຫັງ​ທຸກໆເຊົ້າ.


ແຕ່​ຍັງ​ໜຸ່ມ​ນັ້ນ ຂ້ານ້ອຍ​ທົນທຸກ​ເກືອບ​ຕາຍ ອິດອ່ອນ​ໝົດ​ກຳລັງ ຍ້ອນ​ຖືກ​ລົງໂທດ​ຈາກ​ພຣະອົງ.


ແລ້ວ​ພວກເຂົາ​ກໍໄດ້​ມາ​ຮອດ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ ມາຣາ, ແຕ່​ນໍ້າ​ໃນ​ທີ່ນັ້ນ​ຂົມ​ຫລາຍ​ຈົນ​ດື່ມ​ບໍ່ໄດ້. ສະນັ້ນ ບ່ອນ​ນີ້​ຈຶ່ງ​ມີ​ຊື່​ວ່າ ມາຣາ.


ເຮົາ​ໄດ້​ປາກົດ​ແກ່​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ໃນ​ຖານະ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່, ແຕ່​ເຮົາ​ບໍ່ໄດ້​ສຳແດງ​ເຮົາ​ເອງ ໃຫ້​ພວກເຂົາ​ຮູ້ຈັກ​ນາມຊື່​ອັນ​ສັກສິດ​ຂອງເຮົາ​ຄື ພຣະເຈົ້າຢາເວ.


ທັງ​ຄືນ​ຂ້ານ້ອຍ​ໄດ້​ແຕ່​ຮ້ອງ​ເຈັບປວດ​ເຫລືອຫລາຍ ຄ້າຍ​ດັ່ງ​ໂຕສິງ​ຫັກ​ກະດູກ​ທັງໝົດ​ຂອງ​ຂ້ານ້ອຍ​ຖິ້ມ. ຂ້ານ້ອຍ​ຫວນ​ແຕ່​ຄິດ​ຕະຫລອດ​ມາ​ວ່າ ພຣະເຈົ້າ​ໄດ້​ໃຫ້​ຂ້ານ້ອຍ​ຈົບ​ຊີວິດ​ສາ​ແລ້ວ.


ໃນ​ຂະນະທີ່​ມີ​ການ​ຕີສອນ​ນັ້ນ ບໍ່​ເປັນ​ໜ້າ​ຊື່ນໃຈ​ເລີຍ ມີ​ແຕ່​ເລື່ອງ​ເສົ້າໃຈ, ແຕ່​ຕໍ່ມາ​ພາຍຫລັງ​ຈະ​ກໍ່​ໃຫ້​ເກີດຜົນ ຄື​ຄວາມສຸກ​ສຳລານ​ແລະ​ຄວາມ​ຊອບທຳ ແກ່​ບັນດາ​ຄົນ​ທີ່​ຖືກ​ແອບສອນ​ແລ້ວ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ອົງ​ຊົງ​ດຳລົງ​ຢູ່​ໃນ​ປະຈຸບັນ ອົງ​ຊົງ​ດຳລົງ​ຢູ່​ໃນ​ອະດີດ ຜູ້​ຈະ​ສະເດັດ​ມາ​ໃນ​ອະນາຄົດ ແລະ​ອົງ​ຊົງ​ຣິດທານຸພາບ​ສູງສຸດ ຊົງ​ກ່າວ​ວ່າ, “ເຮົາ​ຄື​ອາລະຟາ​ແລະ​ໂອເມຄາ.”


ຂ້າພະເຈົ້າ​ບໍ່ໄດ້​ເຫັນ​ມີ​ພຣະວິຫານ​ຢູ່​ໃນ​ນະຄອນ​ນັ້ນ ເພາະ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແລະ ພຣະ​ເມສານ້ອຍ ເປັນ​ພຣະວິຫານ​ຂອງ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka