19 ແລ້ວທັງສອງກໍເດີນທາງຕໍ່ໄປຮອດເມືອງເບັດເລເຮັມ. ເມື່ອເດີນທາງມາເຖິງ ຄົນທັງເມືອງກໍຕື່ນເຕັ້ນ ແລະພວກຜູ້ຍິງໃນທີ່ນັ້ນທ້ວງວ່າ, “ແມ່ນນາໂອມີແທ້ບໍ?”
ສານມາລູກຊາຍຜູ້ທີສອງ ຜູ້ທີ່ໄດ້ສ້າງເມືອງເບັດເລເຮັມ ແລະຮາເຣັບລູກຊາຍຜູ້ທີສາມ ຜູ້ທີ່ໄດ້ສ້າງເມືອງເບັດກາເດ.
ເມືອງຕີເຣນີ້ ຊຶ່ງຖືກໍ່ຕັ້ງມາໄດ້ດົນນານແລ້ວ ເປັນແຫລ່ງແຫ່ງການສະໜຸກສະໜານຊັ້ນຫລື? ບໍ່ແມ່ນເມືອງນີ້ບໍ ທີ່ສົ່ງນັກກໍ່ຕັ້ງຖິ່ນຖານຂ້າມທະເລໄປສ້າງເມືອງຂຶ້ນຕ່າງໆ?
ຄົນຜ່ານນະຄອນໄປ ຕ່າງກໍເບິ່ງເຈົ້າຢ່າງຫຍໍ້ຫຍັນ ພວກເຂົາເບະສົບຫົວຂວັນທີ່ນະຄອນເພພັງຮົກຮ້າງ. ພວກເຂົາກ່າວວ່າ, “ນີ້ບໍ່ທີ່ວ່າເປັນເມືອງທີ່ສວຍງາມ? ນະຄອນທະນົງໃຈທົ່ວທັງໂລກ?”
ເມື່ອພຣະເຢຊູເຈົ້າເຂົ້າໄປນະຄອນເຢຣູຊາເລັມແລ້ວ ປະຊາຊົນທົ່ວທັງນະຄອນກໍແຕກຕື່ນ ແລະຖາມກັນວ່າ, “ຄົນນີ້ແມ່ນຜູ້ໃດ?”
ນາງຕອບວ່າ, “ຢ່າເອີ້ນຂ້ອຍວ່າ ນາໂອມີ, ແຕ່ໃຫ້ເອີ້ນຂ້ອຍວ່າ ມາຣາ ຍ້ອນວ່າພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ເຮັດໃຫ້ຊີວິດຂອງຂ້ອຍຂົມຂື່ນ.
ຫົວໜ້າຄົນງານຕອບວ່າ, “ເປັນຍິງສາວຈາກໂມອາບທີ່ໄດ້ຄືນມາກັບນາງນາໂອມີ.