Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 1:17 - ພຣະຄຳພີສັກສິ

17 ແມ່​ຕາຍ​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຕາຍ​ຢູ່​ບ່ອນນັ້ນ ແລະ​ທີ່ນັ້ນ ຈະ​ເປັນ​ບ່ອນ​ຝັງສົບ​ຂອງ​ລູກ. ຖ້າ​ມີ​ສິ່ງໃດ​ເຮັດ​ໃຫ້​ລູກ​ຈາກ​ແມ່​ໄປ ຊຶ່ງ​ນອກຈາກ​ຄວາມ​ຕາຍ​ເທົ່ານັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ລູກ​ຢ່າງໜັກ​ເຖີດ.”

Uka jalj uñjjattʼäta Copia luraña




ນາງຣຸດ 1:17
18 Jak'a apnaqawi uñst'ayäwi  

ແຕ່​ອິດໄຕ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນ​ຢູ່ ແລະ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່; ຂ້ານ້ອຍ​ຈະ​ໄປ​ກັບ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ທຸກທີ່​ທຸກບ່ອນ ເຖິງ​ແມ່ນ​ຈະ​ຕາຍ​ຫຼື​ມີ​ຊີວິດຢູ່, ໃນ​ບ່ອນນັ້ນ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ຢູ່ດ້ວຍ.”


ກະສັດ​ດາວິດ​ຍັງ​ສົ່ງ​ຄົນ​ໄປ​ບອກ​ອາມາສາ​ຄືກັນ​ວ່າ, “ເຈົ້າ​ກໍ​ເປັນ​ຍາດຕິ​ພີ່ນ້ອງ​ຂອງເຮົາ. ນັບ​ຕັ້ງແຕ່​ນີ້​ໄປ ເຮົາ​ຈະ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້​ບັນຊາການ​ກອງທັບ​ແທນ​ໂຢອາບ. ຖ້າ​ເຮົາ​ບໍ່​ປະຕິບັດ​ຕາມ​ຄຳ​ເວົ້າ ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ເຮົາ​ເຖິງ​ຕາຍ​ເຖີດ.”


ຕະຫລອດ​ທັງ​ວັນ ປະຊາຊົນ​ທັງ​ໝົດ​ໄດ້​ພະຍາຍາມ​ໃຫ້​ກະສັດ​ດາວິດ​ກິນ​ອາຫານ, ແຕ່​ເພິ່ນ​ກັບ​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ, “ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ານ້ອຍ​ເຖິງ​ຕາຍ​ເຖີດ ຖ້າ​ຂ້ານ້ອຍ​ກິນ​ສິ່ງໃດ​ສິ່ງໜຶ່ງ​ກ່ອນ​ຕາເວັນ​ຕົກ​ດິນ.”


ພຣະເຈົ້າຢາເວ​ໄດ້​ສາບານ​ກັບ​ດາວິດ​ວ່າ ພຣະອົງ​ຈະ​ເອົາ​ອານາຈັກ​ໄປ​ຈາກ​ກະສັດ​ໂຊນ ແລະ​ເຊື້ອສາຍ​ຂອງ​ເພິ່ນ; ແລ້ວ​ພຣະອົງ​ກໍ​ຈະ​ໃຫ້​ດາວິດ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ ຕັ້ງແຕ່​ເມືອງ​ດານ​ທາງ​ພາກເໜືອ ຈົນເຖິງ​ເບເອນເຊບາ​ທາງ​ພາກໃຕ້. ຖ້າ​ຂ້ອຍ​ບໍ່​ເຮັດ​ສິ່ງ​ນີ້​ໃຫ້​ກາຍເປັນຈິງ ກໍ​ຂໍ​ພຣະເຈົ້າ​ລົງໂທດ​ຂ້ອຍ​ໃຫ້​ເຖິງ​ຕາຍ​ເຖີດ.”


ຫລັງຈາກ​ການ​ຝັງສົບ​ແລ້ວໆ ຜູ້ທຳນວາຍ​ຜູ້ເຖົ້າ​ກໍ​ເວົ້າ​ຕໍ່​ພວກ​ລູກຊາຍ​ຂອງຕົນ​ວ່າ, “ເມື່ອ​ພໍ່​ຕາຍໄປ ໃຫ້​ຝັງສົບ​ພໍ່​ໃສ່​ຂຸມ​ນີ້ ແລະ​ເອົາ​ຊາກສົບ​ຂອງພໍ່​ນອນ​ໃກ້​ກັບ​ເພິ່ນ​ນີ້​ເດີ.”


ດັ່ງນັ້ນ ນາງ​ເຢເຊເບນ​ຈຶ່ງ​ໃຊ້​ຄົນ​ອອກ​ໄປ​ບອກ​ເອລີຢາ​ວ່າ, “ມື້ອື່ນ​ເວລາ​ດຽວກັນ​ນີ້ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ເຈົ້າ ດັ່ງ​ທີ່​ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້ທຳນວາຍ​ພະບາອານ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ເຮັດ​ໃຫ້​ຂ້ອຍ​ຕາຍ​ສາ​ເຖີດ.”


ແລ້ວ​ກະສັດ​ໂຊໂລໂມນ​ກໍ​ສາບານ​ໂດຍ​ພຣະເຈົ້າຢາເວ​ຢ່າງ​ໜັກແໜ້ນ​ວ່າ, “ຖ້າ​ຂ້ານ້ອຍ​ບໍ່​ຂ້າ​ອາໂດນີຢາ​ຍ້ອນ​ລາວ​ກ້າ​ຂໍຮ້ອງ​ຢ່າງ​ນີ້ ກໍ​ໃຫ້​ພຣະເຈົ້າ​ສັງຫານ​ຂ້ານ້ອຍ​ສາ​ເຖີດ


ຈາກ​ນັ້ນ ກະສັດ​ເບັນຮາດາດ​ຈຶ່ງ​ໄດ້​ສົ່ງຂ່າວ​ມາ​ເຖິງ​ກະສັດ​ອາຮາບ​ວ່າ, “ເຮົາ​ຈະ​ນຳ​ທະຫານ​ມາ​ໃຫ້​ຫລາຍ​ພໍ ເພື່ອ​ຈັບ​ເອົາ​ກ້ອນຫີນ​ຄົນລະ​ກ້ອນ ແລະ​ທຳລາຍ​ເມືອງ​ຂອງທ່ານ. ຖ້າ​ເຮົາ​ບໍ່​ເຮັດ​ຕາມ​ທີ່​ໄດ້​ເວົ້າ​ນັ້ນ ກໍ​ຂໍ​ພະ​ທັງຫລາຍ​ລົງໂທດ​ເຮົາ​ໃຫ້​ເຖິງ​ຕາຍ.”


ເພິ່ນ​ຮ້ອງ​ຂຶ້ນ​ວ່າ, “ຖ້າ​ເອລີຊາ​ບໍ່​ຖືກ​ຕັດ​ຫົວ​ກ່ອນ​ວັນ​ນີ້​ໝົດ​ໄປ ກໍ​ຂໍ​ໃຫ້​ພຣະເຈົ້າ​ປະຫານ​ຊີວິດ​ຂອງ​ຂ້ານ້ອຍ​ເສຍ​ເຖີດ.”


ຈົ່ງ​ຟັງ​ຂ້ອຍ​ເຖີດ ເຈົ້າສາວ​ຂອງ​ກະສັດ​ເອີຍ ຈົ່ງ​ລືມໄລ​ປະຊາຊົນ ແລະ​ພີ່ນ້ອງ​ຂອງ​ເຈົ້າ​ສາ​ເຖີດ.


ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ແຕ່​ນາງຣຸດ​ຕອບ​ວ່າ, “ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ຈາກ​ແມ່​ໄປ​ເລີຍ ໃຫ້​ລູກ​ໄປ​ກັບ​ແມ່​ເຖີດ. ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ; ແມ່​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຢູ່​ບ່ອນນັ້ນ. ຄົນ​ຂອງ​ແມ່​ກໍ​ຈະ​ເປັນ​ຄົນ​ຂອງ​ລູກ; ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ.


ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”


ກະສັດ​ໂຊນ​ກ່າວ​ຕໍ່​ລາວ​ວ່າ, “ຖ້າ​ຂ້ອຍ​ບໍ່​ຂ້າ​ເຈົ້າ ກໍ​ຂໍ​ພຣະອົງ​ຂ້າ​ຂ້ອຍ​ສາ​ເຖີດ.”


ຖ້າ​ເພິ່ນ​ຍັງ​ມີ​ເຈດຕະນາ​ທຳຮ້າຍ​ເຈົ້າ ແລະ​ຖ້າ​ຂ້ອຍ​ບໍ່​ສົ່ງ​ຂ່າວ​ມາ​ບອກ​ໃຫ້​ເຈົ້າ​ໜີ​ໄປ​ຢ່າງ​ປອດໄພ ກໍ​ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ຂ້ອຍ​ເຖິງ​ຕາຍ. ຂໍ​ໃຫ້​ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ສະຖິດ​ຢູ່​ນຳ​ພໍ່​ຂອງຂ້ອຍ​ເຖີດ.


ຂໍ​ໃຫ້​ພຣະເຈົ້າ​ລົງໂທດ​ຂ້ອຍ ເຖິງ​ຕາຍ ຖ້າ​ຂ້ອຍ​ບໍ່ໄດ້​ຂ້າ​ຜູ້ຊາຍ​ທຸກຄົນ​ໃນ​ຄອບຄົວ​ຂອງ​ນາບານ ກ່ອນ​ມື້ອື່ນ​ເຊົ້າ.”


ເອລີ​ຈຶ່ງ​ຖາມ​ວ່າ, “ພຣະອົງ​ໄດ້​ບອກ​ເຈົ້າ​ຫຍັງ​ແດ່? ຢ່າ​ປິດບັງ​ພໍ່​ເລີຍ. ຖ້າ​ບໍ່​ບອກ​ພໍ່​ໃນ​ສິ່ງ​ທີ່​ພຣະອົງ​ກ່າວ​ແກ່​ເຈົ້າ ພຣະເຈົ້າ​ຈະ​ລົງໂທດ​ເຈົ້າ​ຢ່າງ​ຮ້າຍແຮງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka