Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 1:16 - ພຣະຄຳພີສັກສິ

16 ແຕ່​ນາງຣຸດ​ຕອບ​ວ່າ, “ຂໍ​ຢ່າ​ໃຫ້​ລູກ​ຕ້ອງ​ຈາກ​ແມ່​ໄປ​ເລີຍ ໃຫ້​ລູກ​ໄປ​ກັບ​ແມ່​ເຖີດ. ແມ່​ໄປ​ທີ່ໃດ​ລູກ​ກໍ​ຈະ​ໄປ​ທີ່​ນັ້ນ; ແມ່​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຢູ່​ບ່ອນນັ້ນ. ຄົນ​ຂອງ​ແມ່​ກໍ​ຈະ​ເປັນ​ຄົນ​ຂອງ​ລູກ; ພຣະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພຣະເຈົ້າ​ຂອງ​ລູກ.

Uka jalj uñjjattʼäta Copia luraña




ນາງຣຸດ 1:16
23 Jak'a apnaqawi uñst'ayäwi  

ແຕ່​ອິດໄຕ​ຕອບ​ວ່າ, “ໂດຍ​ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນ​ຢູ່ ແລະ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ມີ​ຊີວິດ​ຢູ່; ຂ້ານ້ອຍ​ຈະ​ໄປ​ກັບ​ກະສັດ​ອົງ​ເປັນ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ທຸກທີ່​ທຸກບ່ອນ ເຖິງ​ແມ່ນ​ຈະ​ຕາຍ​ຫຼື​ມີ​ຊີວິດຢູ່, ໃນ​ບ່ອນນັ້ນ​ຜູ້ຮັບໃຊ້​ຂອງ​ທ່ານ​ຈະ​ຢູ່ດ້ວຍ.”


ຈົ່ງ​ຟັງ​ຂ້ອຍ​ເຖີດ ເຈົ້າສາວ​ຂອງ​ກະສັດ​ເອີຍ ຈົ່ງ​ລືມໄລ​ປະຊາຊົນ ແລະ​ພີ່ນ້ອງ​ຂອງ​ເຈົ້າ​ສາ​ເຖີດ.


ເພື່ອນມິດ​ສະແດງ​ຄວາມຮັກ​ຕໍ່​ກັນ​ຢູ່​ທຸກ​ເວລາ ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ຕ້ອງ​ແບ່ງປັນ​ຄວາມສຸກ​ທຸກ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ກະສັດ​ກ່າວ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່​ເໜືອ​ພະ​ທັງປວງ ແລະ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ເໜືອ​ກະສັດ​ທັງຫລາຍ ແລະ​ເປັນ​ຜູ້​ເປີດເຜີຍ​ຄວາມ​ເລິກລັບ​ຕ່າງໆ. ເຮົາ​ຮູ້​ສິ່ງ​ນີ້​ກໍ​ເພາະວ່າ​ເຈົ້າ​ອະທິບາຍ​ຄວາມ​ເລິກລັບ​ນີ້​ໄດ້.”


ບັດນີ້ ເຮົາ​ຂໍ​ອອກ​ຄຳສັ່ງ​ວ່າ ຖ້າ​ຄົນໃດ​ຄົນໜຶ່ງ​ໃນ​ປະເທດ​ໃດ​ປະເທດ​ໜຶ່ງ, ໃນ​ເຊື້ອຊາດ ຫລື​ໃນ​ພາສາ​ໃດ ເວົ້າ​ໝິ່ນປະໝາດ​ພຣະເຈົ້າ​ຂອງ​ຊັດຣາກ, ເມຊາກ ແລະ​ອາເບັດເນໂກ; ຄົນນັ້ນ​ກໍ​ຈະ​ຖືກ​ຕັດ​ເປັນ​ຕ່ອນໆ ແລະ​ເຮືອນ​ຂອງ​ລາວ​ກໍ​ຈະ​ຖືກ​ທຳລາຍ​ໃຫ້​ເປັນ​ກອງສິ່ງ​ຮົກຮ້າງ​ເພພັງ. ບໍ່ມີ​ພະ​ອື່ນ​ໃດ​ທີ່​ສາມາດ​ຊ່ວຍກູ້​ເອົາ​ໄດ້​ຢ່າງ​ນີ້.”


ບັດນີ້ ເຮົາ​ຄື​ເນບູ​ກາດເນັດຊາ ຂໍ​ສັນລະເສີນ​ແລະ​ຖວາຍ​ກຽດຕິຍົດ ແລະ​ສະຫງ່າຣາສີ ແດ່​ກະສັດ​ແຫ່ງ​ສະຫວັນ. ທຸກສິ່ງ​ທີ່​ພຣະອົງ​ເຮັດ​ກໍ​ຖືກຕ້ອງ​ແລະ​ຍຸດຕິທຳ ແລະ​ພຣະອົງ​ເຮັດ​ໃຫ້​ຄົນ​ຈອງຫອງ​ຖ່ອມຕົວ​ລົງ​ໄດ້.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ແຕ່​ເຮົາ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຈົ້າ​ບໍ່ມີ​ພຣະເຈົ້າ​ອົງອື່ນ​ນອກຈາກ​ເຮົາ. ເຮົາ​ເປັນ​ພຣະຜູ້​ຊ່ວຍ​ໃຫ້​ພົ້ນ​ອົງດຽວ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’


ມີ​ທຳມະຈານ​ຜູ້ໜຶ່ງ​ມາ​ຫາ​ພຣະເຢຊູເຈົ້າ ແລະ​ເວົ້າ​ວ່າ, “ອາຈານ​ເຈົ້າ​ເອີຍ, ທ່ານ​ໄປ​ທີ່​ໃດ​ຂ້ານ້ອຍ​ກໍ​ຈະ​ໄປ​ທີ່​ນັ້ນ​ກັບ​ທ່ານ.”


ເປໂຕ​ຖາມ​ພຣະອົງ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນຫຍັງ​ຂ້ານ້ອຍ​ຈຶ່ງ​ຕາມ​ພຣະອົງ​ໄປ​ເວລາ​ນີ້​ບໍ່ໄດ້? ຂ້ານ້ອຍ​ພ້ອມ​ແລ້ວ​ທີ່​ຈະ​ຕາຍ​ເພື່ອ​ພຣະອົງ.”


ແຕ່​ໂປໂລ​ຕອບ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຮ້ອງໄຫ້ ແລະ​ເຮັດ​ໃຫ້​ເຮົາ​ເສຍ​ກຳລັງ​ໃຈ​ເຊັ່ນນີ້? ເຮົາ​ຕຽມພ້ອມ​ບໍ່ແມ່ນແຕ່​ໃຫ້​ພວກເຂົາ​ມັດ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ​ເທົ່ານັ້ນ ແຕ່​ພ້ອມ​ທີ່​ຈະ​ຕາຍ​ຢູ່​ໃນ​ທີ່ນັ້ນ​ອີກ​ດ້ວຍ ເພື່ອ​ເຫັນ​ແກ່​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ.”


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ພຣະເຈົ້າຢາເວ​ໄດ້​ຂັບໄລ່​ຊາວ​ອາໂມ​ທີ່​ຢູ່​ໃນ​ດິນແດນ​ນັ້ນ​ອອກ​ໄປ ໃນ​ຂະນະທີ່​ພວກເຮົາ​ກຳລັງ​ບຸກໜ້າ​ເຂົ້າ​ໄປ. ສະນັ້ນ ພວກເຮົາ​ຈຶ່ງ​ຈະ​ຮັບໃຊ້​ພຣະເຈົ້າຢາເວ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ພວກເຮົາ.”


ຄົນ​ເຫຼົ່ານີ້ ເປັນ​ຜູ້​ທີ່​ບໍ່ມີ​ຄວາມຊົ່ວ​ມົວໝອງ​ກັບ​ແມ່ຍິງ ເພາະ​ພວກເຂົາ​ເປັນ​ພວກ​ພົມມະຈາຣີ. ພຣະ​ເມສານ້ອຍ​ສະເດັດ​ໄປ​ທາງ​ໃດ ແມ່ນ​ຄົນ​ເຫຼົ່ານີ້ ທີ່​ຕາມ​ສະເດັດ​ໄປ. ພວກເພິ່ນ​ໄດ້ຖືກ​ຊົງ​ໄຖ່​ໄວ້​ຈາກ​ມວນ​ມະນຸດ ເພື່ອ​ເປັນ​ຜົນ​ທໍາອິດ​ຖວາຍ​ແດ່​ພຣະເຈົ້າ ແລະ​ພຣະ​ເມສານ້ອຍ.


ນາງ​ນາໂອມີ​ຈຶ່ງ​ເວົ້າ​ກັບ​ນາງຣຸດ​ວ່າ, “ຣຸດ​ເອີຍ ເອື້ອຍໃພ້​ຂອງ​ເຈົ້າ​ໄດ້​ກັບຄືນ​ເມືອ​ຫາ​ພີ່ນ້ອງ​ແລະ​ພະ ຂອງ​ນາງ​ແລ້ວ ລູກ​ຈົ່ງ​ກັບຄືນ​ເມືອ​ກັບ​ນາງ​ສາ​ເທາະ.”


ແມ່​ຕາຍ​ຢູ່​ບ່ອນໃດ​ລູກ​ກໍ​ຈະ​ຕາຍ​ຢູ່​ບ່ອນນັ້ນ ແລະ​ທີ່ນັ້ນ ຈະ​ເປັນ​ບ່ອນ​ຝັງສົບ​ຂອງ​ລູກ. ຖ້າ​ມີ​ສິ່ງໃດ​ເຮັດ​ໃຫ້​ລູກ​ຈາກ​ແມ່​ໄປ ຊຶ່ງ​ນອກຈາກ​ຄວາມ​ຕາຍ​ເທົ່ານັ້ນ ຂໍ​ໃຫ້​ພຣະເຈົ້າຢາເວ​ລົງໂທດ​ລູກ​ຢ່າງໜັກ​ເຖີດ.”


ຫົວໜ້າ​ຄົນງານ​ຕອບ​ວ່າ, “ເປັນ​ຍິງສາວ​ຈາກ​ໂມອາບ​ທີ່​ໄດ້​ຄືນ​ມາ​ກັບ​ນາງ​ນາໂອມີ.


ລູກໃພ້​ຂອງ​ເຈົ້າ​ຮັກ​ເຈົ້າ​ຫລາຍ ແລະ​ນາງ​ໄດ້​ປະຕິບັດ​ຕໍ່​ເຈົ້າ​ດີກວ່າ​ລູກຊາຍ​ເຈັດ​ຄົນ. ມາບັດນີ້ ນາງ​ຍັງ​ມີ​ຫລານຊາຍ​ໃຫ້​ເຈົ້າ​ອີກ ຜູ້​ທີ່​ຈະ​ນຳ​ເອົາ​ຊີວິດ​ໃໝ່​ມາ​ໃຫ້​ເຈົ້າ ແລະ​ຈະ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ເຈົ້າ​ໃນ​ເວລາ​ເຈົ້າ​ເຖົ້າແກ່​ຊະຣາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka