Biblia Todo Logo
Internet tuqin Biblia

- Anuncios ukanaka -




ນາງຣຸດ 1:14 - ພຣະຄຳພີສັກສິ

14 ລູກໃພ້​ທັງສອງ​ຈຶ່ງ​ເລີ່ມ​ຮ້ອງໄຫ້​ຂຶ້ນ​ອີກ. ແລ້ວ​ນາງ​ໂອປາ​ກໍ​ຈູບ​ສັ່ງ​ລາ​ແມ່ຍ່າ​ຂອງຕົນ ແລະ​ກັບຄືນ​ເມືອ​ເຮືອນ. ແຕ່​ນາງຣຸດ​ບໍ່​ຍອມ​ໜີໄປ​ຈາກ​ແມ່ຍ່າ.

Uka jalj uñjjattʼäta Copia luraña




ນາງຣຸດ 1:14
22 Jak'a apnaqawi uñst'ayäwi  

ເຈົ້າ​ບໍ່​ໃຫ້​ຂ້ອຍ​ຈູບ​ສັ່ງ​ລາ​ແມ່ນແຕ່​ລູກສາວ ແລະ​ຫລານໆ​ຂອງຂ້ອຍ​ເລີຍ. ເຈົ້າ​ຄື​ມາ​ເຮັດ​ແບບ​ໂງ່ໆ​ເຊັ່ນນີ້


ວັນ​ຕໍ່ມາ​ແຕ່​ເຊົ້າໆ ລາບານ​ໄດ້​ຈູບ​ສັ່ງ​ລາ​ລູກສາວ​ກັບ​ພວກ​ຫລານໆ​ຂອງຕົນ ແລ້ວ​ເພິ່ນ​ກໍ​ກັບຄືນ​ເມືອ​ບ້ານ​ເມືອງ​ຂອງຕົນ.


ແລ້ວ​ກະສັດ​ດາວິດ​ພ້ອມ​ກັບ​ພັກພວກ​ຂອງ​ເພິ່ນ​ທຸກຄົນ ກໍ​ຂ້າມ​ແມ່ນໍ້າ​ຈໍແດນ​ໄປ. ເພິ່ນ​ຈູບລາ​ທັງ​ອວຍພອນ​ບາກຊິນໄລ ແລ້ວ​ບາກຊິນໄລ​ກໍ​ກັບຄືນ​ເມືອ​ສູ່​ບ້ານເມືອງ​ຂອງຕົນ.


ແລ້ວ​ເອລີຊາ​ກໍໄດ້​ປະ​ງົວ​ຂອງຕົນ ແລະ​ແລ່ນ​ຕາມ​ຫລັງ​ເອລີຢາ​ໄປ ທັງ​ເວົ້າ​ວ່າ, “ຂໍ​ໃຫ້​ຂ້ານ້ອຍ​ໄປ​ຈູບ​ສັ່ງລາ​ພໍ່​ແມ່​ຂອງ​ຂ້ານ້ອຍ​ສາ​ກ່ອນ ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄປ​ກັບ​ທ່ານ.” ເອລີຢາ​ຕອບ​ວ່າ, “ບໍ່​ເປັນຫຍັງ​ດອກ ຄືນໄປ​ສາ ຂ້ອຍ​ຈະ​ບໍ່​ຫ້າມ​ເຈົ້າ.”


ເພື່ອນມິດ​ສະແດງ​ຄວາມຮັກ​ຕໍ່​ກັນ​ຢູ່​ທຸກ​ເວລາ ເປັນ​ອ້າຍ​ເອື້ອຍ​ນ້ອງ​ກັນ​ຕ້ອງ​ແບ່ງປັນ​ຄວາມສຸກ​ທຸກ.


ເພື່ອນ​ບາງຄົນ​ນຳ​ຄວາມ​ຈິບຫາຍ​ມາ​ໃຫ້, ແຕ່​ໝູ່ເພື່ອນ​ບາງຄົນ​ສັດຊື່​ກວ່າ​ອ້າຍ​ເອື້ອຍ​ນ້ອງ.


ອີກເທື່ອໜຶ່ງ ພຣະເຈົ້າຢາເວ​ຈະ​ເມດຕາ​ປະຊາຊົນ​ອິດສະຣາເອນ ແລະ​ຈະ​ເລືອກ​ພວກເຂົາ​ເອງ​ໃຫ້​ເປັນ​ພວກ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ພວກເຂົາ​ມາ​ຢູ່​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ​ອີກ ແລະ​ຊາວ​ຕ່າງດ້າວ​ກໍ​ຈະ​ມາ​ອາໄສ​ຢູ່​ນຳ​ໃນ​ທີ່ນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ ໃນ​ເວລາ​ນັ້ນ ຄົນ​ຕ່າງດ້າວ​ສິບ​ຄົນ​ຈະ​ມາ​ຫາ​ຄົນ​ຢິວ​ຜູ້ໜຶ່ງ ແລະ​ຈະ​ເວົ້າ​ວ່າ, ‘ພວກເຮົາ​ຢາກ​ຈະ​ໄປ​ກັບ​ເຈົ້າ ເພາະ​ພວກເຮົາ​ໄດ້ຍິນ​ວ່າ​ພຣະເຈົ້າ​ຢູ່​ກັບ​ເຈົ້າ.”’


“ຜູ້​ທີ່​ຮັກ​ພໍ່​ແມ່​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ, ຜູ້​ທີ່​ຮັກ​ລູກຊາຍ​ຫລື​ລູກສາວ​ຂອງຕົນ​ຫລາຍກວ່າ​ເຮົາ ກໍ​ບໍ່​ສົມຄວນ​ເປັນ​ສາວົກ​ຂອງເຮົາ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກ​ສາວົກ​ວ່າ, “ຖ້າ​ຜູ້ໃດ​ຢາກ​ຕາມ​ເຮົາ​ມາ ໃຫ້​ຜູ້ນັ້ນ​ຕັດ​ສິດ​ຂອງຕົນ, ຮັບ​ແບກ​ໄມ້ກາງແຂນ​ຂອງຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ເມື່ອ​ຊາຍ​ໜຸ່ມ​ໄດ້ຍິນ​ເຊັ່ນ​ນີ້ ລາວ​ກໍ​ໜີໄປ​ດ້ວຍ​ຄວາມ​ທຸກໃຈ​ຢ່າງ​ໜັກ ເພາະ​ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ.


ມີ​ຜູ້ຊາຍ​ບາງຄົນ​ເຂົ້າ​ຮ່ວມ​ກັບ​ໂປໂລ ແລະ​ໄດ້​ຮັບ​ເຊື່ອ ຄົນ​ເຫຼົ່ານັ້ນ​ມີ​ດັ່ງນີ້: ດີໂອນີຊີໂອ ຜູ້​ເປັນ​ສະມາຊິກ​ຄົນ​ໜຶ່ງ​ຂອງ​ສະພາ, ຍິງ​ຄົນ​ໜຶ່ງ​ຊື່​ວ່າ ດາມາຣີ ແລະ​ຄົນອື່ນໆ​ອີກ​ດ້ວຍ.


ຈົ່ງ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ນະມັດສະການ​ແຕ່​ພຣະອົງ​ເທົ່ານັ້ນ. ຈົ່ງ​ສັດຊື່​ຕໍ່​ພຣະອົງ ແລະ​ກ່າວ​ຄຳສັນຍາ​ໃນ​ພຣະນາມ​ຂອງ​ພຣະອົງ​ເທົ່ານັ້ນ.


ແຕ່​ພວກ​ທີ່​ສັດຊື່​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກໍ​ຍັງ​ມີ​ຊີວິດ​ຢູ່​ເທົ່າ​ເຖິງ​ທຸກ​ວັນນີ້.


ເພາະວ່າ​ເດມາ​ໄດ້​ຫລົງ​ຮັກ​ສິ່ງ​ຂອງ​ຝ່າຍ​ໂລກ​ເສຍ​ແລ້ວ ແລະ​ໄດ້​ປະຖິ້ມ​ເຮົາ ໜີໄປ​ເມືອງ​ເທສະໂລນິກ. ເກເຊັນ​ໄດ້​ໄປ​ແຂວງ​ຄາລາເຕຍ ແລະ ຕີໂຕ​ໄດ້​ໄປ​ທີ່​ເມືອງ​ດັນມາເຕຍ.


ສ່ວນ​ພວກເຮົາ ບໍ່​ຢູ່​ຝ່າຍ​ຄົນ​ທີ່​ຫລົບ​ຖອຍ​ຫລັງ ຈົນເຖິງ​ຄວາມ​ຈິບຫາຍ​ເສຍ ແຕ່​ຢູ່​ຝ່າຍ​ຄົນ​ທີ່​ມີ​ຄວາມເຊື່ອ ຈຶ່ງ​ຮັກສາ​ຊີວິດ​ແລະ​ຈິດໃຈ​ຂອງຕົນ​ໄວ້​ໃຫ້​ພົ້ນ​ໄດ້.


ພວກເຈົ້າ​ກໍ​ຈະ​ລໍຖ້າ​ຈົນ​ພວກເຂົາ​ໃຫຍ່​ຊັ້ນບໍ? ມັນ​ຈະ​ບໍ່​ເປັນ​ການ​ຈ່ອງດຶງ​ພວກເຈົ້າ​ໄວ້​ໃຫ້​ແຕ່ງງານ​ກັບ​ຄົນອື່ນ​ບໍ? ລູກ​ຂອງ​ແມ່​ເອີຍ ມັນ​ເປັນ​ໄປ​ບໍ່ໄດ້. ພຣະເຈົ້າຢາເວ​ໄດ້​ຫັນ​ມາ​ຕໍ່ສູ້​ແມ່ ແລະ​ແມ່ເອງ​ກໍ​ຮູ້ສຶກ​ເສຍໃຈ​ນຳ​ພວກເຈົ້າ​ດ້ວຍ.”


ນາງ​ນາໂອມີ​ຈຶ່ງ​ເວົ້າ​ກັບ​ນາງຣຸດ​ວ່າ, “ຣຸດ​ເອີຍ ເອື້ອຍໃພ້​ຂອງ​ເຈົ້າ​ໄດ້​ກັບຄືນ​ເມືອ​ຫາ​ພີ່ນ້ອງ​ແລະ​ພະ ຂອງ​ນາງ​ແລ້ວ ລູກ​ຈົ່ງ​ກັບຄືນ​ເມືອ​ກັບ​ນາງ​ສາ​ເທາະ.”


ພວກເຂົາ​ກັບ​ຄືນ​ເມືອ​ສູ່​ດິນແດນ​ຢູດາຍ, ແຕ່​ໃນ​ຂະນະທີ່​ເດີນທາງ​ກັບ​ເມືອ​ນັ້ນ


ໂບອາດ​ຕອບ​ນາງ​ວ່າ, “ຂ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕໍ່​ແມ່ຍ່າ​ຂອງ​ເຈົ້າ ເມື່ອ​ຜົວ​ຂອງ​ເຈົ້າ​ຕາຍໄປ. ຂ້ອຍ​ຮູ້​ວ່າ​ເຈົ້າ​ໄດ້​ຈາກ​ພໍ່​ແມ່ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ມາ​ຢູ່​ກັບ​ຄົນ​ທີ່​ເຈົ້າ​ບໍ່ເຄີຍ​ຮູ້ຈັກ​ມາ​ກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka