11 ນາງນາໂອມີຕອບວ່າ, “ລູກຂອງແມ່ເອີຍ ຈົ່ງກັບເມືອສາ. ເປັນຫຍັງພວກເຈົ້າຈຶ່ງຢາກໄປກັບແມ່? ພວກເຈົ້າຄິດວ່າແມ່ຈະມີລູກຊາຍໄດ້ອີກ ເພື່ອໃຫ້ພວກເຈົ້າແຕ່ງງານກັບເຂົາຊັ້ນບໍ?
ແລ້ວຢູດາກໍເວົ້າຕໍ່ຕາມາລູກໃພ້ຂອງຕົນວ່າ, “ຈົ່ງກັບຄືນເມືອບ້ານພໍ່ຂອງເຈົ້າສາ ແລະຢູ່ເປັນຍິງໝ້າຍຄອຍຖ້າໃຫ້ເຊລາລູກຊາຍຂອງຂ້ອຍໃຫຍ່.” ເພິ່ນເວົ້າເຊັ່ນນີ້ຍ້ອນເພິ່ນຢ້ານວ່າ ເຊລາອາດຈະຖືກຂ້າຄືກັນກັບອ້າຍຂອງລາວ. ສະນັ້ນ ຕາມາຈຶ່ງກັບຄືນເມືອຢູ່ບ້ານນຳພໍ່ຂອງຕົນ.
ແຕ່ໂອນານຮູ້ວ່າ ເດັກນ້ອຍທີ່ຈະເກີດມານັ້ນບໍ່ແມ່ນລູກຂອງຕົນ. ດັ່ງນັ້ນ ເມື່ອລາວນອນກັບເມຍຂອງອ້າຍເທື່ອໃດ ລາວກໍເຮັດໃຫ້ນໍ້າກາມຕົກເຮ່ຍເທື່ອນັ້ນ ເພື່ອວ່າລາວຈະບໍ່ໄດ້ມີລູກສືບເຊື້ອສາຍໃຫ້ອ້າຍຂອງຕົນ.
“ຖ້າສອງອ້າຍນ້ອງມີສ່ວນໃນກອງມໍຣະດົກດຽວກັນ ແລະຜູ້ໜຶ່ງຕາຍໄປໂດຍບໍ່ມີລູກ ເມຍຂອງຜູ້ຕາຍຈະແຕ່ງງານໃໝ່ກັບຄົນອື່ນນອກຄອບຄົວບໍ່ໄດ້; ແມ່ນໜ້າທີ່ຂອງອ້າຍຫລືນ້ອງຂອງຜູ້ຕາຍເອງ ທີ່ຈະຮັບເອົານາງເປັນເມຍ.
ແລະເວົ້າວ່າ, “ບໍ່ ພວກລູກຈະບໍ່ກັບເມືອ ພວກລູກຈະໄປກັບແມ່ແລະໄປຫາພີ່ນ້ອງຂອງແມ່.”
ລູກຂອງແມ່ເອີຍ ຈົ່ງກັບຄືນເມືອສາ ເພາະວ່າແມ່ກໍເຖົ້າແກ່ກາຍຍາມທີ່ຈະແຕ່ງງານໃໝ່ແລ້ວ. ເຖິງແມ່ນແມ່ຄິດວ່າຍັງມີຄວາມຫວັງຢູ່ ແລະແຕ່ງງານໃໝ່ໃນຄືນນີ້ແລະມີລູກຊາຍອີກຫລາຍຄົນ