Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 9:7 - ພຣະຄຳພີສັກສິ

7 ແລະ​ບໍ່ແມ່ນ​ທຸກຄົນ​ທີ່​ເກີດ​ຈາກ​ເຊື້ອສາຍ​ຂອງ​ອັບຣາຮາມ ເປັນ​ເຊື້ອສາຍ​ແທ້​ຂອງ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ກ່າວ​ແກ່​ອັບຣາຮາມ​ວ່າ, “ແມ່ນ​ໂດຍ​ທາງ​ອີຊາກ ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຕາມ​ທີ່​ເຮົາ​ໄດ້​ສັນຍາ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ບໍ່​ແມ່ນ​ທຸກຄົນ​ທີ່​ສືບເຊື້ອສາຍ​ຂອງ​ອັບຣາຮາມ​ຈະ​ເປັນ​ລູກຫລານ​ຂອງ​ອັບຣາຮາມ. ແຕ່​ກົງກັນຂ້າມ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ນັບ​ມາ​ທາງ​ອີຊາກ”.

Uka jalj uñjjattʼäta Copia luraña




ໂຣມ 9:7
11 Jak'a apnaqawi uñst'ayäwi  

ແຕ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ​ວ່າ, “ຢ່າ​ອຸກໃຈ​ໃນ​ເລື່ອງ​ເດັກນ້ອຍ​ກັບ​ຄົນ​ຮັບໃຊ້​ຍິງ​ຮາກາ​ເລີຍ. ຈົ່ງ​ເຮັດ​ຕາມ​ທີ່​ຊາຣາ​ບອກ​ເຈົ້າ ເພາະ​ແມ່ນ​ທາງ​ອີຊາກ​ທີ່​ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ ຕາມ​ທີ່​ເຮົາ​ໄດ້​ສັນຍາ​ໄວ້.


ແລະ ຢ່າ​ຄິດ​ໃນ​ໃຈ​ວ່າ ພວກເຮົາ​ມີ​ອັບຣາຮາມ​ເປັນ​ພໍ່​ເຄົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ບັນດານ​ໃຫ້​ກ້ອນຫີນ​ເຫຼົ່ານີ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ກໍໄດ້


ເສດຖີ​ຕອບ​ວ່າ, ‘ອັບຣາຮາມ​ພໍ່​ເອີຍ ຍັງ​ບໍ່​ພຽງພໍ​ດອກ, ແຕ່​ຖ້າ​ມີ​ຄົນ​ໜຶ່ງ ເປັນ​ຄືນ​ມາ​ຈາກ​ຕາຍໄປ​ຫາ​ພວກເຂົາ ພວກເຂົາ​ກໍ​ຄົງ​ຈະ​ຖິ້ມໃຈເກົ່າ​ເອົາໃຈໃໝ່.’


ເຫດສະນັ້ນ ຈົ່ງ​ປະພຶດ​ຕົນ​ໃຫ້​ສົມ​ກັບ​ວ່າ ພວກເຈົ້າ​ໄດ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ຢ່າ​ຕັ້ງນຶກ​ໃນ​ໃຈ ແລະ​ເວົ້າ​ໃນ​ທ່າມກາງ​ພວກເຈົ້າ​ວ່າ, ‘ເຮົາ​ມີ​ອັບຣາຮາມ​ເປັນ​ບັນພະບຸລຸດ​ຂອງ​ພວກເຮົາ.’ ເຮົາ​ບອກ​ພວກເຈົ້າ​ວ່າ, ພຣະເຈົ້າ​ຊົງ​ຣິດ​ສາມາດ​ເອົາ​ກ້ອນຫີນ​ເຫຼົ່ານີ້ ແລະ​ບັນດານ​ໃຫ້​ເປັນ​ລູກຫລານ​ຂອງ​ອັບຣາຮາມ​ໄດ້


ພວກເຂົາ​ຕອບ​ພຣະອົງ​ວ່າ, “ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ແລະ​ບໍ່ໄດ້​ເປັນ​ທາດ​ຂອງ​ຜູ້ໃດ​ຈັກເທື່ອ ເປັນຫຍັງ​ທ່ານ​ຈຶ່ງ​ເວົ້າ​ວ່າ, ‘ພວກເຈົ້າ​ຈະ​ເປັນ​ອິດສະຫລະ?”’


ລູກຊາຍ​ຂອງ​ເພິ່ນ​ຜູ້​ທີ່​ໄດ້​ຈາກ​ຍິງ​ຂ້ອຍຂ້າ​ນັ້ນ ເກີດ​ຕາມ​ທຳມະດາ ແຕ່​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ໄດ້​ຈາກ​ຍິງ​ທີ່​ບໍ່​ເປັນ​ຂ້ອຍຂ້າ​ນັ້ນ ແມ່ນ​ເກີດ​ຕາມ​ພຣະສັນຍາ.


ບັດນີ້ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ພວກເຈົ້າ​ກໍ​ເປັນ​ລູກໆ​ຂອງ​ພຣະເຈົ້າ ຕາມ​ພຣະສັນຍາ ເໝືອນດັ່ງ​ອີຊາກ.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ຄື​ລູກ​ທີ່​ມີ​ພຣະສັນຍາ​ກ່າວ​ເຖິງ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ສືບ​ຕໍ່ໄປ​ທາງ​ອີຊາກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka