Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 9:4 - ພຣະຄຳພີສັກສິ

4 ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ ໄດ້​ຮັບ​ການ​ຊົງ​ໃຫ້​ເປັນ​ລູກ​ຂອງ​ພຣະເຈົ້າ ໃຫ້​ພວກເຂົາ​ຮັບ​ພຣະ​ສະຫງ່າຣາສີ ຮັບ​ບັນດາ​ພັນທະສັນຍາ ກັບ​ພວກເຂົາ ແລະ​ມອບ​ກົດບັນຍັດ, ພິທີ​ນະມັດສະການ ແລະ​ບັນດາ​ຄຳສັນຍາ​ໃຫ້​ແກ່​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຄື​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ໄດ້​ຖືກ​ຮັບ​ມາ​ເປັນ​ບຸດ​ຂອງ​ພຣະເຈົ້າ, ໄດ້ຮັບ​ສະຫງ່າລາສີ​ຂອງ​ພຣະເຈົ້າ, ໄດ້​ຮັບ​ບັນດາ​ພັນທະສັນຍາ, ໄດ້​ຮັບ​ກົດບັນຍັດ, ພິທີ​ນະມັດສະການ​ໃນ​ວິຫານ ແລະ ສັນຍາ​ຕ່າງໆ.

Uka jalj uñjjattʼäta Copia luraña




ໂຣມ 9:4
61 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ຕັ້ງ​ພັນທະສັນຍາ​ກັບ​ອັບຣາມ ໂດຍ​ກ່າວ​ວ່າ, “ເຮົາ​ສັນຍາ​ວ່າ ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ ຄື​ດິນແດນ​ຕັ້ງແຕ່​ເຂດແດນ​ຂອງ​ເອຢິບ ຈົນ​ໄປ​ເຖິງ​ແມ່ນໍ້າ​ໃຫຍ່​ເອີຟຣັດ


ນີ້​ຄື​ພັນທະສັນຍາ​ຂອງເຮົາ​ທີ່​ມີ​ຕໍ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ​ຕ້ອງ​ຮັກສາ ຄື​ໃຫ້​ຜູ້ຊາຍ​ທຸກຄົນ​ຈະ​ຕ້ອງ ເຮັດ​ພິທີຕັດ.


ເຮົາ​ຈະ​ເຮັດ​ພັນທະສັນຍາ​ກັບ​ເຈົ້າ ແລະ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ.”


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ລະຫວ່າງ​ເຮົາ ກັບ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ໃຫ້​ເປັນ​ພັນທະສັນຍາ​ສືບ​ໄປ​ສຳລັບ​ຄົນ​ເຊັ່ນ​ຕໍ່ໆໄປ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ພຣະເຈົ້າ​ຂອງ​ເຊື້ອສາຍ​ຂອງ​ເຈົ້າ.


ຊາຍ​ນັ້ນ​ເວົ້າ​ວ່າ, “ຊື່​ຂອງ​ເຈົ້າ​ຈະ​ບໍ່ແມ່ນ​ຢາໂຄບ​ອີກ​ຕໍ່ໄປ. ເຈົ້າ​ໄດ້​ຕໍ່ສູ້​ກັບ​ພຣະເຈົ້າ ແລະ​ມະນຸດ ແລະ​ເຈົ້າ​ຊະນະ; ສະນັ້ນ ຊື່​ຂອງ​ເຈົ້າ​ຈະ​ແມ່ນ​ອິດສະຣາເອນ.”


ແລະ​ພວກເຂົາ​ກໍ​ບໍ່​ສາມາດ​ກັບຄືນ​ໄປ​ປະກອບ​ໜ້າທີ່​ໄດ້ ເພາະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກ​ເຕັມ​ໄປທົ່ວ​ວິຫານ​ຂອງ​ພຣະເຈົ້າຢາເວ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ໂຜດ​ຈົດຈຳ​ສິ່ງ​ທີ່​ຄົນ​ເຫຼົ່ານັ້ນ ໄດ້​ດູໝິ່ນ​ປະໝາດ​ຕຳແໜ່ງ​ປະໂຣຫິດ​ແລະ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກ​ປະໂຣຫິດ ແລະ​ຊາວ​ເລວີ​ດ້ວຍ​ເຖີດ.


ພຣະອົງ​ໃຫ້​ຖ້ອຍຄຳ​ແກ່​ປະຊາຊົນ​ຂອງ​ພຣະອົງ ໃຫ້​ຄຳແນະນຳ ແລະ​ກົດບັນຍັດ​ແກ່​ອິດສະຣາເອນ​ນັ້ນ.


ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ພົບ​ພຣະອົງ​ໃນ​ພຣະວິຫານ ໃຫ້​ຂ້ານ້ອຍ​ເຫັນ​ຣິດອຳນາດ​ທັງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ​ດ້ວຍ.


ພຣະເຈົ້າ​ຊົງ​ຄຸນຄວາມດີ​ແກ່​ອິດສະຣາເອນ ຄື​ແກ່​ພວກ​ທີ່​ມີ​ຈິດໃຈ​ບໍຣິສຸດ​ຜຸດຜ່ອງ.


ພຣະອົງ​ໃຫ້​ສັດຕູ​ຢຶດ​ຫີບ​ພັນທະສັນຍາ ຊຶ່ງ​ເປັນ​ເຄື່ອງໝາຍ​ສັນຍາລັກ​ແຫ່ງ​ພຣະ​ສະຫງ່າຣາສີ.


ພຣະອົງ​ກ່າວ​ວ່າ, “ເຮົາ​ເຮັດ​ພັນທະສັນຍາ​ໄວ້ ກັບ​ມະນຸດ​ທີ່​ເຮົາ​ໄດ້​ເລືອກເອົາ​ພວກເຂົາ​ນັ້ນ ຄື​ໄດ້​ເຮັດ​ໄວ້​ກັບ​ດາວິດ​ຜູ້ຮັບໃຊ້​ຂອງເຮົາ, ເຮົາ​ໄດ້​ໃຫ້​ຄຳສັນຍາ​ກັບ​ລາວ​ດັ່ງນີ້:


ເຮົາ​ຈະ​ບໍ່​ລະເມີດ​ພັນທະສັນຍາ​ທີ່​ມີ​ໄວ້​ກັບ​ລາວ ຫລື​ຖອນ​ຄຳສັນຍາ​ທີ່​ເຮົາ​ເຮັດ​ໄວ້​ກັບ​ລາວ​ນັ້ນ.


ຂໍ​ຊົງ​ໂຜດ​ໃຫ້​ພວກ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ໄດ້​ເຫັນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ຄື​ສິ່ງ​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ ຂໍ​ຊົງ​ໂຜດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ໄດ້​ເຫັນ​ເໝືອນກັນ ໃນ​ຣິດທານຸພາບ​ຂອງ​ພຣະອົງ​ນັ້ນ.


ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ພຣະເຈົ້າຢາເວ​ໄດ້​ສັນຍາ​ວ່າ ຈະ​ມອບ​ໃຫ້​ພວກເຈົ້າ​ນັ້ນ ພວກເຈົ້າ​ຕ້ອງ​ໄດ້​ຈັດ​ພິທີ​ນີ້​ຂຶ້ນ.


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ໂມເຊ​ວ່າ, “ຈົ່ງ​ຂຽນ​ຂໍ້​ຄວາມ​ເຫຼົ່ານີ້​ໄວ້ ເພາະວ່າ​ແມ່ນ​ຫລັກ​ຂອງ​ພັນທະສັນຍາ ທີ່​ເຮົາ​ໄດ້​ເຮັດ​ໄວັ​ກັບ​ເຈົ້າ ແລະ​ປະຊາຊົນ​ອິດສະຣາເອນ.”


ແລ້ວ​ເຈົ້າ​ກໍ​ຕ້ອງ​ບອກ​ກະສັດ​ຟາໂຣ​ວ່າ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ຊາດ​ອິດສະຣາເອນ​ເປັນ​ລູກຊາຍກົກ​ຂອງເຮົາ.


ຕໍ່ມາ ເມກ​ໄດ້​ມາ​ປົກຄຸມ​ຫໍເຕັນ​ບ່ອນ​ຊຸມນຸມ ແລະ​ແສງສຸກໃສ​ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ກໍ​ປົກຄຸມ​ເຕັມ​ຢູ່​ທີ່​ຫໍເຕັນ​ສັກສິດ​ນັ້ນ.


ແຕ່​ສຳລັບ​ພວກເຈົ້າ​ນັ້ນ​ແມ່ນ​ຊາດ​ອິດສະຣາເອນ ເປັນ​ພວກ​ທີ່​ອຸທິດຕົວ​ເພື່ອ​ການ​ບົວລະບັດ​ຮັບໃຊ້ ແມ່ນ​ປະຊາຊົນ​ພວກ​ໜຶ່ງ​ທີ່​ເຮົາ​ໄດ້​ເລືອກເອົາ ຄື​ເຊື້ອສາຍ​ອັບຣາຮາມ​ມິດ​ສະຫາຍ​ຂອງເຮົາ​ນັ້ນ.


ຈົ່ງ​ຟັງ​ເຮົາ​ເທີ້ນ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຄື​ປະຊາຊົນ​ທັງໝົດ​ຂອງເຮົາ​ທີ່​ຍັງ​ມີ​ຊີວິດ​ຢູ່​ນັ້ນ. ເຮົາ​ໄດ້​ເບິ່ງແຍງ​ພວກເຈົ້າ​ແຕ່​ໃດໆ​ມາ ຄື​ຕອນ​ທີ່​ພວກເຈົ້າ​ເກີດ​ມາ​ແຕ່​ທ້ອງ​ແມ່.


ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.


ຕາເວັນ​ຈະ​ບໍ່​ເປັນ​ແຈ້ງ​ສຳລັບ​ກາງເວັນ​ຕໍ່ໄປ ຫລື​ເດືອນ​ຈະ​ບໍ່​ເປັນ​ແສງ​ແຈ່ມໃສ​ສຳລັບ​ກາງຄືນ​ອີກ; ແຕ່​ພຣະເຈົ້າຢາເວ​ຈະ​ເປັນ​ແສງແຈ້ງ​ສືບໄປ ແລະ​ພຣະເຈົ້າ​ຂອງເຈົ້າ​ຈະ​ເປັນ​ສະຫງ່າຣາສີ​ຂອງເຈົ້າ.


ອິດສະຣາເອນ​ເອີຍ ເຈົ້າ​ຄື​ລູກ​ທີ່​ຮັກ​ຂອງເຮົາ ເປັນ​ເດັກນ້ອຍ​ທີ່​ເຮົາ​ຮັກແພງ​ຫລາຍ​ແທ້ໆ. ເມື່ອ​ເຮົາ​ເອີ່ຍ​ເຖິງ​ເຈົ້າ​ຄື​ເອີ່ຍ​ເຖິງ​ຊື່​ເຈົ້າ​ຍາມໃດ ເຮົາ​ກໍ​ມີ​ຄວາມຮັກ​ແລະ​ຄິດເຖິງ​ເຈົ້າ​ຍາມນັ້ນ; ຈິດໃຈ​ເຮົາ​ຄິດເຖິງ​ແຕ່​ເຈົ້າ​ຢູ່​ສະເໝີ​ມາ ເຮົາ​ບັງຄັບ​ເຮົາເອງ​ບໍ່​ໃຫ້​ເມດຕາ​ເຈົ້າ​ບໍ່ໄດ້.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ປະຊາຊົນ​ຈະ​ກັບ​ມາ​ດ້ວຍ​ນໍ້າຕາ​ຫລັ່ງໄຫລ ໂດຍ​ພາວັນນາ​ອະທິຖານ​ຕໍ່​ເຮົາ​ໃຫ້​ນຳ​ພວກເຂົາ​ຄືນ​ເມືອ​ບ້ານ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ສູ່​ຫ້ວຍນໍ້າ​ທີ່​ຫລັ່ງໄຫລ ຕາມ​ທາງພຽງ​ທີ່​ພວກເຂົາ​ຈະ​ບໍ່​ຕໍາ​ສະດຸດ​ໄດ້. ເຮົາ​ເປັນ​ດັ່ງ​ພໍ່​ຜູ້ໜຶ່ງ​ຂອງ​ຊາດ​ອິດສະຣາເອນ ເອຟຣາອິມ​ກໍ​ເປັນ​ລູກຊາຍກົກ​ຂອງເຮົາ​ດ້ວຍ.”


ຊຶ່ງ​ຢູ່​ໃນ​ນັ້ນ​ມີ​ສີສັນ​ຕ່າງໆ​ຂອງ​ຮຸ້ງກິນນໍ້າ. ອັນນີ້ ແມ່ນ​ສະຫງ່າຣາສີ​ທີ່​ສຳແດງ​ໃຫ້​ຮູ້​ວ່າ ພຣະເຈົ້າຢາເວ​ສະຖິດ​ຢູ່​ໃນ​ທີ່ນັ້ນ. ເມື່ອ​ຂ້າພະເຈົ້າ​ໄດ້​ເຫັນ​ດັ່ງນີ້​ແລ້ວ​ຈຶ່ງ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ ແລ້ວ​ຂ້າພະເຈົ້າ​ກໍ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວຈາ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຄາວ​ທີ່​ຊາດ​ອິດສະຣາເອນ​ຍັງ​ເປັນ ເດັກນ້ອຍ​ຢູ່​ນັ້ນ ເຮົາ​ຮັກ​ລາວ​ແລະ​ເອີ້ນ​ລາວ​ໃຫ້​ອອກ ມາ​ຈາກ​ປະເທດ​ເອຢິບ​ໃນ​ຖານະ​ເປັນ​ລູກຊາຍ.


ເມື່ອ​ໂມເຊ​ເຂົ້າ​ໄປ​ກ່າວ​ຕໍ່​ພຣະເຈົ້າຢາເວ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ ເພິ່ນ​ກໍ​ໄດ້​ຍິນ​ພຣະອົງ​ກ່າວ​ແກ່​ເພິ່ນ​ຈາກ​ເທິງ​ຝາ​ຫີບ​ພັນທະສັນຍາ ລະຫວ່າງ​ເຄຣຸບ.


“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.


ພຣະເຈົ້າ​ໄດ້​ໃຫ້​ກົດບັນຍັດ​ໂດຍ​ທາງ​ໂມເຊ ສ່ວນ​ພຣະຄຸນ​ແລະ​ຄວາມຈິງ​ນັ້ນ ໄດ້​ມາ​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”


ດ້ວຍວ່າ, ຄຳສັນຍາ​ຂອງ​ພຣະເຈົ້າ ແມ່ນ​ໄດ້​ມີ​ໄວ້​ກັບ​ພວກທ່ານ​ທັງ​ລູກ​ຂອງ​ພວກທ່ານ ແລະ​ກັບ​ຄົນ​ທັງປວງ​ທີ່​ຢູ່​ຫ່າງໄກ ຄື​ແກ່​ທຸກຄົນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກເຮົາ ໄດ້​ເອີ້ນ​ໃຫ້​ມາ​ຫາ​ພຣະອົງ​ນັ້ນ.”


ກໍ​ມີ​ປະໂຫຍດ​ຫລາຍ​ໃນ​ທຸກສິ່ງ ເປັນ​ຕົ້ນ​ວ່າ​ພຣະເຈົ້າ​ໄດ້​ມອບ​ພຣະຄຳ​ໂອວາດ​ຂອງ​ພຣະອົງ​ໃຫ້​ຊາວ​ຢິວ​ຖື​ຮັກສາ.


ດ້ວຍວ່າ, ພຣະວິນຍານ​ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ນັ້ນ ຈະ​ບໍ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ທາດ ຊຶ່ງ​ກໍ່​ໃຫ້​ເກີດ​ຄວາມ​ຢ້ານກົວ, ແຕ່​ພຣະວິນຍານ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ ໂດຍ​ຣິດອຳນາດ​ແຫ່ງ​ພຣະວິນຍານ​ບໍຣິສຸດເຈົ້າ​ນັ້ນ ພວກເຮົາ​ຈຶ່ງ​ເອີ້ນ​ພຣະເຈົ້າ​ວ່າ, “ອັບບາ” ຄື​ພຣະບິດາເຈົ້າ.


ແຕ່​ບໍ່ແມ່ນ​ພຣະຄຳ​ຂອງ​ພຣະເຈົ້າ​ໄດ້​ຫລົ້ມເຫລວ​ໄປ ເພາະວ່າ​ເຂົາ​ທັງຫລາຍ​ທີ່​ເກີດ​ມາ​ຈາກ​ອິດສະຣາເອນ​ນັ້ນ ກໍ​ບໍ່ແມ່ນ​ວ່າ​ເປັນ​ອິດສະຣາເອນ​ແທ້​ທຸກຄົນ.


ພວກເຂົາ​ເປັນ​ຊາວ​ເຮັບເຣີ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ຊົນຊາດ​ອິດສະຣາເອນ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ ພວກເຂົາ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ​ບໍ? ເຮົາ​ກໍ​ເປັນ​ເໝືອນກັນ.


ບັນດາ​ພຣະສັນຍາ​ທີ່​ພຣະເຈົ້າ​ກ່າວ​ແກ່​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ນັ້ນ ບໍ່ໄດ້​ກ່າວ​ວ່າ, “ແກ່​ເຊື້ອສາຍ​ທັງຫລາຍ,” ແຕ່​ຊົງ​ກ່າວ​ວ່າ, “ແກ່​ເຊື້ອສາຍ​ຂອງທ່ານ.” ໝາຍເຖິງ​ຄົນ​ດຽວ ຄື​ພຣະຄຣິດ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


“ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ດັ່ງນັ້ນ ຢ່າ​ປາດເນື້ອ​ເຖືອໜັງ​ຕົນເອງ ຫລື​ແຖ​ຫົວ​ທາງ​ດ້ານ​ໜ້າ​ເມື່ອ​ມີ​ຄົນ​ຕາຍ.


ຕໍ່ໄປນີ້ ແມ່ນ​ເນື້ອໃນ​ຂອງ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ ໃຫ້​ເຮັດ​ໄວ້​ກັບ​ປະຊາຊົນ​ອິດສະຣາເອນ​ໃນ​ດິນແດນ​ໂມອາບ; ທັງໝົດ​ນີ້​ແມ່ນ​ໃຫ້​ຕື່ມ​ໃສ່​ພັນທະສັນຍາ ຊຶ່ງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ເຮັດ​ກັບ​ພວກເຂົາ​ແລ້ວ​ທີ່​ພູເຂົາ​ຊີນາຍ.


ບໍ່ແມ່ນ​ພຽງແຕ່​ພວກເຈົ້າ​ເທົ່ານັ້ນ ທີ່​ກຳລັງ​ເຮັດ​ພັນທະສັນຍາ​ແລະ​ຂໍ້​ຕົກລົງ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ພຣະອົງ​ໄດ້​ບອກ​ພວກເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ ເພື່ອ​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຈົ້າ ຄື​ໃຫ້​ພວກເຈົ້າ​ປະຕິບັດ​ຕາມ​ພຣະ​ຄຳສັ່ງ​ສິບ​ຂໍ້ ທີ່​ພຣະອົງ​ໄດ້​ຈາລຶກ​ໄວ້​ໃນ​ຫີນ​ສອງ​ແຜ່ນ.


ຈົ່ງ​ເຮັດ​ເຊັ່ນນີ້ ເພາະວ່າ​ພວກເຈົ້າ​ເປັນ​ພວກ​ບໍຣິສຸດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າຈາກ​ໄດ້​ເລືອກ​ເອົາ​ພວກເຈົ້າ​ຈາກ​ຊົນຊາດ​ທັງໝົດ​ທົ່ວ​ເທິງ​ແຜ່ນດິນ​ໂລກ ມາ​ເປັນ​ຊົນຊາດ​ພິເສດ​ຂອງ​ພຣະອົງ.


ເຖິງ​ແມ່ນ​ພັນທະສັນຍາ​ເດີມ​ນັ້ນ ກໍ​ມີ​ກົດ​ໃນ​ການ​ນະມັດສະການ ແລະ​ມີ​ສະຖານທີ່​ສັກສິດ​ທີ່​ແຜ່ນດິນ​ໂລກ.


ເພາະ​ເປັນ​ເລື່ອງ​ຂອງ​ກິນ ຂອງ​ດື່ມ ແລະ​ພິທີ​ຊຳລະ​ລ້າງ​ຕ່າງໆ​ເທົ່ານັ້ນ ເປັນ​ພິທີ​ສຳລັບ​ການ​ປະຕິບັດ​ທາງ​ກາຍ ທີ່​ໄດ້​ຊົງ​ບັນຍັດ​ໄວ້ ຈົນກວ່າ​ຈະ​ໄດ້​ຊົງ​ປ່ຽນແປງ​ໃໝ່.


ພາຍ​ໃນ​ຜ້າກັ້ງ​ຊັ້ນ​ທີ​ສອງ​ມີ​ຫ້ອງ ຊຶ່ງ​ເອີ້ນ​ວ່າ ສະຖານທີ່​ສັກສິດ​ທີ່ສຸດ.


ຢູ່​ເທິງ​ຫີບ​ນັ້ນ ມີ​ຮູບ​ເຄຣູບ​ປະກອບ​ດ້ວຍ​ສະຫງ່າຣາສີ​ອັນ​ຮຸ່ງເຮືອງ​ຂອງ​ພຣະເຈົ້າ ປົກຄຸມ​ພຣະທີ່ນັ່ງ​ອັນ​ຊົງ​ພຣະ​ກະລຸນາ​ນັ້ນ. ສິ່ງ​ເຫຼົ່ານີ້ ເຮົາ​ຈະ​ພັນລະນາ​ໃຫ້​ລະອຽດ​ໃນ​ທີ່​ນີ້​ບໍ່ໄດ້.


ເມື່ອ​ຈັດຕັ້ງ​ສິ່ງ​ຕ່າງໆ​ໄວ້​ຢ່າງ​ນັ້ນ​ແລ້ວ ບັນດາ​ປະໂຣຫິດ​ກໍ​ເຂົ້າ​ໄປ​ໃນ​ຫໍເຕັນ​ສັກສິດ​ຊັ້ນນອກ​ທຸກໆ​ວັນ ເພື່ອ​ປະກອບ​ພິທີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka