ໂຣມ 9:3 - ພຣະຄຳພີສັກສິ3 ຖ້າເປັນປະໂຫຍດ ເຮົາປາຖະໜາຢາກໃຫ້ເຮົາເອງຖືກສາບແຊ່ງ ແລະຖືກຕັດຂາດຈາກພຣະຄຣິດ ເພາະເຫັນແກ່ພີ່ນ້ອງຂອງເຮົາ ຄືຍາດຕິພີ່ນ້ອງຂອງເຮົາຕາມເຊື້ອສາຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່3 ເພາະເຮົາປາຖະໜາວ່າ ຖ້າເປັນໄປໄດ້ຂໍໃຫ້ເຮົາເອງຖືກສາບແຊ່ງ ແລະ ຖືກຕັດຂາດຈາກພຣະຄຣິດເຈົ້າ ເພື່ອເຫັນແກ່ພີ່ນ້ອງຂອງເຮົາຜູ້ເປັນຄົນເຊື້ອຊາດດຽວກັນກັບເຮົາ, Uka jalj uñjjattʼäta |
ເລື່ອງນີ້ມະຫາປະໂຣຫິດກັບບັນດາເຖົ້າແກ່ທີ່ເປັນສະມາຊິກຂອງສະພາສູງສຸດທຸກຄົນ ຄົງຢືນຢັນໄດ້ວ່າຂ້າພະເຈົ້າເວົ້າຄວາມຈິງ, ຂ້າພະເຈົ້າໄດ້ຮັບໜັງສືຈາກພວກເພິ່ນ ແລະຖືໄປຫາບັນດາພີ່ນ້ອງຊາວຢິວທີ່ເມືອງດາມັສກັດ ເພື່ອຈະຈັບເອົາພວກຄົນທີ່ເຊື່ອຢູ່ໃນທີ່ນັ້ນ ແລະນຳພວກເຂົາມາທີ່ນະຄອນເຢຣູຊາເລັມເພື່ອລົງໂທດ.”
ຢ່າປ່ອຍຊາກສົບແຂວນໄວ້ຈົນຮອດກາງຄືນ. ໃຫ້ຝັງຊາກສົບຂອງຄົນນີ້ໃນມື້ນັ້ນໂລດ ເພາະຊາກສົບຂອງຄົນຕາຍທີ່ຖືກແຂວນຄໍກັບເສົາ ນຳຄວາມສາບແຊ່ງຂອງພຣະເຈົ້າມາສູ່ດິນແດນ. ຈົ່ງຝັງຊາກສົບນັ້ນສາ ເພື່ອບໍ່ເປັນການນຳການສາບແຊ່ງມາສູ່ດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້.”