Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:3 - ພຣະຄຳພີສັກສິ

3 ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະ​ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່​ໄດ້ ເນື່ອງ​ຈາກ​ເນື້ອໜັງ​ເຮັດ​ໃຫ້​ອ່ອນແອ​ນັ້ນ​ພຣະເຈົ້າ​ກໍ​ໄດ້​ເຮັດ​ແລ້ວ ໂດຍ​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ເອງ​ມາ​ໃນ​ສະພາບ​ເໝືອນ​ກັບ​ມະນຸດ​ທີ່​ເປັນ​ຄົນບາບ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ຄວາມບາບ ແລະ ດັ່ງນັ້ນ​ພຣະອົງ​ໄດ້​ຕັດສິນ​ລົງໂທດ​ຄວາມບາບ​ໃນ​ມະນຸດ​ທີ່​ເປັນ​ຄົນບາບ,

Uka jalj uñjjattʼäta Copia luraña




ໂຣມ 8:3
28 Jak'a apnaqawi uñst'ayäwi  

ສະນັ້ນ ໂມເຊ​ຈຶ່ງ​ເຮັດ​ງູ​ທອງສຳຣິດ​ຕອກ​ໄວ້​ກັບ​ເສົາ. ຜູ້ໃດ​ຜູ້ໜຶ່ງ​ທີ່​ຖືກ​ງູພິດ​ຕອດ ເມື່ອ​ຫລຽວ​ເບິ່ງ​ງູ​ທອງສຳຣິດ​ນັ້ນ​ແລ້ວ ກໍໄດ້​ຮັບ​ການ​ປິ່ນປົວ​ໃຫ້​ຫາຍ​ດີ.


ໃຫ້​ຖວາຍ​ແບ້ເຖິກ​ໂຕໜຶ່ງ​ອີກ​ເພື່ອ​ລຶບລ້າງ​ບາບ ແລະ​ໃນ​ທຳນອງນີ້​ຈຶ່ງ​ເປັນ​ສ່ວນ​ປະກອບ​ພິທີ​ຊຳລະ​ບາບກຳ​ຂອງ​ປະຊາຊົນ.


ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ໄວ້​ພ້ອມ​ກັບ​ພຣະອົງ ເບື້ອງຂວາ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຄົນ​ໜຶ່ງ. [


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ພວກເຂົາ​ເອີ້ນ​ຊາຍ​ຕາບອດ​ມາ​ເປັນ​ເທື່ອ​ທີ​ສອງ ແລະ​ເວົ້າ​ຕໍ່​ລາວ​ວ່າ, “ຈົ່ງ​ສັນຍາ​ຊ້ອງໜ້າ​ພຣະເຈົ້າ​ວ່າ ເຈົ້າ​ຈະ​ເວົ້າ​ຄວາມຈິງ ພວກເຮົາ​ຮູ້​ວ່າ​ຊາຍ​ຄົນ​ນັ້ນ​ເປັນ​ຄົນ​ບາບ.”


ແລະ​ໂດຍ​ທາງ​ພຣະອົງ​ນັ້ນ ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຖືກ​ຊົງ​ຊຳລະ​ທຸກຢ່າງ ຊຶ່ງ​ຈະ​ຊຳລະ​ບໍ່ໄດ້​ຕາມ​ກົດບັນຍັດ​ຂອງ​ໂມເຊ.


ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.


ພວກເຮົາ​ຮູ້​ສິ່ງ​ນີ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ນັ້ນ ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ແລະ​ຊີວິດ​ເກົ່າ​ຊຶ່ງ​ເປັນ​ທີ່​ຢູ່​ຂອງ​ບາບກຳ​ນັ້ນ ຈະ​ຖືກ​ທຳລາຍ​ເສຍ ແລະ​ພວກເຮົາ​ກໍ​ຈະ​ບໍ່ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ​ອີກ​ຕໍ່ໄປ.


ເພາະ​ເຮົາ​ຮູ້​ວ່າ​ໃນ​ຕົວ​ເຮົາ ຄື​ໃນ​ສັນດານ​ມະນຸດ​ນັ້ນ ບໍ່ມີ​ການ​ດີ​ຈັກ​ຢ່າງ​ຢູ່​ນຳ. ເຖິງ​ແມ່ນ​ວ່າ ການ​ຢາກ​ເຮັດ​ດີ​ມີ​ຢູ່​ໃນ​ຕົວ​ເຮົາ, ແຕ່​ເຮົາ​ກໍ​ບໍ່​ສາມາດ​ເຮັດ​ດີ​ໄດ້.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ຖ້າ​ເປັນ​ປະໂຫຍດ ເຮົາ​ປາຖະໜາ​ຢາກ​ໃຫ້​ເຮົາ​ເອງ​ຖືກ​ສາບແຊ່ງ ແລະ​ຖືກ​ຕັດຂາດ​ຈາກ​ພຣະຄຣິດ ເພາະ​ເຫັນ​ແກ່​ພີ່ນ້ອງ​ຂອງເຮົາ ຄື​ຍາດຕິພີ່ນ້ອງ​ຂອງເຮົາ​ຕາມ​ເຊື້ອສາຍ.


ເພາະວ່າ ພຣະເຈົ້າ​ໄດ້​ຊົງ​ກະທຳ​ໃຫ້​ພຣະຄຣິດ ຜູ້​ຊົງ​ບໍ່ມີ​ຄວາມ​ຜິດບາບ​ນັ້ນ ໄດ້​ເຂົ້າ​ສ່ວນ​ກັບ​ຄວາມ​ຜິດບາບ​ຂອງ​ພວກເຮົາ ເພື່ອ​ພວກເຮົາ​ຈະ​ໄດ້​ເຂົ້າ​ສ່ວນ​ໃນ​ຄວາມ​ຊອບທຳ​ຂອງ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ.


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ຖ້າດັ່ງນັ້ນ ກົດບັນຍັດ​ຂັດແຍ້ງ​ກັບ​ພຣະສັນຍາ​ຂອງ​ພຣະເຈົ້າ​ບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ເພາະວ່າ ຖ້າ​ຊົງ​ປະທານ​ກົດບັນຍັດ ອັນ​ອາດ​ໃຫ້​ມີ​ຊີວິດ​ຢູ່​ໄດ້ ການ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ຄົງ​ຈະ​ໄດ້​ມີ​ຢູ່​ໂດຍ​ກົດບັນຍັດ​ນັ້ນ​ແທ້.


ແຕ່​ໄດ້​ກັບ​ຊົງ​ຍອມ​ສະຫລະ ແລະ ຊົງ​ຮັບ​ສະພາບ​ຂ້ອຍຂ້າ. ຊົງ​ຖື​ກຳເນີດ​ເປັນ​ມະນຸດ.


ແຕ່​ເມື່ອ​ພຣະຄຣິດ​ໄດ້​ຖວາຍ​ເຄື່ອງ​ບູຊາ​ຄັ້ງ​ດຽວ ເພື່ອ​ຊຳລະ​ລ້າງ​ບາບກຳ​ແລ້ວ ເປັນ​ການ​ຖວາຍ​ຊຶ່ງ​ນຳ​ໃຊ້​ໄດ້​ຕະຫລອດໄປ, ແລ້ວ​ພຣະອົງ​ກໍ​ນັ່ງ​ລົງ​ທີ່​ເບື້ອງ​ຂວາ​ພຣະຫັດ​ຂອງ​ພຣະເຈົ້າ.


ເພາະ​ດ້ວຍ​ການ​ຖວາຍບູຊາ​ຄັ້ງ​ດຽວ ພຣະອົງ​ໄດ້​ຊົງ​ໂຜດ​ຄົນ​ທັງຫລາຍ ທີ່​ຊົງ​ຊຳລະ​ເປັນ​ບໍຣິສຸດ​ນັ້ນ ໃຫ້​ເຖິງ​ທີ່​ສຳເລັດ​ຊົ່ວ​ນິຣັນດອນ.


ເຫດສະນັ້ນ ເມື່ອ​ພວກ​ລູກ​ໄດ້​ຮ່ວມ​ໃນ​ເລືອດເນື້ອ​ອັນ​ດຽວກັນ ຝ່າຍ​ພຣະອົງ​ຈຶ່ງ​ໄດ້​ຊົງ​ຮ່ວມ​ໃນ​ຊາດ​ມະນຸດ​ເໝືອນກັນ ເພື່ອ​ໂດຍ​ທາງ​ຄວາມ​ຕາຍ​ນັ້ນ ພຣະອົງ​ຈະ​ໄດ້​ຊົງ​ທຳລາຍ​ຜູ້​ທີ່​ມີ​ອຳນາດ​ແຫ່ງ​ຄວາມ​ຕາຍ ຄື​ມານຮ້າຍ,


ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.


ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka