Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:21 - ພຣະຄຳພີສັກສິ

21 ໃນ​ມື້​ໜຶ່ງ ສັບພະສິ່ງ​ທີ່​ຊົງ​ສ້າງ​ນັ້ນ ຈະ​ຖືກ​ປົດປ່ອຍ​ໃຫ້​ເປັນ​ອິດສະຫລະ​ຈາກ​ອຳນາດ​ຂອງ​ຄວາມ​ເສື່ອມສູນ ແລະ​ຈະ​ໄດ້​ມີ​ສ່ວນ​ໃນ​ອິດສະຫລະ​ພາບ​ອັນ​ຮຸ່ງເຮືອງ​ແຫ່ງ​ບັນດາ​ລູກ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ວ່າ, ສັບພະສິ່ງ​ທີ່​ພຣະເຈົ້າ​ສ້າງ​ນັ້ນ​ຈະ​ໄດ້​ຮັບ​ການປົດປ່ອຍ​ຈາກ​ການຜູກມັດ​ໃຫ້​ຕ້ອງ​ເສື່ອມສູນ ແລະ ຈະ​ຖືກ​ນຳ​ເຂົ້າ​ສູ່​ເສລີພາບ​ອັນ​ຮຸ່ງເຮືອງ​ຂອງ​ບຸດ​ທັງຫລາຍຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 8:21
8 Jak'a apnaqawi uñst'ayäwi  

ໃນ​ເວລາ​ນີ້​ພຣະອົງ​ຈຳ​ຕ້ອງ​ຢູ່​ໃນ​ສະຫວັນ ຈົນກວ່າ​ເຖິງ​ເວລາ​ທີ່​ທຸກສິ່ງ​ຈະ​ຖືກ​ຕັ້ງ​ຂຶ້ນ​ໃໝ່ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ໂດຍ​ທາງ​ບັນດາ​ຜູ້ທຳນວາຍ​ບໍຣິສຸດ​ຂອງ​ພຣະອົງ ຕັ້ງແຕ່​ດົນນານ​ມາ​ແລ້ວ.


ດ້ວຍວ່າ, ສັບພະສິ່ງ​ທີ່​ຊົງ​ສ້າງ​ແລ້ວ ມີ​ຄວາມ​ພຽນ​ຄອຍຖ້າ​ປາຖະໜາ​ໃຫ້​ບຸດ​ທັງຫລາຍ​ຂອງ​ພຣະເຈົ້າ​ປາກົດ.


ແລະ​ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ຊົງ​ກຳນົດ​ລ່ວງໜ້າ​ໄວ້​ແລ້ວ​ນັ້ນ ພຣະອົງ​ກໍ​ຊົງ​ເອີ້ນ​ມາ​ດ້ວຍ ແລະ​ພວກ​ທີ່​ພຣະອົງ​ຊົງ​ເອີ້ນ​ມາ​ນັ້ນ ພຣະອົງ​ກໍ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ແລະ​ພວກ​ທີ່​ພຣະອົງ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ພຣະອົງ​ກໍ​ຊົງ​ໂຜດ​ໃຫ້​ພວກເຂົາ​ໄດ້​ຮັບ​ສະຫງ່າຣາສີ​ຮ່ວມ​ກັບ​ພຣະອົງ.


ເມື່ອ​ຄົນ​ຕາຍ​ເປັນ​ຄືນ​ມາ​ສູ່​ຊີວິດ​ກໍ​ຈະ​ເປັນ​ດັ່ງນັ້ນແຫລະ, ເມື່ອ​ຮ່າງກາຍ​ໄດ້​ຖືກ​ຫວ່ານ​ລົງ ກໍ​ເປື່ອຍເນົ່າ​ໄປ ເມື່ອ​ເປັນ​ຄືນ​ມາ ຮ່າງກາຍ​ນັ້ນ ກໍ​ບໍ່​ເປື່ອຍເນົ່າ​ອີກ.


ຂໍ້ຄວາມ​ທີ່​ວ່າ, “ຍັງ​ອີກເທື່ອໜຶ່ງ” ນັ້ນ ສະແດງ​ວ່າ​ສິ່ງ​ທີ່​ຫວັ່ນໄຫວ​ນັ້ນ ຈະ​ຖືກ​ຍົກຍ້າຍ​ໄປ​ເສຍ ເໝືອນ​ກັບ​ສິ່ງ​ທີ່​ຊົງ​ສ້າງ​ໃຫ້​ມີ​ຂຶ້ນ ເພື່ອ​ໃຫ້​ສິ່ງ​ທີ່​ບໍ່​ຫວັ່ນໄຫວ​ຍັງ​ຄົງ​ເຫຼືອ​ຢູ່.


ແຕ່​ວ່າ ຕາມ​ພຣະສັນຍາ​ຂອງ​ພຣະອົງ ເຮົາ​ທັງຫລາຍ​ຄອຍ​ຖ້າ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ຊຶ່ງ​ຄວາມ​ຊອບທຳ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່ ເພາະວ່າ​ສະຫວັນ​ເດີມ​ແລະ​ແຜ່ນດິນ​ໂລກ​ເດີມ​ນັ້ນ ກໍ​ໄດ້​ລ່ວງ​ໄປ​ແລ້ວ ແລະ​ທະເລ​ກໍ​ບໍ່ມີ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka