Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:2 - ພຣະຄຳພີສັກສິ

2 ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.

Uka jalj uñjjattʼäta Copia luraña




ໂຣມ 8:2
29 Jak'a apnaqawi uñst'ayäwi  

ຂໍ​ຊົງ​ໂຜດ​ໃຫ້​ມີ​ຄວາມ​ຊົມຊື່ນ​ກັບ​ຄວາມພົ້ນ​ຂອງ​ພຣະອົງ ແລະ​ໂຜດ​ເຮັດ​ໃຫ້​ມີ​ໃຈ​ປະສົງ​ເຊື່ອຟັງ​ພຣະອົງ​ດ້ວຍ.


ສະນັ້ນ ທຸກ​ເທື່ອ​ທີ່​ສິ່ງທີ່ມີ​ຊີວິດ​ນັ້ນ​ເຄື່ອນຍ້າຍ​ໄປ​ຫລື​ຢຸດ​ຢູ່ ຫລື​ເຫາະຂຶ້ນ​ໃນ​ອາກາດ ລໍ້​ນັ້ນ​ກໍ​ເຄື່ອນຍ້າຍ​ໄປ​ນຳ​ທັນທີ.


ພຣະເຢຊູເຈົ້າ​ຊົງ​ຕອບ​ນາງ​ວ່າ, “ຖ້າ​ເຈົ້າ​ຮູ້ຈັກ​ສິ່ງ​ທີ່​ພຣະເຈົ້າ​ໃຫ້ ແລະ​ຮູ້ຈັກ​ຜູ້​ທີ່​ກຳລັງ​ຂໍ​ດື່ມ​ນໍ້າ​ຈາກ​ເຈົ້າ​ແລ້ວ ເຈົ້າ​ກໍ​ຄົງ​ຈະ​ຂໍ​ຈາກ​ເພິ່ນ ແລະ​ເພິ່ນ​ຈະ​ເອົາ​ນໍ້າ​ທີ່​ປະກອບ​ດ້ວຍ​ຊີວິດ​ໃຫ້​ແກ່​ເຈົ້າ.”


ແຕ່​ຜູ້ໃດ​ທີ່​ດື່ມ​ນໍ້າ ຊຶ່ງ​ເຮົາ​ຈະ​ໃຫ້​ນັ້ນ ຈະ​ບໍ່​ຢາກ​ອີກ​ຈັກເທື່ອ. ນໍ້າ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ກາຍເປັນ​ນໍ້າພຸ​ໃນ​ຕົວ​ຂອງ​ຜູ້ນັ້ນ ແລະ​ຈະ​ພຸ່ງ​ຂຶ້ນ​ເຖິງ​ຊີວິດ​ນິຣັນດອນ.”


ແມ່ນ​ພຣະວິນຍານ ທີ່​ເຮັດ​ໃຫ້​ມີ​ຊີວິດ, ສ່ວນ​ເນື້ອກາຍ​ຂອງ​ມະນຸດ​ນັ້ນ ກໍ​ບໍ່​ໃຫ້​ປະໂຫຍດ​ຫຍັງ​ໝົດ ຖ້ອຍຄຳ​ທີ່​ເຮົາ​ກ່າວ​ແກ່​ເຈົ້າ​ທັງຫລາຍ​ນັ້ນ ເປັນ​ວິນຍານ​ແລະ​ເປັນ​ຊີວິດ.


ແລ້ວ​ພວກເຈົ້າ​ຈະ​ຮູ້ຈັກ​ຄວາມຈິງ ແລະ​ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ.”


ເຫດສະນັ້ນ ຖ້າ​ບຸດ​ມະນຸດ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ ພວກເຈົ້າ​ກໍ​ຈະ​ເປັນ​ອິດສະຫລະ​ຢ່າງ​ແທ້ຈິງ.


ເຮົາ​ຂໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ນາງ​ປີຊະກີລາ ແລະ ທ່ານ​ອາກີລາ ເພື່ອນຮ່ວມງານ​ກັບ​ເຮົາ​ໃນ​ພາລະກິດ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ເມື່ອ​ເປັນ​ຢ່າງ​ນັ້ນ​ແລ້ວ ເຮົາ​ຈະ​ເອົາ​ອັນ​ໃດ​ມາ​ອວດ​ກໍ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ອັນ​ໃດ​ວ່າ​ໝົດ​ຫົນທາງ ຈະ​ອ້າງ​ຫລັກ​ການ​ປະຕິບັດ​ຕາມ​ກົດບັນຍັດ​ຫລື? ບໍ່ແມ່ນ​ດອກ ແຕ່​ຕ້ອງ​ອ້າງ​ເອົາ​ຫລັກ​ຂອງ​ຄວາມເຊື່ອ.


ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ເມື່ອ​ພວກເຈົ້າ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ຄວາມ​ບາບ​ແລ້ວ ພວກເຈົ້າ​ໄດ້​ກາຍ​ມາ​ເປັນ​ຂ້າທາດ​ຂອງ​ຄວາມ​ຊອບທຳ.


ແຕ່​ບັດນີ້ ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມ​ບາບ​ແລ້ວ ແລະ​ໄດ້​ກັບ​ມາ​ເປັນ​ທາດ​ຂອງ​ພຣະເຈົ້າ​ແລ້ວ ຜົນ​ຕອບ​ແທນ​ຂອງ​ພວກເຈົ້າ ຄື​ການ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ແລະ​ຜົນ​ສຸດທ້າຍ​ກໍ​ຄື​ຊີວິດ​ນິຣັນດອນ.


ດັ່ງນັ້ນ ເຮົາ​ຈຶ່ງ​ຄົ້ນ​ພົບ​ກົດ​ຢ່າງ​ໜຶ່ງ ຄື​ເມື່ອ​ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ດີ ສິ່ງ​ທີ່​ຊົ່ວ​ກໍ​ມາ​ຕັນ​ເຮົາ​ໄວ້.


ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ ຢູ່​ໃນ​ຮ່າງກາຍ​ຂອງເຮົາ ຊຶ່ງ​ຕໍ່ສູ້​ກັບ​ກົດ​ແຫ່ງ​ຈິດໃຈ​ຂອງເຮົາ ຊຶ່ງ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ຊະເລີຍ​ຕໍ່​ກົດ​ຂອງ​ຄວາມ​ບາບ​ທີ່​ມີ​ຢູ່​ໃນ​ອະໄວຍະວະ​ຂອງເຮົາ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ຜູ້​ທຳອິດ ຄື​ອາດາມ​ໃຫ້​ເປັນ​ຜູ້​ທີ່​ມີ​ຊີວິດ, ແຕ່​ອາດາມ​ຄົນ​ສຸດທ້າຍ​ເປັນ​ພຣະວິນຍານ ຜູ້​ທີ່​ປະທານ​ຊີວິດ.”


ບັດນີ້​ຄຳ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ” ນັ້ນ​ແມ່ນ​ພຣະວິນຍານ ແລະ​ທີ່​ໃດ​ມີ​ພຣະວິນຍານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ນຳ ທີ່​ນັ້ນ​ກໍ​ມີ​ເສລີພາບ.


ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ເຮັດ​ໃຫ້​ພວກເຮົາ​ສາມາດ​ເປັນ​ຜູ້ຮັບໃຊ້​ພັນທະສັນຍາ​ໃໝ່ ຊຶ່ງ​ບໍ່ແມ່ນ​ປະກອບ​ດ້ວຍ​ຕົວໜັງສື ແຕ່​ດ້ວຍ​ພຣະວິນຍານ. ດ້ວຍວ່າ, ຕົວໜັງສື​ປະຫານ​ໃຫ້​ຕາຍ ແຕ່​ພຣະວິນຍານ​ນັ້ນ ຊົງ​ປະທານ​ໃຫ້​ມີ​ຊີວິດ.


ເຫດ​ວ່າ​ໂດຍ​ທາງ​ກົດບັນຍັດ​ນັ້ນ ເຮົາ​ໄດ້​ຕາຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີວິດ​ຢູ່​ສຳລັບ​ພຣະເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ.


ເພື່ອ​ເສລີພາບ​ນັ້ນ​ແຫຼະ ພຣະຄຣິດ​ຈຶ່ງ​ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ເປັນ​ອິດສະຫລະ. ສະນັ້ນ ຈົ່ງ​ຕັ້ງໝັ້ນ​ຢູ່ ແລະ​ຢ່າ​ຍອມ​ປ່ອຍຕົວ​ເອງ​ໃຫ້​ຕົກ​ເປັນ​ຂ້ອຍຂ້າ​ອີກ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.


ແຕ່​ຜູ້ໃດ​ທີ່​ພິຈາລະນາ​ເບິ່ງ​ຢ່າງ​ລະມັດ​ລະວັງ ໃນ​ກົດບັນຍັດ​ອັນ​ຄົບຖ້ວນ ຊຶ່ງ​ເຮັດ​ໃຫ້​ມີ​ອິດສະຫລະ​ພາບ ແລະ​ຕັ້ງໝັ້ນ​ຢູ່​ໃນ​ກົດບັນຍັດ​ນັ້ນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ຜູ້​ທີ່​ໄດ້ຍິນ​ແລ້ວ​ລືມ​ໄປ, ແຕ່​ເປັນ​ຜູ້​ປະຕິບັດ​ຕາມ ຄົນ​ນັ້ນ​ແຫຼະ ຈະ​ໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ ໃນ​ສິ່ງ​ທີ່​ຕົນ​ກະທຳ.


ຫລັງຈາກ​ສາມ​ວັນ​ເຄີ່ງ​ຜ່ານ​ໄປ​ແລ້ວ ລົມຫາຍໃຈ​ທີ່​ມີ​ຊີວິດ​ມາ​ຈາກ​ພຣະເຈົ້າ ກໍໄດ້​ເຂົ້າ​ໄປ​ໃນ​ຊາກສົບ​ຂອງ​ພວກເພິ່ນ ແລະ​ທັງສອງ​ໄດ້​ລຸກ​ຂຶ້ນ ແລະ​ທຸກຄົນ​ທີ່​ໄດ້​ເຫັນ​ພວກເພິ່ນ ຕ່າງ​ກໍ​ຕົກໃຈ​ຢ້ານກົວ​ຢ່າງ​ໃຫຍ່ຫລວງ.


ແລ້ວ​ເທວະດາ​ຕົນ​ນັ້ນ ກໍໄດ້​ຊີ້​ໃຫ້​ຂ້າພະເຈົ້າ​ເຫັນ​ແມ່ນໍ້າ​ແຫ່ງ​ຊີວິດ ທີ່​ໃສ​ເໝືອນ​ແກ້ວ ໄຫຼ​ອອກ​ມາ​ຈາກ​ພຣະ​ບັນລັງ​ຂອງ​ພຣະເຈົ້າ ແລະ​ຈາກ​ພຣະ​ເມສານ້ອຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka