Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 8:13 - ພຣະຄຳພີສັກສິ

13 ເພາະ​ຖ້າ​ເຈົ້າ​ທັງຫລາຍ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ແລ້ວ ພວກເຈົ້າ​ກໍ​ຄົງ​ຈະ​ຕາຍ, ແຕ່​ຖ້າ​ໂດຍ​ຝ່າຍ​ພຣະວິນຍານ ພວກເຈົ້າ​ໄດ້​ທຳລາຍ​ການ​ຂອງ​ຝ່າຍ​ເນື້ອໜັງ​ນັ້ນ​ເສຍ ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ເພາະ​ຖ້າ​ພວກເຈົ້າ​ດຳເນີນຊີວິດ​ຕາມ​ເນື້ອໜັງ​ພວກເຈົ້າ​ກໍ​ຈະ​ຕາຍ, ແຕ່​ຖ້າ​ພວກເຈົ້າ​ໄດ້​ປະຫານ​ການກະທຳ​ອັນ​ຊົ່ວຮ້າຍ​ຂອງ​ຮ່າງກາຍ​ຂອງ​ພວກເຈົ້າ​ໂດຍ​ພຣະວິນຍານ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່.

Uka jalj uñjjattʼäta Copia luraña




ໂຣມ 8:13
20 Jak'a apnaqawi uñst'ayäwi  

ດັ່ງນັ້ນ ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ ຈາກ​ການ​ກະທຳ​ອັນ​ອັບອາຍ​ທີ່​ພວກເຈົ້າ​ເຮັດ​ຢູ່​ໃນ​ເວລາ​ນີ້? ເພາະ​ຜົນ​ຂອງ​ການ​ເຮັດ​ຢ່າງ​ນັ້ນ ກໍ​ຄື​ຄວາມ​ຕາຍ.


ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ດ້ວຍວ່າ, ເມື່ອ​ພວກເຮົາ​ດຳເນີນ​ຊີວິດ​ຕາມ​ເນື້ອໜັງ ຊຶ່ງ​ກົດບັນຍັດ​ຍົວະເຍົ້າ​ໃຫ້​ເກີດຂຶ້ນ​ນັ້ນ ໄດ້​ເຮັດ​ໃຫ້​ອະໄວຍະວະ​ຂອງເຮົາ​ເກີດຜົນ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ຕາຍ.


ດ້ວຍເຫດນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຮົາ​ໄດ້​ເປັນ​ໜີ້, ແຕ່​ບໍ່ແມ່ນ​ເປັນ​ໜີ້​ໃນ​ທາງ​ເນື້ອກາຍ ຊຶ່ງ​ຈະ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ນັ້ນ.


ແຕ່​ເຮົາ​ທຸບຕີ​ຮ່າງກາຍ​ຂອງເຮົາ​ໃຫ້​ມັນ​ແຂງ​ຢູ່​ຄາ​ມື ເພາະ​ຢ້ານ​ວ່າ​ເມື່ອ​ເຮົາ​ໄດ້​ປະກາດ​ແກ່​ຄົນອື່ນ​ແລ້ວ ເຮົາ​ເອງ​ຈະ​ຖືກ​ຂ້າ​ຊື່​ອອກ​ຈາກ​ການ​ແຂ່ງຂັນ​ນັ້ນ.


ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ.


ພວກເຈົ້າ​ຈົ່ງ​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ຂອງຕົນ ຊຶ່ງ​ຄູ່​ກັບ​ວິຖີ​ຊີວິດ​ເດີມ​ນັ້ນ​ເສຍ ທີ່​ກຳລັງ​ເສື່ອມເສຍ​ໄປ​ສູ່​ຄວາມ​ຕາຍ ຕາມ​ຕັນຫາ​ອັນ​ເປັນ​ທີ່​ຫລອກລວງ​ນັ້ນ.


ແລະ​ຢ່າ​ເຮັດ​ໃຫ້​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍ​ພຣະໄທ ເພາະ​ໂດຍ​ພຣະວິນຍານ​ນັ້ນ ເຈົ້າ​ທັງຫລາຍ​ໄດ້​ຊົງ​ຖືກ​ປະທັບຕາ​ໝາຍ​ໄວ້​ເພື່ອ​ວັນ​ທີ່​ຈະ​ຊົງ​ໄຖ່​ໃຫ້​ພົ້ນ.


ແລະ​ຢ່າ​ເມົາ​ເຫລົ້າແວງ ຊຶ່ງ​ພາ​ໃຫ້​ເສຍ​ຄົນ ແຕ່​ຈົ່ງ​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານ​ກໍດີກວ່າ.


ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,


ທີ່​ເຈົ້າ​ທັງຫລາຍ​ໄດ້​ຊຳລະ​ຈິດໃຈ​ຂອງຕົນ ໃຫ້​ບໍຣິສຸດ​ດ້ວຍ​ຄວາມ​ເຊື່ອຟັງ​ຄວາມຈິງ ຈົນ​ມີ​ຄວາມຮັກ​ພວກ​ພີ່ນ້ອງ​ຢ່າງ​ຈິງໃຈ ພວກເຈົ້າ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ.


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka