Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:9 - ພຣະຄຳພີສັກສິ

9 ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.

Uka jalj uñjjattʼäta Copia luraña




ໂຣມ 7:9
22 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ຖືກ​ອ້ອມຮອບ​ໂດຍ​ຄວາມ​ເດືອດຮ້ອນ​ຫຼາຍ​ຢ່າງ ມີ​ຫລວງຫລາຍ​ທີ່ສຸດ​ຈົນ​ຂ້ານ້ອຍ​ນັບ​ບໍ່ໄດ້ ບາບໄລ່​ເວນທັນ​ແລ້ວ ຂ້ານ້ອຍ​ຈຶ່ງ​ບໍ່​ຢາກ​ເຫັນ​ຕໍ່ໄປ ຂາດໃຈ​ກ້າຫານ​ເພາະ​ມັນ​ຫລາຍກວ່າ​ເສັ້ນຜົມ​ອີກ.


ຊາຍໜຸ່ມ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ເຫຼົ່ານີ້​ຢູ່​ແລ້ວ ມີ​ສິ່ງໃດ​ອີກ​ແດ່​ທີ່​ຂ້ານ້ອຍ​ຍັງ​ຂາດ​ຢູ່?”


ແຕ່​ລາວ​ໄດ້​ຕອບ​ພໍ່​ວ່າ, ‘ເບິ່ງແມ! ລູກ​ໄດ້​ເຮັດ​ວຽກ​ໃຫ້​ພໍ່​ດັ່ງ​ທາດ​ຕະຫລອດ​ມາ​ຫລາຍ​ປີ ແລະ​ລູກ​ບໍ່ເຄີຍ​ຝ່າຝືນ​ຄຳສັ່ງ​ຂອງ​ພໍ່​ຈັກເທື່ອ ແຕ່​ພໍ່​ຍັງ​ບໍ່​ໃຫ້​ແມ່ນແຕ່​ລູກແກະ​ໂຕ​ດຽວ ເພື່ອ​ຈັດ​ງານລ້ຽງ​ໃຫ້​ໝູ່ເພື່ອນ​ມາ​ຮ່ວມ​ຊົມຊື່ນ​ຍິນດີ.


ຄົນ​ນັ້ນ​ຕອບ​ວ່າ, “ຂ້ານ້ອຍ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ທັງໝົດ​ເຫຼົ່ານີ້ ຕັ້ງແຕ່​ເປັນ​ເດັກນ້ອຍ​ມາ.”


ໂມເຊ​ໄດ້​ຂຽນ​ເຖິງ​ຄວາມ​ຊອບທຳ​ຕາມ​ຫລັກ​ກົດບັນຍັດ​ວ່າ, “ຜູ້ໃດ​ທີ່​ປະຕິບັດ​ຕາມ​ຫລັກ​ກົດບັນຍັດ ກໍ​ຈະ​ໄດ້​ຊີວິດ​ຕາມ​ນັ້ນ.”


ຝ່າຍ​ກົດບັນຍັດ ຊຶ່ງ​ມີ​ຂຶ້ນ​ເພື່ອ​ໃຫ້​ມີ​ຊີວິດ​ນັ້ນ ກໍ​ປາກົດ​ວ່າ​ເປັນ​ເຫດ​ໃຫ້​ເຮົາ​ຕ້ອງ​ຕາຍ.


ເພາະວ່າ ຄວາມ​ບາບ​ໄດ້​ຖື​ເອົາ​ກົດບັນຍັດ ເພື່ອ​ເປັນ​ຊ່ອງທາງ​ຫລອກລວງ​ເຮົາ ແລະ​ໄດ້​ຂ້າ​ເຮົາ​ໃຫ້​ຕາຍ​ດ້ວຍ​ກົດບັນຍັດ​ນັ້ນ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.


ແຕ່​ວ່າ​ຄວາມ​ຜິດບາບ ໄດ້​ຖື​ເອົາ​ຂໍ້​ກົດບັນຍັດ​ເປັນ​ຊ່ອງທາງ​ຍົວະເຍົ້າ ຕັນຫາ​ຊົ່ວ​ທຸກຢ່າງ​ໃຫ້​ເກີດຂຶ້ນ​ໃນ​ຕົວ​ເຮົາ ແຕ່​ຖ້າ​ບໍ່ມີ​ກົດບັນຍັດ ຄວາມ​ບາບ​ນັ້ນ​ກໍ​ຕາຍ​ເສຍ​ແລ້ວ.


ເຫດ​ວ່າ, ການ​ທີ່​ເອົາໃຈໃສ່​ຝ່າຍ​ເນື້ອໜັງ ນັ້ນ ກໍ​ເປັນ​ສັດຕູ​ຕໍ່​ພຣະເຈົ້າ ເພາະ​ບໍ່​ຍອມ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ, ແທ້ຈິງ​ແລ້ວ​ຈະ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະເຈົ້າ​ນັ້ນ​ກໍ​ບໍ່ໄດ້


ເຫດ​ວ່າ​ໂດຍ​ທາງ​ກົດບັນຍັດ​ນັ້ນ ເຮົາ​ໄດ້​ຕາຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີວິດ​ຢູ່​ສຳລັບ​ພຣະເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka