Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:8 - ພຣະຄຳພີສັກສິ

8 ແຕ່​ວ່າ​ຄວາມ​ຜິດບາບ ໄດ້​ຖື​ເອົາ​ຂໍ້​ກົດບັນຍັດ​ເປັນ​ຊ່ອງທາງ​ຍົວະເຍົ້າ ຕັນຫາ​ຊົ່ວ​ທຸກຢ່າງ​ໃຫ້​ເກີດຂຶ້ນ​ໃນ​ຕົວ​ເຮົາ ແຕ່​ຖ້າ​ບໍ່ມີ​ກົດບັນຍັດ ຄວາມ​ບາບ​ນັ້ນ​ກໍ​ຕາຍ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່ວ່າ​ຄວາມບາບ​ໄດ້​ສວຍໂອກາດ​ຈາກ​ພຣະບັນຍັດ​ມາ​ກໍ່​ຄວາມໂລບ​ທຸກ​ຊະນິດ​ຂຶ້ນ​ໃນ​ໂຕ​ເຮົາ. ເພາະ​ຖ້າ​ບໍ່​ມີ​ກົດບັນຍັດ​ຄວາມບາບ​ກໍ​ຕາຍ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 7:8
12 Jak'a apnaqawi uñst'ayäwi  

ການ​ຫລິ້ນຊູ້​ສູ່​ຜົວ​ເມຍ, ການ​ໂລບມາກ​ໂລພາ, ການ​ຊົ່ວ​ນາໆ​ປະການ​ເປັນຕົ້ນ: ການ​ຫລອກລວງ, ການ​ຫຍາບຊ້າ, ການ​ອິດສາ​ບັງບຽດ, ການ​ດູໝິ່ນ​ນິນທາ, ການ​ຈອງຫອງ​ພອງຕົວ ແລະ​ການ​ກະທຳ​ໃນ​ສິ່ງ​ທີ່​ໂງ່ຈ້າ,


ຖ້າ​ເຮົາ​ບໍ່ໄດ້​ມາ​ບອກ​ພວກເຂົາ ພວກເຂົາ​ກໍ​ຄົງ​ບໍ່ມີ​ຄວາມ​ຜິດບາບ, ແຕ່​ບັດນີ້ ພວກເຂົາ​ບໍ່ມີ​ຂໍ້​ແກ້​ຕົວ​ໃນ​ເລື່ອງ​ບາບກຳ​ຂອງ​ພວກເຂົາ.


ຖ້າ​ເຮົາ​ບໍ່ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ຊຶ່ງ​ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຮັດ​ນັ້ນ ພວກເຂົາ​ກໍ​ຄົງ​ບໍ່ມີ​ບາບກຳ, ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ແລ້ວ ພວກເຂົາ​ຈຶ່ງ​ກຽດຊັງ​ທັງ​ເຮົາ ແລະ​ພຣະບິດາເຈົ້າ​ຂອງເຮົາ​ດ້ວຍ.


ເພາະວ່າ ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ​ແລ້ວ ບໍ່ມີ​ມະນຸດ​ຄົນ​ໃດ​ຈະ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ​ດ້ວຍ​ການ​ເຮັດ​ຕາມ​ກົດບັນຍັດ, ເພາະວ່າ ກົດບັນຍັດ​ໄດ້​ເຮັດ​ໃຫ້​ສັງເກດ​ຮູ້ຈັກ​ຄວາມ​ບາບ.


ກົດບັນຍັດ​ເປັນ​ເຫດ​ໃຫ້​ພຣະເຈົ້າ​ໂກດຮ້າຍ, ແຕ່​ບ່ອນ​ໃດ​ທີ່​ບໍ່ມີ​ກົດບັນຍັດ ບ່ອນ​ນັ້ນ​ກໍ​ບໍ່ມີ​ການ​ລ່ວງ​ລະເມີດ​ກົດບັນຍັດ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ເພາະວ່າ ຄວາມ​ບາບ​ໄດ້​ຖື​ເອົາ​ກົດບັນຍັດ ເພື່ອ​ເປັນ​ຊ່ອງທາງ​ຫລອກລວງ​ເຮົາ ແລະ​ໄດ້​ຂ້າ​ເຮົາ​ໃຫ້​ຕາຍ​ດ້ວຍ​ກົດບັນຍັດ​ນັ້ນ.


ແຕ່​ເລື່ອງ​ນີ້​ໝາຍຄວາມວ່າ ສິ່ງ​ທີ່​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ ແມ່ນ​ຄວາມ​ຜິດບາບ​ນັ້ນ​ແຫຼະ ຄື​ບາບ​ທີ່​ອາໄສ​ສິ່ງ​ດີ​ນຳ​ຄວາມ​ຕາຍ​ມາ​ສູ່​ເຮົາ ເພື່ອ​ໃຫ້​ສັນດານ​ແທ້​ຂອງ​ຄວາມ​ບາບ​ຖືກ​ເປີດເຜີຍ. ສະນັ້ນ ໂດຍ​ທາງ​ກົດບັນຍັດ​ຄວາມ​ຜິດບາບ​ຈຶ່ງ​ຖືກ​ສະແດງ​ໃຫ້​ເຫັນ​ວ່າ ມັນ​ຊົ່ວຮ້າຍ​ຫລາຍ​ທີ່ສຸດ.


ສະນັ້ນ ຈຶ່ງ​ບໍ່ແມ່ນ​ເຮົາ​ເອງ​ທີ່​ເປັນ​ຜູ້​ເຮັດ​ສິ່ງ​ນັ້ນ, ແຕ່​ແມ່ນ​ຄວາມ​ບາບ​ທີ່​ອາໄສ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຜູ້​ເຮັດ.


ຄັ້ງ​ໜຶ່ງ ເຮົາ​ເອງ​ເຄີຍ​ມີ​ຊີວິດ​ຢູ່​ໂດຍ​ບໍ່ມີ​ກົດບັນຍັດ, ແຕ່​ເມື່ອ​ມີ​ກົດບັນຍັດ​ແລ້ວ ຄວາມ​ບາບ​ກໍ​ເກີດຂຶ້ນ​ມາ ແລະ​ເຮົາ​ກໍ​ຕາຍ


ໄລພິດ​ຂອງ​ຄວາມ​ຕາຍ​ຄື​ຄວາມ​ບາບ ແລະ​ຣິດອຳນາດ​ຂອງ​ຄວາມ​ບາບ​ແມ່ນ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka