ໂຣມ 7:7 - ພຣະຄຳພີສັກສິ7 ຖ້າເປັນເຊັ່ນນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືບາບຊັ້ນບໍ? ບໍ່ແມ່ນຢ່າງນັ້ນດອກ ແຕ່ແມ່ນກົດບັນຍັດທີ່ໄດ້ເຮັດໃຫ້ເຮົາຮູ້ວ່າອັນໃດຄືບາບ, ຖ້າກົດບັນຍັດບໍ່ໄດ້ຫ້າມວ່າ, “ຢ່າໂລບ” ເຮົາກໍບໍ່ຮູ້ວ່າຄວາມໂລບນັ້ນຄືອັນໃດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່7 ຖ້າເປັນຢ່າງນັ້ນແລ້ວ ພວກເຮົາຈະວ່າຢ່າງໃດ? ກົດບັນຍັດຄືຄວາມບາບບໍ? ບໍ່ແມ່ນຢ່າງນັ້ນແນ່ນອນ! ແທ້ຈິງແລ້ວຖ້າບໍ່ແມ່ນເພາະກົດບັນຍັດເຮົາກໍບໍ່ຮູ້ວ່າອັນໃດຄືບາບ ເພາະຖ້າກົດບັນຍັດບໍ່ໄດ້ກ່າວໄວ້ວ່າ, “ຢ່າໂລບ”. ເຮົາກໍບໍ່ຮູ້ວ່າອັນໃດຄືຄວາມໂລບ. Uka jalj uñjjattʼäta |
ແຕ່ເລື່ອງນີ້ໝາຍຄວາມວ່າ ສິ່ງທີ່ດີນຳຄວາມຕາຍມາສູ່ເຮົາຊັ້ນບໍ? ບໍ່ເປັນຢ່າງນັ້ນດອກ ແມ່ນຄວາມຜິດບາບນັ້ນແຫຼະ ຄືບາບທີ່ອາໄສສິ່ງດີນຳຄວາມຕາຍມາສູ່ເຮົາ ເພື່ອໃຫ້ສັນດານແທ້ຂອງຄວາມບາບຖືກເປີດເຜີຍ. ສະນັ້ນ ໂດຍທາງກົດບັນຍັດຄວາມຜິດບາບຈຶ່ງຖືກສະແດງໃຫ້ເຫັນວ່າ ມັນຊົ່ວຮ້າຍຫລາຍທີ່ສຸດ.
ໃນຈຳນວນສິ່ງຂອງທີ່ພວກເຮົາຢຶດມາໄດ້ນັ້ນ ຂ້ານ້ອຍໄດ້ເຫັນເສື້ອຄຸມງາມໂຕໜຶ່ງຂອງຊາວບາບີໂລນ ແລະເງິນໜັກປະມານສອງກິໂລກຼາມ ແລະຄຳແທ່ງໜຶ່ງໜັກກວ່າເຄິ່ງກິໂລກຼາມ. ຂ້ານ້ອຍຢາກໄດ້ສິ່ງເຫຼົ່ານັ້ນຫລາຍ ເລີຍໄດ້ເຊື່ອງເອົາໄວ້ ທ່ານຈະພົບສິ່ງເຫຼົ່ານັ້ນ ຝັງໄວ້ຢູ່ໃຕ້ພື້ນດິນໃນຜ້າເຕັນຂອງຂ້ານ້ອຍ ສ່ວນເງິນແມ່ນຢູ່ກ້ອງລຸ່ມນັ້ນ.”