ໂຣມ 7:6 - ພຣະຄຳພີສັກສິ6 ແຕ່ບັດນີ້ ພວກເຮົາໄດ້ພົ້ນຈາກກົດບັນຍັດແລ້ວ ເພາະພວກເຮົາໄດ້ຕາຍຕໍ່ສິ່ງທີ່ເຄີຍຜູກມັດໃຫ້ເປັນຊະເລີຍໃນເມື່ອກ່ອນນັ້ນ, ເພື່ອພວກເຮົາຈະບໍ່ໄດ້ບົວລະບັດຮັບໃຊ້ໃນທາງເກົ່າ ຄືຕາມຕົວອັກສອນທີ່ບັນຍັດມີຂຽນໄວ້ ແຕ່ໄດ້ບົວລະບັດຮັບໃຊ້ໃນທາງໃໝ່ ຄືຕາມລັກສະນະຂອງພຣະວິນຍານ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ແຕ່ບັດນີ້ ໂດຍການຕາຍຕໍ່ສິ່ງທີ່ຄັ້ງໜຶ່ງເຄີຍຜູກມັດພວກເຮົາ ພວກເຮົາກໍໄດ້ຮັບການປົດປ່ອຍຈາກກົດບັນຍັດແລ້ວ ເພື່ອຮັບໃຊ້ຕາມທາງໃໝ່ຄືຕາມພຣະວິນຍານບໍລິສຸດເຈົ້າ, ບໍ່ແມ່ນຕາມທາງເກົ່າ ຄືຕາມກົດບັນຍັດທີ່ເປັນຕົວອັກສອນ. Uka jalj uñjjattʼäta |
ເຮົາຍົກເອົາຕົວຢ່າງຂອງມະນຸດມາກ່າວ ເພາະເຫດຄວາມຈຳກັດຢ່າງມະນຸດທຳມະດາຂອງພວກເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວມົວໝອງແລະຄວາມອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ, ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງຄວາມຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ.