ໂຣມ 7:5 - ພຣະຄຳພີສັກສິ5 ດ້ວຍວ່າ, ເມື່ອພວກເຮົາດຳເນີນຊີວິດຕາມເນື້ອໜັງ ຊຶ່ງກົດບັນຍັດຍົວະເຍົ້າໃຫ້ເກີດຂຶ້ນນັ້ນ ໄດ້ເຮັດໃຫ້ອະໄວຍະວະຂອງເຮົາເກີດຜົນ ຊຶ່ງນຳໄປສູ່ຄວາມຕາຍ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ເພາະເມື່ອພວກເຮົາຖືກທຳມະຊາດບາບຄວບຄຸມຢູ່ຈຶ່ງຖືກກົດບັນຍັດກະຕຸ້ນຕັນຫາຊົ່ວໃຫ້ອອກລິດໃນຮ່າງກາຍຂອງພວກເຮົາ ເພື່ອໃຫ້ພວກເຮົາເກີດຜົນອັນນຳໄປສູ່ຄວາມຕາຍ. Uka jalj uñjjattʼäta |
ຢ່າມອບອະໄວຍະວະຂອງພວກເຈົ້າໃຫ້ແກ່ການບາບອີກຕໍ່ໄປ ເພື່ອໃຫ້ເປັນເຄື່ອງມືຮັບໃຊ້ໃນການຊົ່ວຮ້າຍ, ແຕ່ຈົ່ງມອບຕົວຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເໝືອນກັບບຸກຄົນທີ່ຖືກບັນດານໃຫ້ເປັນຄືນມາຈາກຕາຍແລ້ວ ແລະຈົ່ງມອບອະໄວຍະວະທຸກພາກສ່ວນຂອງພວກເຈົ້າຖວາຍແກ່ພຣະເຈົ້າເປັນການສິ້ນສຸດ ເພື່ອເປັນເຄື່ອງໃຊ້ໃນການຊອບທຳຕໍ່ໄປ.
ເຮົາຍົກເອົາຕົວຢ່າງຂອງມະນຸດມາກ່າວ ເພາະເຫດຄວາມຈຳກັດຢ່າງມະນຸດທຳມະດາຂອງພວກເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວມົວໝອງແລະຄວາມອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ, ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງຄວາມຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ.