Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:4 - ພຣະຄຳພີສັກສິ

4 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 7:4
35 Jak'a apnaqawi uñst'ayäwi  

ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


ດັ່ງ​ຊາຍໜຸ່ມ​ທີ່​ໄດ້​ຍິງ​ບໍຣິສຸດ​ເປັນ​ເມຍ​ຂອງຕົນ ພຣະອົງ​ຜູ້​ຫລໍ່ຫລອມ​ເຈົ້າ​ຈະ​ແຕ່ງງານ​ກັບ​ເຈົ້າ. ເຈົ້າບ່າວ​ຊົມຊື່ນ​ຍິນດີ​ນຳ​ເຈົ້າສາວ​ຂອງຕົນ​ສັນໃດ ພຣະເຈົ້າ​ຂອງເຈົ້າ​ກໍ​ຈະ​ຊົມຊື່ນ​ຍິນດີ​ນຳ​ເຈົ້າ​ສັນນັ້ນ.


ໃນ​ລະຫວ່າງ​ອາຫານ​ວັນ​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ​ໂມທະນາ​ຂອບພຣະຄຸນ ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ ແລະ​ຍື່ນໃຫ້​ພວກ​ສາວົກ ໂດຍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ຮັບ​ກິນ​ເຖີດ ນີ້​ແຫຼະ ແມ່ນ​ກາຍ​ຂອງເຮົາ.”


ສ່ວນ​ເມັດ​ພືດ​ທີ່​ຕົກ​ໃສ່​ດິນ​ດີ​ນັ້ນ ໄດ້​ແກ່​ຜູ້​ທີ່​ໄດ້ຍິນ​ພຣະທຳ​ແລ້ວ ຕ້ອນຮັບ​ເອົາ​ໄວ້​ຈຶ່ງ​ເກີດຜົນ​ສາມສິບ​ຕໍ່, ຫົກສິບ​ຕໍ່ ແລະ​ຮ້ອຍ​ຕໍ່.”


ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ເຮົາ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີວິດ ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ ຖ້າ​ຜູ້ໃດ​ກິນ​ເຂົ້າ​ຈີ່​ນີ້​ແລ້ວ ຜູ້ນັ້ນ​ຈະ​ມີ​ຊີວິດ​ນິຣັນດອນ ແຕ່​ເຂົ້າ​ຈີ່​ທີ່​ເຮົາ​ຈະ​ໃຫ້​ນັ້ນ ແມ່ນ​ເນື້ອກາຍ​ຂອງເຮົາ​ເອງ ຊຶ່ງ​ເຮົາ​ໃຫ້​ເພື່ອ​ວ່າ​ໂລກ​ຈະ​ໄດ້​ມີ​ຊີວິດ​ຢູ່.”


ຢ່າງ​ດຽວກັນ​ນັ້ນ​ແຫຼະ ພວກເຈົ້າ​ຈົ່ງ​ຖື​ວ່າ​ພວກເຈົ້າ​ໄດ້​ຕາຍ​ຕໍ່​ຄວາມ​ບາບ​ແລ້ວ ແຕ່​ມີ​ຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ?


ແຕ່​ບັດນີ້ ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມ​ບາບ​ແລ້ວ ແລະ​ໄດ້​ກັບ​ມາ​ເປັນ​ທາດ​ຂອງ​ພຣະເຈົ້າ​ແລ້ວ ຜົນ​ຕອບ​ແທນ​ຂອງ​ພວກເຈົ້າ ຄື​ການ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ແລະ​ຜົນ​ສຸດທ້າຍ​ກໍ​ຄື​ຊີວິດ​ນິຣັນດອນ.


ສະນັ້ນ ຖ້າ​ນາງ​ຢູ່​ກິນ​ກັບ​ຊາຍ​ອື່ນ ເມື່ອ​ຜົວ​ຍັງ​ມີ​ຊີວິດ​ຢູ່ ນາງ​ກໍ​ຈະ​ໄດ້​ຊື່​ວ່າ ເປັນ​ຍິງ​ຫລິ້ນຊູ້, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ເປັນ​ອິດສະຫລະ​ຕາມ​ກົດໝາຍ, ຖ້າ​ນາງ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ບໍ່​ຜິດ​ໃນ​ຖານ​ຫລິ້ນຊູ້.


ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ຈອກ​ແຫ່ງ​ພຣະພອນ ຊຶ່ງ​ເຮົາ​ຂໍ​ພຣະພອນ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະ​ໂລຫິດ​ຂອງ​ພຣະຄຣິດ​ບໍ່ແມ່ນ​ບໍ? ເຂົ້າຈີ່​ຊຶ່ງ​ເຮົາ​ຫັກ​ນັ້ນ ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຮົາ​ມີ​ສ່ວນ​ຮ່ວມ​ໃນ​ພຣະກາຍ​ຂອງ​ພຣະຄຣິດ​ບໍ່ແມ່ນ​ບໍ?


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ພຣະຄຣິດ​ໄດ້​ຊົງ​ໄຖ່​ພວກເຮົາ ໃຫ້​ພົ້ນ​ຈາກ​ການ​ສາບແຊ່ງ​ຂອງ​ກົດບັນຍັດ ໂດຍ​ການ​ທີ່​ພຣະອົງ​ຊົງ​ຍອມ​ຖືກ​ສາບແຊ່ງ​ແທນ​ພວກເຮົາ (ເພາະ​ພຣະຄຳພີ​ຂຽນ​ໄວ້​ວ່າ, “ທຸກຄົນ​ທີ່​ຖືກ​ແຂວນ​ໄວ້​ທີ່​ຕົ້ນໄມ້ ກໍ​ຖືກ​ສາບແຊ່ງ​ແລ້ວ.”)


ສະນັ້ນ ຖ້າ​ພຣະວິນຍານ​ນຳພາ​ພວກເຈົ້າ ພວກເຈົ້າ​ກໍ​ບໍ່​ຢູ່​ໃຕ້​ກົດບັນຍັດ.


ພຣະອົງ​ໄດ້​ຊົງ​ຍົກເລີກ​ກົດບັນຍັດ​ທີ່​ໃຫ້​ຖື​ສິນ​ຕ່າງໆ ເພື່ອ​ຈະ​ກະທຳ​ໃຫ້​ທັງສອງ​ຝ່າຍ ເປັນ​ຄົນ​ໃໝ່​ຄົນ​ດຽວ​ໃນ​ພຣະອົງ ຢ່າງ​ນັ້ນ​ແຫຼະ ຈຶ່ງ​ຊົງ​ບັນດານ​ໃຫ້​ເກີດ​ສັນຕິສຸກ,


ຈະ​ໄດ້​ເປັນ​ຜູ້​ບໍຣິສຸດ​ດ້ວຍ​ຜົນ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດຂຶ້ນ​ດ້ວຍ​ພຣະເຢຊູ​ຄຣິດເຈົ້າ ເພື່ອ​ຖວາຍ​ພຣະ​ກຽດ ແລະ​ຄຳ​ຍ້ອງຍໍ​ສັນລະເສີນ​ແດ່​ພຣະເຈົ້າ.


ບໍ່ແມ່ນ​ວ່າ​ເຮົາ​ປາຖະໜາ​ຈະ​ໄດ້​ຮັບ​ຂອງ​ຖວາຍ​ຈາກ​ເຈົ້າ​ທັງຫລາຍ ແຕ່​ເຮົາ​ປາຖະໜາ​ຢາກ​ໃຫ້​ພວກເຈົ້າ ໄດ້​ຜົນ​ກຳໄລ​ເພີ່ມ​ຂຶ້ນ​ໃນ​ບັນຊີ​ຂອງ​ພວກເຈົ້າ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນ​ຊີວິດ​ຕາມ​ທີ່​ສົມຄວນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ເປັນ​ທີ່​ພໍພຣະໄທ​ພຣະອົງ​ຢ່າງ​ແທ້ຈິງ ໃຫ້​ພວກເຈົ້າ​ເກີດຜົນ​ໃນ​ການ​ດີ​ທຸກຢ່າງ ແລະ​ຈະເລີນ​ຂຶ້ນ​ໃນ​ຄວາມ​ຮູ້​ເຖິງ​ພຣະເຈົ້າ.


ແຕ່​ບັດນີ້ ໂດຍ​ຄວາມ​ຕາຍ​ທາງ​ດ້ານ​ຮ່າງກາຍ ຄື​ເນື້ອໜັງ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ຊົງ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ມິດ​ກັບ​ພຣະອົງ ເພື່ອ​ໃຫ້​ເປັນ​ຜູ້​ບໍຣິສຸດ ແລະ​ບໍ່ມີ​ທີ່​ຕິຕຽນ​ຢູ່​ຊ້ອງໜ້າ​ພຣະອົງ.


ຂ່າວປະເສີດ​ສືບຕໍ່​ນຳ​ພຣະພອນ​ມາ​ສູ່​ມະນຸດ​ທັງປວງ ແລະ​ແຜ່​ຂະຫຍາຍ​ໄປ​ທົ່ວ​ໂລກ ດັ່ງ​ທີ່​ມີ​ໃນ​ທ່າມກາງ​ພວກເຈົ້າ ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້ຍິນ​ເທື່ອ​ທຳອິດ ເຖິງ​ພຣະຄຸນ​ຂອງ​ພຣະເຈົ້າ ແລະ​ຮຽນຮູ້​ຮັບ​ເອົາ​ຕາມ​ຄວາມຈິງ​ນັ້ນ.


ພຣະອົງ​ໄດ້​ລຶບລ້າງ​ກົດບັນຍັດ​ພ້ອມ​ກັບ​ກົດລະບຽບ​ຕ່າງໆ ທີ່​ຜູກມັດ​ຂັດຂວາງ​ພວກເຮົາ ແລະ​ໄດ້​ຍົກເລີກ​ສິ່ງ​ນັ້ນ​ເສຍ ໂດຍ​ຕອກ​ຕິດ​ໄວ້​ທີ່​ໄມ້ກາງແຂນ.


ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,


ແລະ​ໂດຍ​ນໍ້າພຣະໄທ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍຣິສຸດ ດ້ວຍ​ການ​ຖວາຍ​ພຣະກາຍ​ຂອງ​ພຣະເຢຊູ​ຄຣິດເຈົ້າ​ເທື່ອ​ດຽວ​ເທົ່ານັ້ນ​ເປັນ​ການ​ສິ້ນສຸດ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ໃຫ້​ເຮົາ​ທັງຫລາຍ​ຊົມຊື່ນ​ແລະ​ປິຕິຍິນດີ ພາກັນ​ຖວາຍ​ພຣະກຽດ​ແດ່​ພຣະອົງ ເພາະ​ເຖິງ​ເວລາ​ແຫ່ງ​ການ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ແລ້ວ ແລະ​ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມພ້ອມ​ແລ້ວ.


ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ເຈັດ​ໜ່ວຍ​ທີ່​ເຕັມ​ໄປ​ດ້ວຍ​ໄພພິບັດ​ສຸດທ້າຍ ທັງ​ເຈັດ​ປະການ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້ ເຮົາ​ຈະ​ພາ​ເຈົ້າ​ໄປ​ເບິ່ງ​ເຈົ້າສາວ​ທີ່​ເປັນ​ພັນລະຍາ​ຂອງ​ພຣະ​ເມສານ້ອຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka