Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:3 - ພຣະຄຳພີສັກສິ

3 ສະນັ້ນ ຖ້າ​ນາງ​ຢູ່​ກິນ​ກັບ​ຊາຍ​ອື່ນ ເມື່ອ​ຜົວ​ຍັງ​ມີ​ຊີວິດ​ຢູ່ ນາງ​ກໍ​ຈະ​ໄດ້​ຊື່​ວ່າ ເປັນ​ຍິງ​ຫລິ້ນຊູ້, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ເປັນ​ອິດສະຫລະ​ຕາມ​ກົດໝາຍ, ຖ້າ​ນາງ​ແຕ່ງງານ​ກັບ​ຊາຍ​ອື່ນ ນາງ​ບໍ່​ຜິດ​ໃນ​ຖານ​ຫລິ້ນຊູ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ດັ່ງນັ້ນ ຖ້າ​ນາງ​ໄປ​ມີ​ເພດສຳພັນ​ກັບ​ຊາຍ​ອື່ນ​ຂະນະ​ທີ່​ຜົວ​ຂອງ​ນາງ​ຍັງ​ມີຊີວິດ​ຢູ່​ນາງ​ກໍ​ໄດ້​ຊື່​ວ່າ​ເປັນ​ຍິງ​ຫລິ້ນຊູ້. ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍ​ແລ້ວ, ນາງ​ກໍ​ໄດ້​ພົ້ນ​ຈາກ​ກົດ​ນັ້ນ ແລະ ຖ້າ​ນາງ​ໄປ​ແຕ່ງງານ​ກັບ​ຊາຍ​ອື່ນ​ອີກ ນາງ​ກໍ​ບໍ່​ໄດ້​ເປັນ​ຍິງຫລິ້ນຊູ້.

Uka jalj uñjjattʼäta Copia luraña




ໂຣມ 7:3
12 Jak'a apnaqawi uñst'ayäwi  

ຢ່າ​ຫລີ້ນຊູ້​ສູ່ຜົວເມຍ​ຜູ້ອື່ນ.


ຖ້າ​ຊາຍ​ຄົນ​ໜຶ່ງ​ຫລິ້ນຊູ້​ກັບ​ເມຍ​ຂອງ​ພີ່ນ້ອງ​ຊາວ​ອິດສະຣາເອນ ຊາຍ​ຍິງ​ທັງສອງ​ຄົນ​ນັ້ນ​ຈະ​ຕ້ອງ​ຖືກ​ໂທດ​ເຖິງ​ຕາຍ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ປະຮ້າງ​ເມຍ​ຂອງຕົນ​ດ້ວຍ​ເຫດຜົນ​ອື່ນ​ໃດ ນອກຈາກ​ການ​ຫລິ້ນຊູ້​ກັບ​ຊາຍ​ອື່ນ. ກໍ​ເທົ່າ​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ນາງ​ຫລິ້ນຊູ້ ເມື່ອ​ນາງ​ແຕ່ງງານ​ໃໝ່ ແລະ​ຜູ້​ທີ່​ແຕ່ງງານ​ກັບ​ນາງ​ນັ້ນ ກໍ​ມີ​ຄວາມຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”


ຍົກ​ຕົວຢ່າງ ຍິງ​ທີ່​ແຕ່ງງານ​ແລ້ວ ຕາບໃດ​ທີ່​ຜົວ​ຂອງ​ນາງ​ຍັງ​ມີ​ຊີວິດ​ຢູ່ ນາງ​ຕ້ອງ​ຜູກພັນ​ຢູ່​ກັບ​ຜົວ​ຕາມ​ກົດໝາຍ, ແຕ່​ຖ້າ​ຜົວ​ຂອງ​ນາງ​ຕາຍໄປ ນາງ​ກໍ​ພົ້ນ​ຈາກ​ກົດໝາຍ​ນັ້ນ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka