Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 7:21 - ພຣະຄຳພີສັກສິ

21 ດັ່ງນັ້ນ ເຮົາ​ຈຶ່ງ​ຄົ້ນ​ພົບ​ກົດ​ຢ່າງ​ໜຶ່ງ ຄື​ເມື່ອ​ເຮົາ​ຢາກ​ເຮັດ​ໃນ​ສິ່ງ​ທີ່​ດີ ສິ່ງ​ທີ່​ຊົ່ວ​ກໍ​ມາ​ຕັນ​ເຮົາ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ດັ່ງນັ້ນ ເຮົາ​ຈຶ່ງ​ພົບ​ວ່າ​ມີ​ກົດ​ນີ້​ຢູ່​ຄື: ເມື່ອ​ເຮົາ​ຢາກ​ເຮັດ​ສິ່ງ​ທີ່​ດີ ຄວາມຊົ່ວ​ກໍ​ຢູ່​ທີ່​ນັ້ນ​ກັບ​ເຮົາ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 7:21
19 Jak'a apnaqawi uñst'ayäwi  

ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ລົ້ມ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ ຢ່າ​ໃຫ້​ສິ່ງ​ຊົ່ວຮ້າຍ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ.


ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ເອົາໃຈໃສ່​ຕໍ່​ສິ່ງ​ອະນິຈັງ ຂໍ​ຊົງ​ໂຜດ​ຮັກສາ​ຊີວິດ​ຂອງ​ຂ້ານ້ອຍ​ຕາມ​ພຣະທຳ​ຂອງ​ພຣະອົງ.


ຂ້ານ້ອຍ​ຖືກ​ອ້ອມຮອບ​ໂດຍ​ຄວາມ​ເດືອດຮ້ອນ​ຫຼາຍ​ຢ່າງ ມີ​ຫລວງຫລາຍ​ທີ່ສຸດ​ຈົນ​ຂ້ານ້ອຍ​ນັບ​ບໍ່ໄດ້ ບາບໄລ່​ເວນທັນ​ແລ້ວ ຂ້ານ້ອຍ​ຈຶ່ງ​ບໍ່​ຢາກ​ເຫັນ​ຕໍ່ໄປ ຂາດໃຈ​ກ້າຫານ​ເພາະ​ມັນ​ຫລາຍກວ່າ​ເສັ້ນຜົມ​ອີກ.


ຄວາມ​ຜິດບາບ​ນັ້ນ​ເຮັດ​ໃຫ້​ພວກ​ຂ້ານ້ອຍ ພ່າຍແພ້​ໄປ ແຕ່​ພຣະອົງ​ໃຫ້​ອະໄພ​ພວກ​ຂ້ານ້ອຍ​ຢ່າງ​ໝົດສິ້ນ.


ພຣະເຢຊູເຈົ້າ​ໄດ້​ກັບ​ມາ​ຈາກ​ແມ່ນໍ້າ​ຈໍແດນ ໂດຍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ ໄດ້​ນຳ​ພຣະອົງ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ.


ພຣະເຢຊູເຈົ້າ​ໄດ້​ຕອບ​ພວກເຂົາ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ທຸກຄົນ​ທີ່​ເຮັດ​ການບາບ​ກໍ​ເປັນ​ທາດ​ຂອງ​ບາບກຳ​ນັ້ນ.


ເຫດສະນັ້ນ ຢ່າ​ໃຫ້​ຄວາມ​ຜິດບາບ​ໄດ້​ປົກຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອຟັງ​ຕາມ​ຕັນຫາ​ຂອງ​ກາຍ​ນັ້ນ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ແຕ່​ເຮົາ​ເຫັນ​ກົດ​ອີກ​ຢ່າງ​ໜຶ່ງ ຢູ່​ໃນ​ຮ່າງກາຍ​ຂອງເຮົາ ຊຶ່ງ​ຕໍ່ສູ້​ກັບ​ກົດ​ແຫ່ງ​ຈິດໃຈ​ຂອງເຮົາ ຊຶ່ງ​ເຮັດ​ໃຫ້​ເຮົາ​ຕົກ​ເປັນ​ຊະເລີຍ​ຕໍ່​ກົດ​ຂອງ​ຄວາມ​ບາບ​ທີ່​ມີ​ຢູ່​ໃນ​ອະໄວຍະວະ​ຂອງເຮົາ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ດຳເນີນ​ການ​ນີ້​ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ພຣະອົງເຈົ້າ​ຂອງ​ພວກເຮົາ. ເຫດສະນັ້ນ ທາງ​ດ້ານ​ຈິດໃຈ​ຂອງເຮົາ ເຮົາ​ກໍ​ເປັນ​ທາດ​ກົດບັນຍັດ​ຂອງ​ພຣະເຈົ້າ ແຕ່​ດ້ານ​ຮ່າງກາຍ​ເຮົາ​ກໍ​ເປັນ​ທາດ​ຂອງ​ກົດ​ແຫ່ງ​ຄວາມ​ຜິດບາບ.


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ຕ້ອງ​ໄດ້​ກາຍເປັນ​ເໝືອນ​ດັ່ງ​ອ້າຍ​ເອື້ອຍ​ນ້ອງ​ຂອງຕົນ​ໃນ​ທຸກຢ່າງ, ເພື່ອ​ວ່າ​ພຣະອົງ​ຈະ​ໄດ້​ເປັນ​ມະຫາ​ປະໂຣຫິດ ຜູ້​ປະກອບ​ດ້ວຍ​ຄວາມ​ສັດຊື່​ແລະ​ມີ​ໃຈ​ເມດຕາ ໃນ​ການ​ບົວລະບັດ​ຮັບໃຊ້​ພຣະເຈົ້າ ເພື່ອ​ນຳ​ເຄື່ອງ​ບູຊາ​ໄປ​ຖວາຍ​ແທນ​ບາບກຳ​ຂອງ​ປະຊາຊົນ.


ເພາະວ່າ ພວກເຮົາ​ບໍ່ໄດ້​ມີ​ມະຫາ​ປະໂຣຫິດ ທີ່​ບໍ່​ສາມາດ​ຈະ​ເຫັນໃຈ​ໃນ​ຄວາມ​ອ່ອນແອ​ຂອງ​ພວກເຮົາ, ແຕ່​ມີ​ຕົນ​ໜຶ່ງ​ທີ່​ຊົງ​ຖືກ​ທົດລອງ​ເໝືອນ​ຢ່າງ​ເຮົາ​ທຸກປະການ, ເຖິງ​ປານ​ນັ້ນ ພຣະອົງ​ກໍ​ຍັງ​ບໍ່ມີ​ບາບ.


ພວກເຂົາ​ສັນຍາ​ວ່າ ຈະ​ໃຫ້​ຄົນ​ເຫຼົ່ານັ້ນ​ມີ​ອິດສະຫລະ​ພາບ ແຕ່​ພວກເຂົາ​ເອງ​ຍັງ​ເປັນ​ທາດ​ຂອງ​ຄວາມ​ເສື່ອມໂຊມ​ຢູ່ ເພາະວ່າ​ມະນຸດ​ຖືກ​ພ່າຍແພ້​ແກ່​ສິ່ງໃດ​ແລ້ວ, ພວກເຂົາ​ກໍ​ຕົກ​ເປັນ​ທາດ​ຂອງ​ສິ່ງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka