Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:5 - ພຣະຄຳພີສັກສິ

5 ເພາະວ່າ ຖ້າ​ພວກເຮົາ​ເຂົ້າ​ເປັນ​ອັນໜຶ່ງ​ອັນດຽວ​ກັບ​ພຣະອົງ​ແລ້ວ ໃນ​ຄວາມ​ຕາຍ​ຢ່າງ​ພຣະອົງ​ສັນໃດ ພວກເຮົາ​ກໍ​ຈະ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັບ​ພຣະອົງ ໃນ​ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ພຣະອົງ​ສັນນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ເພາະ​ຖ້າ​ພວກເຮົາ​ໄດ້​ມີ​ສ່ວນຮ່ວມ​ກັບ​ພຣະອົງ​ໃນ​ການຕາຍ​ເໝືອນ​ພຣະອົງ​ແລ້ວ, ພວກເຮົາ​ກໍ​ຈະ​ມີ​ສ່ວນຮ່ວມ​ໃນ​ການ​ເປັນຄືນມາຈາກຕາຍ​ເໝືອນ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຣມ 6:5
12 Jak'a apnaqawi uñst'ayäwi  

ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ປູກ​ໄວ້​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ເກີດດອກ​ອອກຜົນ​ໃນ​ເດີ່ນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ລາວ​ຂຸດ​ທັງ​ພູນ​ດິນ​ຫລັງຈາກ​ເກັບ​ກ້ອນ​ຫີນ​ອອກ​ໄປ ແລ້ວ​ຈຶ່ງ​ໄດ້​ປູກ​ເບ້ຍ​ພັນ​ອະງຸ່ນ​ດີໆ​ທັງນັ້ນ​ໃສ່. ລາວ​ປຸກ​ຫໍຄອຍ​ຫລັງ​ໜຶ່ງ​ໄວ້​ສຳລັບ​ເຝົ້າ​ສວນອະງຸ່ນ ລາວ​ເຈາະ​ອ່າງ​ຫີນ​ໄວ້​ສຳລັບ​ບີບ​ໝາກອະງຸ່ນ​ດ້ວຍ. ແລ້ວ​ກໍ​ຕັ້ງໃຈ​ລໍ​ຄອຍຖ້າ ຈົນ​ໝາກອະງຸ່ນ​ສຸກງອມ ແຕ່​ໝາກອະງຸ່ນ​ທີ່​ສຸກ​ພັດ​ມີ​ຣົດ​ສົ້ມ​ທັງໝົດ.


ເຮົາ​ໄດ້​ປູກ​ເຈົ້າ​ໄວ້​ດັ່ງ​ປູກ​ຕົ້ນອະງຸ່ນ​ພັນ​ດີ ໂດຍ​ເລືອກເຟັ້ນ​ເອົາ​ມາ​ຈາກ​ພັນ​ດີທີ່ສຸດ​ດ້ວຍ. ແຕ່​ເບິ່ງແມ! ເຈົ້າ​ກາຍເປັນຫຍັງ​ໄປ​ແລ້ວ​ຮູ້​ບໍ ເຈົ້າ​ເປັນ​ດັ່ງ​ຕົ້ນອະງຸ່ນ​ເໜົ່າ​ຫາ​ຄຸນຄ່າ​ບໍ່ໄດ້.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາເຈົ້າ​ຂອງເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່ໄດ້​ປູກ​ໄວ້​ກໍ​ຈະ​ຖືກ​ຫລົກ​ຖິ້ມ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຖ້າ​ເມັດເຂົ້າ​ຕົກລົງ​ໃນ​ດິນ​ແລ້ວ​ບໍ່​ຕາຍໄປ​ເສຍ ກໍ​ຄົງ​ຈະ​ມີ​ຢູ່​ພຽງແຕ່​ເມັດ​ດຽວ, ແຕ່​ຖ້າ​ຕາຍໄປ​ກໍ​ຈະ​ເກີດຜົນ​ຫລາຍ.


ຕົວ​ຂອງ​ພວກເຮົາ​ຍອມ​ຮັບ​ຄວາມ​ຕາຍ​ຂອງ​ພຣະເຢຊູເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ຊີວິດ​ຂອງ​ພຣະເຢຊູເຈົ້າ​ສາມາດ​ປາກົດ​ຢູ່​ໃນ​ຕົວ​ຂອງ​ພວກເຮົາ.


ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີ​ບັບຕິສະມາ​ແລ້ວ ແລະ​ໃນ​ພິທີ​ນັ້ນ ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ໂດຍ​ຄວາມເຊື່ອ​ໃນ​ຣິດເດດອຳນາດ​ຂອງ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ.


ຖ້າ​ເຈົ້າ​ທັງຫລາຍ​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະຄຣິດ​ແລ້ວ ກໍ​ຈົ່ງ​ສະແຫວງ​ຫາ​ສິ່ງ​ຊຶ່ງ​ຢູ່​ເບື້ອງ​ເທິງ ຄື​ບ່ອນ​ທີ່​ພຣະຄຣິດ​ຊົງ​ສະຖິດ​ຢູ່ ຊົງ​ປະທັບ​ເບື້ອງ​ຂວາ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka