Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:4 - ພຣະຄຳພີສັກສິ

4 ເຫດສະນັ້ນ ພວກເຮົາ​ຈຶ່ງ​ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ ດ້ວຍ​ການ​ຮັບ​ບັບຕິສະມາ​ແລ້ວ ເພື່ອ​ໃຫ້​ເຮົາ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຖືກ​ຊົງ​ບັນດານ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ ໂດຍ​ສະຫງ່າຣາສີ​ຂອງ​ພຣະບິດາເຈົ້າ​ແລ້ວ​ສັນໃດ ພວກເຮົາ​ກໍ​ຈະ​ໄດ້​ດຳເນີນ​ຕາມ​ຊີວິດ​ໃໝ່​ເໝືອນກັນ​ສັນນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ເຫດສະນັ້ນ, ພວກເຮົາ​ຈຶ່ງ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ແລ້ວ ໂດຍ​ການ​ຮັບ​ບັບຕິສະມາ​ເຂົ້າ​ໃນ​ຄວາມຕາຍ​ຂອງ​ພຣະອົງ ເພື່ອ​ວ່າ​ພວກເຮົາ​ເອງ​ກໍ​ຈະ​ໄດ້​ມີ​ຊີວິດ​ໃໝ່ ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຖືກ​ເຮັດ​ໃຫ້​ເປັນຄືນມາຈາກຕາຍ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະບິດາເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 6:4
33 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ແກ່​ນາງ​ວ່າ, “ເຮົາ​ໄດ້​ບອກ​ເຈົ້າ​ແລ້ວ​ວ່າ ຖ້າ​ເຈົ້າ​ເຊື່ອ ເຈົ້າ​ຄົງ​ຈະ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ.”


ພຣະເຢຊູເຈົ້າ​ໄດ້​ເຮັດ​ການ​ອັດສະຈັນ​ເທື່ອ​ທຳອິດ ທີ່​ບ້ານ​ການາ ແຂວງ​ຄາລີເລ, ໃນ​ທີ່ນັ້ນ ພຣະອົງ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະອົງ​ໃຫ້​ປາກົດ ແລະ​ພວກ​ສາວົກ​ກໍໄດ້​ເຊື່ອ​ໃນ​ພຣະອົງ.


ແຕ່​ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ມາ​ຈາກ​ຕາຍ ໂດຍ​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມ​ເຈັບປວດ​ຂອງ​ອຳນາດ​ແຫ່ງ​ຄວາມ​ຕາຍ ເພາະ​ຄວາມ​ຕາຍ​ບໍ່​ສາມາດ​ກັກຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະເຈົ້າ​ໄດ້​ບັນດານ​ໃຫ້​ພຣະເຢຊູເຈົ້າ​ອົງ​ນີ້ ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ພວກ​ຂ້າພະເຈົ້າ​ທຸກຄົນ ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ເຮົາ​ຍົກ​ເອົາ​ຕົວຢ່າງ​ຂອງ​ມະນຸດ​ມາ​ກ່າວ ເພາະ​ເຫດ​ຄວາມ​ຈຳກັດ​ຢ່າງ​ມະນຸດ​ທຳມະດາ​ຂອງ​ພວກເຈົ້າ. ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເຄີຍ​ມອບ​ອະໄວຍະວະ​ຂອງ​ພວກເຈົ້າ​ໝົດ​ທັງສິ້ນ ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊົ່ວ​ມົວໝອງ​ແລະ​ຄວາມ​ອະທຳ ເພື່ອ​ເຮັດ​ການ​ອະທຳ​ອັນ​ຊົ່ວຮ້າຍ​ສັນໃດ, ບັດນີ້ ພວກເຈົ້າ​ຈົ່ງ​ມອບ​ອະໄວຍະວະ​ໃຫ້​ເປັນ​ທາດ​ຂອງ​ຄວາມ​ຊອບທຳ​ເປັນ​ການ​ສິ້ນສຸດ ເພື່ອ​ໃຫ້​ເຖິງ​ການ​ຊຳລະ​ໃຫ້​ບໍຣິສຸດ​ສັນນັ້ນ.


ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ ເມື່ອ​ພວກເຮົາ​ທຸກຄົນ​ໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ຮັບ​ບັບຕິສະມາ​ຮ່ວມ​ເຂົ້າ​ໃນ​ຄວາມ​ຕາຍ​ຂອງ​ພຣະອົງ​ດ້ວຍ.


ແຕ່​ຖ້າ​ຜູ້ໃດ ໄດ້​ຕາຍ​ກັບ​ພຣະຄຣິດ​ແລ້ວ ພວກເຮົາ​ກໍ​ເຊື່ອ​ວ່າ​ຜູ້ນັ້ນ​ຈະ​ມີ​ຊີວິດ​ຢູ່​ດ້ວຍກັນ​ກັບ​ພຣະອົງ.


ເພາະ​ພວກເຮົາ​ຮູ້​ວ່າ ພຣະຄຣິດ​ຜູ້​ທີ່​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ ຈະ​ບໍ່​ຕາຍ​ອີກ​ຈັກເທື່ອ ຄື​ຄວາມ​ຕາຍ​ບໍ່ມີ​ອຳນາດ​ເໜືອ​ພຣະອົງ​ອີກ​ຕໍ່ໄປ.


ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.


ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ພຣະເຈົ້າ​ໄດ້​ບັນດານ​ໃຫ້​ອົງພຣະ​ຜູ້​ເປັນເຈົ້າ ເປັນ​ຄືນ​ມາ​ຈາກ​ຕາຍ​ຢ່າງ​ໃດ ພຣະອົງ​ກໍ​ຈະ​ບັນດານ​ໃຫ້​ພວກເຮົາ​ເປັນ​ຄືນ​ມາ​ຢ່າງ​ນັ້ນ ໂດຍ​ຣິດອຳນາດ​ຂອງ​ພຣະອົງ.


ເພາະ​ເຖິງ​ແມ່ນ​ວ່າ ພຣະອົງ​ຊົງ​ຖືກ​ຄຶງ​ໄວ້​ເນື່ອງ​ຈາກ​ຄວາມ​ອ່ອນແອ​ກໍ​ຈິງ ພຣະອົງ​ກໍ​ຍັງ​ຊົງພຣະຊົນ​ຢູ່​ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ ເພາະວ່າ​ເຮົາ​ກໍ​ອ່ອນແອ​ດ້ວຍ​ກັນ​ກັບ​ພຣະອົງ, ແຕ່​ເພື່ອ​ພວກເຈົ້າ ເຮົາ​ກໍ​ມີ​ຊີວິດ​ເປັນ​ຢູ່​ດ້ວຍ​ກັນ​ກັບ​ພຣະອົງ ເພາະ​ຣິດອຳນາດ​ຂອງ​ພຣະເຈົ້າ.


ເຫດສະນັ້ນ, ຖ້າ​ຜູ້ໃດ​ຢູ່​ໃນ​ພຣະຄຣິດ ຜູ້ນັ້ນ​ກໍ​ເປັນ​ຄົນ​ທີ່​ຖືກ​ຊົງ​ສ້າງ​ຂຶ້ນ​ໃໝ່​ແລ້ວ ຖານະ​ເກົ່າ​ເຫຼົ່ານັ້ນ​ກໍ​ລ່ວງ​ໄປ​ແລ້ວ ເບິ່ງແມ! ກາຍເປັນ​ສິ່ງ​ໃໝ່​ທັງ​ນັ້ນ.


ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ຢືນຢັນ ແລະ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ທັງຫລາຍ​ຢ່າ​ດຳເນີນ​ຊີວິດ​ຕາມ​ຢ່າງ​ຄົນຕ່າງຊາດ​ທີ່​ເຂົາ​ດຳເນີນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປະໂຫຍດ​ບໍ່ໄດ້.


ເມື່ອ​ກ່ອນ​ພວກເຈົ້າ​ເຄີຍ​ຢູ່​ໃນ​ຄວາມມືດ ແຕ່​ເນື່ອງ​ຈາກ​ວ່າ​ພວກເຈົ້າ​ໄດ້​ກາຍເປັນ​ໄພ່ພົນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ຄວາມ​ສະຫວ່າງ. ດັ່ງນັ້ນ ພວກເຈົ້າ​ຈົ່ງ​ດຳເນີນ​ຊີວິດ ເໝືອນ​ດັ່ງ​ຄົນ​ທີ່​ຢູ່​ຝ່າຍ​ຄວາມ​ສະຫວ່າງ​ແລ້ວ.


ແລະ​ສວມ​ສະພາບ​ມະນຸດ​ຄົນ​ໃໝ່​ແລ້ວ ໄດ້​ຖືກ​ຊົງ​ສ້າງ​ຂຶ້ນ​ໃຫ້​ເປັນ​ຄົນ​ໃໝ່​ຢູ່​ສະເໝີ ໄດ້​ເຮັດ​ໃຫ້​ພວກເຈົ້າ​ເປັນ​ເໝືອນ​ພຣະອົງ​ຫລາຍ​ຂຶ້ນ ເພື່ອ​ໃຫ້​ຮູ້ຈັກ​ພຣະອົງ​ຢ່າງ​ຄົບຖ້ວນ​ບໍລິບູນ.


ຝ່າຍ​ນາຍ​ທັງຫລາຍ ຈົ່ງ​ປະຕິບັດ​ຕໍ່​ຄົນຮັບໃຊ້​ຂອງຕົນ ຢ່າງ​ຖືກຕ້ອງ​ແລະ​ທ່ຽງທຳ, ຈົ່ງ​ຮູ້​ໄວ້​ວ່າ ພວກເຈົ້າ​ກໍ​ມີ​ນາຍ​ອົງ​ໜຶ່ງ​ຢູ່​ໃນ​ສະຫວັນ​ເໝືອນກັນ.


ນໍ້າ​ນັ້ນ​ໝາຍເຖິງ​ພິທີ​ຮັບ​ບັບຕິສະມາ ທີ່​ໃຫ້​ພວກເຈົ້າ​ລອດພົ້ນ​ດຽວ​ນີ້ ບັບຕິສະມາ​ນີ້ ບໍ່ແມ່ນ​ການ​ຊຳລະ​ສິ່ງ​ເປື້ອນເປິ​ທາງ​ຮ່າງກາຍ ແຕ່​ເປັນ​ການ​ຮຽນຂໍ​ຕໍ່​ພຣະເຈົ້າ ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ. ບັບຕິສະມາ​ນີ້​ໃຫ້​ເຖິງ​ທີ່​ພົ້ນ ເພາະ​ດ້ວຍ​ການ​ທີ່​ພຣະເຢຊູ​ຄຣິດເຈົ້າ ຊົງ​ເປັນ​ຄືນ​ມາ​ຈາກ​ຕາຍ


ຜູ້ໃດ​ທີ່​ເວົ້າ​ວ່າ, “ຕົນ​ຢູ່​ໃນ​ພຣະອົງ” ຜູ້ນັ້ນ​ກໍ​ຄວນ​ດຳເນີນ​ຊີວິດ​ຕາມ​ທາງ​ທີ່​ພຣະອົງ​ຊົງ​ດຳເນີນ​ນັ້ນ​ເໝືອນກັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka