Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:2 - ພຣະຄຳພີສັກສິ

2 ບໍ່​ເປັນ​ຢ່າງ​ນັ້ນ​ດອກ ພວກເຮົາ​ຜູ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ ຈະ​ສືບຕໍ່​ດຳເນີນ​ຊີວິດ​ແບບ​ນັ້ນ​ໄດ້​ຢ່າງ​ໃດ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?

Uka jalj uñjjattʼäta Copia luraña




ໂຣມ 6:2
18 Jak'a apnaqawi uñst'ayäwi  

ຂ້ອຍ​ມີ​ອຳນາດ​ໃນ​ເຮືອນ​ຫລັງ​ນີ້​ເທົ່າໆ​ກັນ​ກັບ​ເພິ່ນ ແລະ​ເພິ່ນ​ບໍ່ເຄີຍ​ຫວງຫ້າມ​ຂ້ອຍ​ໃນ​ສິ່ງ​ໃດໆ​ເລີຍ ເວັ້ນໄວ້​ແຕ່​ຍານາງ​ເອງ​ທີ່​ເປັນ​ເມຍ​ຂອງ​ເພິ່ນ. ຂ້ອຍ​ຈະ​ກ້າ​ລ່ວງ​ປະເວນີ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າ​ໄດ້​ຢ່າງໃດ?”


ຂ້ານ້ອຍ​ມີ​ປັນຍາ​ໄດ້​ກໍ​ຍ້ອນ​ກົດບັນຍັດ​ຂອງ​ພຣະອົງ ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກຽດຊັງ​ການ​ກະທຳ​ຊົ່ວ​ທຸກຢ່າງ.


ເພິ່ນ​ຈະ​ມາ ແລະ​ຂ້າ​ຄົນ​ເຊົ່າສວນ​ເຫຼົ່ານັ້ນ​ເສຍ ແລະ​ຈະ​ຍົກ​ສວນ​ອະງຸ່ນ​ໃຫ້​ຄົນອື່ນ​ເຊົ່າ.” ເມື່ອ​ຄົນ​ເຫຼົ່ານັ້ນ​ໄດ້ຍິນ​ເຊັ່ນນີ້​ແລ້ວ ພວກເຂົາ​ກໍ​ເວົ້າ​ວ່າ, “ຂໍ​ຢ່າ​ໃຫ້​ເກີດ​ເປັນ​ຢ່າງ​ນັ້ນ​ເທາະ.”


ບໍ່​ພຽງແຕ່​ເທົ່ານັ້ນ ພວກເຮົາ​ຍັງ​ຊື່ນຊົມ​ຍິນດີ​ໃນ​ພຣະເຈົ້າ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ເປັນ​ເຫດ​ໃຫ້​ເຮົາ​ທັງຫລາຍ​ໄດ້​ຄືນ​ດີ​ກັບ​ພຣະເຈົ້າ.


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຈະ​ເຮັດ​ບາບ ເພາະ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ພວກເຈົ້າ​ໄດ້​ຕາຍ​ຈາກ​ກົດບັນຍັດ ໂດຍ​ພຣະກາຍ​ຂອງ​ພຣະຄຣິດ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ອື່ນ ຄື​ຂອງ​ພຣະອົງ ຜູ້​ຊົງ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ເພື່ອ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແດ່​ພຣະເຈົ້າ.


ແຕ່​ບັດນີ້ ພວກເຮົາ​ໄດ້​ພົ້ນ​ຈາກ​ກົດບັນຍັດ​ແລ້ວ ເພາະ​ພວກເຮົາ​ໄດ້​ຕາຍ​ຕໍ່​ສິ່ງ​ທີ່​ເຄີຍ​ຜູກມັດ​ໃຫ້​ເປັນ​ຊະເລີຍ​ໃນ​ເມື່ອ​ກ່ອນ​ນັ້ນ, ເພື່ອ​ພວກເຮົາ​ຈະ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ເກົ່າ ຄື​ຕາມ​ຕົວອັກສອນ​ທີ່​ບັນຍັດ​ມີ​ຂຽນ​ໄວ້ ແຕ່​ໄດ້​ບົວລະບັດ​ຮັບໃຊ້​ໃນ​ທາງ​ໃໝ່ ຄື​ຕາມ​ລັກສະນະ​ຂອງ​ພຣະວິນຍານ.


ເຫດ​ວ່າ​ໂດຍ​ທາງ​ກົດບັນຍັດ​ນັ້ນ ເຮົາ​ໄດ້​ຕາຍ​ຈາກ​ກົດບັນຍັດ​ແລ້ວ ເພື່ອ​ເຮົາ​ຈະ​ໄດ້​ມີ​ຊີວິດ​ຢູ່​ສຳລັບ​ພຣະເຈົ້າ ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດ​ແລ້ວ.


ສຳລັບ​ເຮົາ​ແລ້ວ, ເຮົາ​ຂໍ​ອວດອ້າງ​ແຕ່​ເລື່ອງ​ໄມ້ກາງແຂນ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ເທົ່ານັ້ນ ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະອົງ​ນີ້​ແຫຼະ ໂລກ​ຈຶ່ງ​ຕາຍ​ແລ້ວ​ສຳລັບ​ເຮົາ ແລະ​ເຮົາ​ກໍ​ຕາຍ​ແລ້ວ​ສຳລັບ​ໂລກ.


ຖ້າ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດ ແລະ​ໄດ້​ພົ້ນ​ຈາກ​ສິ່ງ​ສັກສິດ​ແຫ່ງ​ສາກົນ​ຈັກກະວານ​ແລ້ວ, ເຫດສະນັ້ນ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ຍັງ​ຢູ່​ຝ່າຍ​ໂລກ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດບັນຍັດ​ທີ່​ວ່າ,


ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.


ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ຜູ້ໃດ​ເກີດ​ຈາກ​ພຣະເຈົ້າ ກໍ​ບໍ່​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ສະພາບ​ຂອງ​ພຣະອົງ​ຊົງ​ດຳລົງ​ຢູ່​ໃນ​ຜູ້ນັ້ນ ແລະ​ຜູ້ນັ້ນ​ກໍ​ບໍ່​ອາດ​ເຮັດ​ບາບ​ອີກ​ຕໍ່ໄປ ເພາະ​ຕົນ​ໄດ້​ບັງເກີດ​ຈາກ​ພຣະເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka