Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 6:12 - ພຣະຄຳພີສັກສິ

12 ເຫດສະນັ້ນ ຢ່າ​ໃຫ້​ຄວາມ​ຜິດບາບ​ໄດ້​ປົກຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອຟັງ​ຕາມ​ຕັນຫາ​ຂອງ​ກາຍ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ເຫດສະນັ້ນ, ຢ່າ​ໃຫ້​ຄວາມບາບ​ໄດ້​ຄອບຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ ເຊິ່ງ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ຍອມ​ເຮັດຕາມ​ຄວາມປາຖະໜາ​ຊົ່ວ​ຂອງ​ຮ່າງກາຍ​ນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 6:12
35 Jak'a apnaqawi uñst'ayäwi  

ຖ້າ​ເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຈົ້າ​ກໍ​ຄວນ​ຍິ້ມແຍ້ມແຈ່ມໃສ; ແຕ່​ດ້ວຍວ່າ​ເຈົ້າ​ເຮັດ​ຊົ່ວ ຄື​ບາບ​ທີ່​ກຳລັງ​ລໍ​ຢູ່​ທີ່​ປະຕູ​ເຮືອນ​ຄອຍຖ້າ​ຄຸບ​ກິນ​ເຈົ້າ. ມັນ​ຢາກ​ປົກຄອງ​ເຈົ້າ ແຕ່​ເຈົ້າ​ຕ້ອງ​ເອົາ​ຊະນະ​ມັນ​ໃຫ້​ໄດ້.”


ໂຜດ​ຮັກສາ​ຂ້ານ້ອຍ​ບໍ່​ໃຫ້​ລົ້ມ​ຕາມ​ທີ່​ພຣະອົງ​ໄດ້​ສັນຍາ ຢ່າ​ໃຫ້​ສິ່ງ​ຊົ່ວຮ້າຍ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ.


ຂໍ​ຊົງ​ໂຜດ​ຮັກສາ​ໃຫ້​ພົ້ນ​ຈາກ​ບາບ​ຂອງ​ຂ້ານ້ອຍ​ແດ່ ຢ່າ​ໃຫ້​ການບາບ​ນັ້ນ​ມີໄຊ​ເໜືອ​ຂ້ານ້ອຍ​ເລີຍ. ແລ້ວ​ຂ້ານ້ອຍ​ກໍ​ຈະ​ໄດ້​ເປັນ​ຄົນ​ຄົບ​ບໍຣິບູນ ແລະ​ມີ​ອິດສະຫລະພາບ​ຈາກ​ຄວາມບາບ​ອັນ​ຊົ່ວຮ້າຍ​ນີ້.


ຖ້າ​ຊາຍ​ຄົນ​ໃດ​ຜົມ​ຫລົ່ນ ບໍ່​ວ່າ​ທາງ​ດ້ານ​ໜ້າ​ຫລື​ດ້ານຫລັງ​ກໍຕາມ ຄົນ​ນັ້ນ​ບໍ່ໄດ້​ເປັນ​ມົນທິນ


ແຕ່​ຖ້າ​ພວກເຈົ້າ​ຫາກ​ບໍ່​ໄລ່​ພວກເຂົາ​ອອກ​ໄປ​ໃຫ້​ໝົດ ພວກ​ທີ່​ເຫຼືອ​ຢູ່​ກໍ​ຈະ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້​ພວກເຈົ້າ ດັ່ງ​ສ້ຽນ​ຄາຕາ ແລະ ຈະ​ຄ່ອຍ​ຕໍ່ສູ້​ພວກເຈົ້າ.


ແຕ່​ຈົ່ງ​ປະດັບ​ຕົວ​ດ້ວຍ​ອົງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຢ່າ​ຈັດ​ຫາ​ອັນ​ໃດ​ເພື່ອ​ສະໜອງ​ຕັນຫາ​ຂອງ​ເນື້ອກາຍ.


ແຕ່​ພຣະອົງ​ຈະ​ຊົງ​ສຳແດງ​ຄວາມ​ໂກດຮ້າຍ​ອັນ​ເຜັດຮ້ອນ​ແກ່​ຄົນ​ທັງຫລາຍ​ທີ່​ຄິດ​ໃຫຍ່​ໃຝ່ສູງ ແລະ​ແກ່​ຜູ້​ທີ່​ບໍ່​ເຊື່ອ​ວາງ​ໃຈ​ໃນ​ຄວາມຈິງ ແຕ່​ຍອມ​ເຮັດ​ຕາມ​ຄວາມຊົ່ວ.


ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ແນ່ນອນ​ພວກເຈົ້າ​ກໍ​ຮູ້​ດີ​ວ່າ ເມື່ອ​ພວກເຈົ້າ​ຍອມ​ເປັນ​ທາດ​ເຊື່ອຟັງ​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ທາດ​ຂອງ​ນາຍ​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ ຄື​ເປັນ​ທາດ​ຂອງ​ບາບກຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ທາດ​ຂອງ​ຄວາມ​ເຊື່ອຟັງ ຊຶ່ງ​ນຳ​ໄປ​ສູ່​ການ​ເປັນ​ຄົນ​ຊອບທຳ.


ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ເພາະ​ຖ້າ​ເຈົ້າ​ທັງຫລາຍ​ດຳເນີນ​ຊີວິດ​ຕາມ​ຢ່າງ​ເນື້ອໜັງ​ແລ້ວ ພວກເຈົ້າ​ກໍ​ຄົງ​ຈະ​ຕາຍ, ແຕ່​ຖ້າ​ໂດຍ​ຝ່າຍ​ພຣະວິນຍານ ພວກເຈົ້າ​ໄດ້​ທຳລາຍ​ການ​ຂອງ​ຝ່າຍ​ເນື້ອໜັງ​ນັ້ນ​ເສຍ ເຈົ້າ​ກໍ​ຄົງ​ຈະ​ມີ​ຊີວິດ​ຢູ່.


ເພາະວ່າ ຂະນະທີ່​ເຮົາ​ມີ​ຊີວິດ​ຢູ່​ນັ້ນ ພວກເຮົາ​ໄດ້​ຖືກ​ມອບ​ໄວ້​ແກ່​ຄວາມ​ຕາຍ​ຢູ່​ສະເໝີ ເພາະ​ເຫັນ​ແກ່​ພຣະເຢຊູເຈົ້າ ເພື່ອ​ຊີວິດ​ຂອງ​ພຣະອົງ​ຈະ​ໄດ້​ປາກົດ​ໃນ​ເນື້ອກາຍ​ອັນ​ຕາຍ​ເປັນ​ຂອງເຮົາ​ເໝືອນກັນ.


ຂະນະທີ່​ພວກເຮົາ​ອາໄສ​ຢູ່​ໃນ​ຮ່າງກາຍ​ນີ້ ພວກເຮົາ​ກໍ​ໂອ່ຍຄາງ​ເປັນ​ທຸກ​ຢູ່​ຢ່າງ​ໜັກໜ່ວງ ອັນ​ນີ້​ບໍ່ແມ່ນ​ວ່າ​ພວກເຮົາ​ຢາກ​ໜີ​ໃຫ້​ພົ້ນ​ຈາກ​ຮ່າງກາຍ​ຂອງ​ພວກເຮົາ, ແຕ່​ພວກເຮົາ​ປາຖະໜາ​ຢາກ​ຫົ່ມ​ກາຍ​ໃໝ່​ນັ້ນ ເພື່ອ​ວ່າ​ຮ່າງກາຍ​ທີ່​ຕາຍ​ເປັນ​ນີ້​ຈະ​ຖືກ​ຖ້ວມລົ້ນ​ດ້ວຍ​ຊີວິດ.


ເຮົາ​ບອກ​ວ່າ, ຈົ່ງ​ຍອມ​ໃຫ້​ພຣະວິນຍານ​ນຳພາ​ຊີວິດ ແລະ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຕາມ​ສັນດານ​ຕັນຫາ​ມະນຸດ.


ສ່ວນ​ພວກ​ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ ກໍໄດ້​ເອົາ​ຄວາມ​ປາຖະໜາ​ກັບ​ກິເລດ​ຕັນຫາ​ຂອງ​ສັນດານ​ມະນຸດ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ພວກເຈົ້າ​ຈົ່ງ​ຖອດ​ຖິ້ມ​ສະພາບ​ມະນຸດ​ເກົ່າ​ຂອງຕົນ ຊຶ່ງ​ຄູ່​ກັບ​ວິຖີ​ຊີວິດ​ເດີມ​ນັ້ນ​ເສຍ ທີ່​ກຳລັງ​ເສື່ອມເສຍ​ໄປ​ສູ່​ຄວາມ​ຕາຍ ຕາມ​ຕັນຫາ​ອັນ​ເປັນ​ທີ່​ຫລອກລວງ​ນັ້ນ.


ແລະ​ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃຫ້​ຊົນຊາດ​ເຫຼົ່ານີ້ ຢູ່​ໃຕ້​ອຳນາດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຊະນະ​ພວກເຂົາ​ແລ້ວ ຢ່າ​ໄວ້​ຊີວິດ​ຂອງ​ພວກເຂົາ​ເປັນ​ເດັດຂາດ. ຢ່າ​ເຮັດ​ສັນຍາ​ໃດໆ​ກັບ​ພວກເຂົາ ຫລື​ສະແດງ​ຄວາມ​ເມດຕາ​ຕໍ່​ພວກເຂົາ​ເລີຍ.


ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.


ດັ່ງນັ້ນ ເຈົ້າ​ຈົ່ງ​ຫລີກ​ໜີ​ຈາກ​ຣາຄະ​ຕັນຫາ​ຂອງ​ຄົນ​ໜຸ່ມ. ຈົ່ງ​ຕິດຕາມ​ຄວາມ​ຊອບທຳ, ຄວາມເຊື່ອ, ຄວາມຮັກ ແລະ​ສັນຕິສຸກ ຮ່ວມ​ກັບ​ຄົນ​ທັງປວງ​ທີ່​ຮ້ອງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ໃຈ​ບໍຣິສຸດ.


ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,


ເພາະວ່າ​ເມື່ອ​ກ່ອນ​ນັ້ນ ພວກເຮົາ​ເອງ​ກໍ​ເປັນ​ຄົນ​ໂງ່, ບໍ່​ຍອມ​ເຊື່ອຟັງ, ຖືກ​ເຂົາ​ຫລອກລວງ​ໃຫ້​ຫລົງ, ເປັນ​ຂ້ອຍຂ້າ​ຂອງ​ກິເລດ​ຕັນຫາ ແລະ​ການ​ສະໜຸກ​ສະໜານ​ຫລາຍ​ປະການ, ເຄີຍ​ໃຊ້​ເວລາ​ໃນ​ການ​ຄິດຮ້າຍ ແລະ​ໃນ​ຄວາມ​ເຫິງສາ, ເປັນ​ຄົນ​ໜ້າຊັງ ແລະ​ກຽດຊັງ​ກັນ.


ຈົ່ງ​ເປັນ​ລູກ​ທີ່​ເຊື່ອຟັງ ແລະ​ຢ່າ​ດຳເນີນ​ຊີວິດ​ຕາມ​ຕັນຫາ​ແບບ​ເກົ່າ ທີ່​ພວກເຈົ້າ​ເຄີຍ​ມີ​ໃນ​ຄາວ​ຍັງ​ໂງ່​ຢູ່​ນັ້ນ.


ເຈົ້າ​ທັງຫລາຍ​ທີ່ຮັກ​ເອີຍ ຂ້າພະເຈົ້າ​ຂໍ​ເຕືອນ​ສະຕິ​ພວກເຈົ້າ ເໝືອນ​ເປັນ​ຄົນຕ່າງຊາດ​ທີ່​ທ່ອງທ່ຽວ​ໃນ​ໂລກນີ້ ໃຫ້​ງົດເວັ້ນ​ຈາກ​ຕັນຫາ​ແນວ​ມະນຸດ ຊຶ່ງ​ທຳ​ການ​ຕໍ່ສູ້​ຈິດ​ວິນຍານ.


ຄົນ​ເຫຼົ່ານີ້ ເປັນ​ຄົນ​ມັກຈົ່ມ​ມັກວ່າ ພວກເຂົາ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ, ພວກເຂົາ​ເວົ້າ​ອວດອ້າງ​ເຖິງ​ຕົນເອງ ແລະ​ຍ້ອງຍໍ​ຄົນອື່ນ​ເພື່ອ​ຫວັງ​ຜົນ​ປະໂຫຍດ​ສ່ວນຕົວ​ຂອງຕົນ.


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”


ສະນັ້ນ ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ດຽວນີ້​ໂລດ​ວ່າ ເຮົາ​ຈະ​ບໍ່​ຂັບໄລ່​ປະຊາຊົນ​ເຫຼົ່ານີ້​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ໃນ​ທີ່ນັ້ນ. ພວກເຂົາ​ຈະ​ເປັນ​ສັດຕູ ຂອງ​ພວກເຈົ້າ​ແລະ​ການ​ຂາບໄຫວ້​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຈະ​ເປັນ​ສິ່ງ​ລໍ້ລວງ​ພວກເຈົ້າ ໃຫ້​ເຮັດ​ບາບ​ອັນ​ຮ້າຍແຮງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka