Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:6 - ພຣະຄຳພີສັກສິ

6 ຂະນະທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຕາຍ​ເພື່ອ​ຊ່ວຍ​ຄົນ​ບາບ​ຕາມ​ເວລາ​ທີ່​ເໝາະສົມ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ຂະນະ​ທີ່​ພວກເຮົາ​ຍັງ​ຂາດ​ກຳລັງ​ຢູ່​ນັ້ນ, ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ຄົນບາບ​ໃນ​ເວລາ​ທີ່​ເໝາະສົມ.

Uka jalj uñjjattʼäta Copia luraña




ໂຣມ 5:6
30 Jak'a apnaqawi uñst'ayäwi  

ຄວາມສຸກ​ເປັນ​ຂອງ​ບຸກຄົນ ຜູ້​ທີ່​ບໍ່​ເຮັດ​ຕາມ​ຄຳແນະນຳ​ຂອງ​ຄົນຊົ່ວຮ້າຍ ຫລື​ບໍ່​ປະພຶດ​ຕາມ​ແບບຢ່າງ​ຂອງ​ຄົນບາບ ຫລື​ບໍ່​ຕິດພັນ​ຢູ່​ກັບ​ຄົນ​ປະໝາດ​ພຣະເຈົ້າ.


ເປັນ​ພຽງແຕ່​ອະດີດ​ທີ່​ນະຄອນ​ເຢຣູຊາເລັມ​ຮຸ່ງເຮືອງ ພວກ​ເຈົ້ານາຍ​ຂອງ​ນາງ​ກໍ​ອ່ອນແຮງ​ດັ່ງ​ກວາງ​ທີ່​ອຶດຢາກ ຊຶ່ງ​ກຳລັງ​ທີ່​ຕົນ​ມີ​ຢູ່​ນັ້ນ​ກຳລັງ​ຈະ​ໝົດ​ໄປ ໃນ​ຂະນະທີ່​ປົບໜີ​ຈາກ​ນາຍພານ​ຕາມລ່າ.


ສະນັ້ນ ກະສັດ​ແຫ່ງ​ຊີເຣຍ​ຈະ​ປິດລ້ອມ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລ້ວ​ຢຶດເອົາ​ເມືອງ​ນັ້ນ. ພວກ​ທະຫານ​ເອຢິບ​ຈະ​ເຊົາ​ຕໍ່ສູ້ ແມ່ນແຕ່​ທະຫານ​ທີ່​ເກັ່ງກ້າ​ທີ່ສຸດ​ກໍ​ບໍ່​ແຂງແຮງ​ພໍ.


ແລ້ວ​ພວກ​ອິດສະຣາເອນ​ທັງໝົດ ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ ຈະ​ມາ​ຈາກ​ພູເຂົາ​ຊີໂອນ ແລະ​ກຳຈັດ​ຄວາມ​ຊົ່ວຊ້າ​ອະທຳ​ອອກ​ຈາກ​ເຊື້ອສາຍ​ຂອງ​ຢາໂຄບ.”


ພຣະອົງ​ຜູ້​ຊົງ​ຖືກ​ມອບ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ​ແລ້ວ ເພາະ​ບາບກຳ​ຂອງ​ພວກເຮົາ ແລະ​ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ພຣະອົງ​ເປັນ​ຄືນ​ຂຶ້ນ​ມາ​ຈາກ​ຄວາມ​ຕາຍ ເພື່ອ​ໃຫ້​ພວກເຮົາ​ໄດ້​ຊົງ​ຖື​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ.


ສ່ວນ​ຄົນ​ທີ່​ບໍ່ໄດ້​ອາໄສ​ການ​ປະຕິບັດ ແຕ່​ໄດ້​ໄວ້ວາງໃຈ​ໃນ​ພຣະອົງ ຜູ້​ຊົງ​ໂຜດ​ຄົນ​ບາບ​ໃຫ້​ເປັນ​ຄົນ​ຊອບທຳ ຄວາມເຊື່ອ​ຂອງ​ຄົນ​ນັ້ນ ກໍ​ຖື​ໄດ້​ວ່າ​ເປັນ​ຄົນ​ຊອບທຳ.


ພວກເຮົາ​ເຄີຍ​ເປັນ​ສັດຕູ​ຂອງ​ພຣະເຈົ້າ ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຮົາ​ຄືນ​ດີ​ກັບ​ພຣະອົງ ຜ່ານ​ທາງ​ຄວາມ​ຕາຍ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ. ເມື່ອ​ເຮົາ​ທັງຫລາຍ​ໄດ້​ຄືນດີ​ກັບ​ພຣະເຈົ້າ​ແລ້ວ ຫລາຍກວ່າ​ນັ້ນ​ອີກ ພຣະອົງ​ຈະ​ຊົງ​ໂຜດ​ໃຫ້​ພວກເຮົາ​ໄດ້​ພົ້ນ​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະອົງ.


ດ້ວຍວ່າ, ບໍ່​ຄ່ອຍ​ຈະ​ມີ​ຜູ້ໃດ​ຍອມ​ຕາຍ​ແທນ​ຄົນ​ຊອບທຳ, ແຕ່​ບາງທີ​ອາດ​ມີ​ຄົນ​ກ້າ​ຕາຍ​ແທນ​ຄົນ​ດີ​ກໍໄດ້.


ແຕ່​ພຣະເຈົ້າ​ໄດ້​ຊົງ​ສຳແດງ​ໃຫ້​ພວກເຮົາ​ເຫັນ​ວ່າ ພຣະອົງ​ຊົງ​ຮັກ​ພວກເຮົາ​ຫລາຍ​ເທົ່າ​ໃດ ຄື​ຂະນະທີ່​ພວກເຮົາ​ຍັງ​ເປັນ​ຄົນ​ບາບ​ຢູ່​ນັ້ນ ພຣະຄຣິດ​ໄດ້​ຊົງ​ຍອມ​ຕາຍ​ແທນ​ເຮົາ​ທັງຫລາຍ.


ພຣະອົງ​ຜູ້​ບໍ່ໄດ້​ຊົງ​ຫວງ​ພຣະບຸດ​ຂອງ​ພຣະອົງ​ເອງ ແຕ່​ໄດ້​ຊົງ​ປະທານ​ພຣະບຸດ​ນັ້ນ ໄວ້​ເພື່ອ​ປະໂຫຍດ​ແກ່​ເຮົາ​ທັງຫລາຍ ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ປະທານ​ສິ່ງສາລະພັດ​ໃຫ້​ພວກເຮົາ​ດ້ວຍ​ກັນ​ກັບ​ພຣະບຸດ​ນັ້ນ​ຫລື?


ຜູ້ໃດ​ຈະ​ເປັນ​ຜູ້​ລົງໂທດ​ພວກເຂົາ​ອີກ? ເພາະ​ພຣະເຢຊູ​ຄຣິດເຈົ້າ​ແມ່ນ​ຜູ້​ທີ່​ໄດ້​ຕາຍ ແລະ​ຍິ່ງ​ກວ່າ​ນັ້ນ​ອີກ ພຣະອົງ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ​ແລ້ວ ແລະ​ນັ່ງ​ຢູ່​ກໍ້າຂວາ​ພຣະຫັດ​ຂອງ​ພຣະເຈົ້າ, ພຣະອົງ​ນັ້ນ​ແຫຼະ ອະທິຖານ​ວິງວອນ​ຂໍ​ເພື່ອ​ພວກເຮົາ


ເຮົາ​ຈຶ່ງ​ບໍ່ມີ​ຊີວິດ​ຢູ່ ແຕ່​ແມ່ນ​ພຣະຄຣິດ​ທີ່​ຊົງ​ມີ​ຊີວິດ​ຢູ່​ໃນ​ເຮົາ ຊີວິດ​ທີ່​ເຮົາ​ມີ​ໃນ​ຮ່າງກາຍ​ເວລາ​ນີ້ ເຮົາ​ມີ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ໄດ້​ຮັກ​ເຮົາ ແລະ​ໄດ້​ສະຫລະ​ຊີວິດ​ເພື່ອ​ເຮົາ.


ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,


ແລະ ຈົ່ງ​ດຳເນີນ​ຊີວິດ​ນັ້ນ​ໃນ​ຄວາມຮັກ ເໝືອນ​ດັ່ງ​ພຣະຄຣິດ​ໄດ້​ຊົງ​ຮັກ​ເຈົ້າ​ທັງຫລາຍ ແລະ​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ ໃຫ້​ເປັນ​ເຄື່ອງ​ບູຊາ​ແລະ​ເຄື່ອງ​ຖວາຍ ທີ່​ມີ​ກິ່ນ​ຫອມຫວານ​ແກ່​ພຣະເຈົ້າ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ໄດ້​ຕາຍ​ແລ້ວ​ຝ່າຍ​ຈິດ​ວິນຍານ​ຍ້ອນ​ບາບກຳ​ຂອງ​ພວກເຈົ້າ ແລະ​ຍ້ອນ​ເປັນ​ຄົນ​ບໍ່​ຮັບ​ພິທີຕັດ​ຝ່າຍ​ເນື້ອກາຍ ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ພວກເຈົ້າ​ເປັນ​ຄືນ​ມາ​ສູ່​ຊີວິດ​ຮ່ວມ​ກັບ​ພຣະອົງ ແລະ​ພຣະອົງ​ໄດ້​ອະໄພ​ບາບກຳ​ທຸກຢ່າງ​ຂອງ​ພວກເຮົາ​ແລ້ວ,


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ເລືອກ​ພວກເຮົາ​ໄວ້​ສຳລັບ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ແຕ່​ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ພົ້ນ​ໂດຍ​ທາງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ,


ພວກເຮົາ​ກໍ​ຮູ້​ຄື​ກັນ​ວ່າ ກົດໝາຍ​ນັ້ນ​ບໍ່ໄດ້​ຕັ້ງ​ໄວ້​ສຳລັບ​ຄົນ​ດີ ແຕ່​ຕັ້ງ​ໄວ້​ສຳລັບ​ຄົນ​ດັ່ງ​ຕໍ່ໄປນີ້ ຄື​ຄົນ​ລະເມີດ​ກົດໝາຍ​ແລະ​ຜູ້​ເຮັດ​ການ​ຊົ່ວຮ້າຍ, ຄົນຊົ່ວຊ້າ​ແລະ​ຄົນ​ບໍ່​ຢ້ານ​ບາບກຳ, ຄົນ​ບໍ່​ເຄົາຣົບ​ນັບຖື​ພຣະເຈົ້າ​ແລະ​ສິ່ງ​ສັກສິດ, ຄົນ​ຂ້າ​ພໍ່​ຕີ​ແມ່, ຜູ້ຮ້າຍ​ຂ້າ​ຄົນ,


ພຣະຄຸນ​ນັ້ນ ສອນ​ພວກເຮົາ​ໃຫ້​ປະຖິ້ມ​ການ​ດຳເນີນ​ຊີວິດ ໃນ​ຝ່າຍ​ທາງ​ຊົ່ວຊ້າ​ອະທຳ​ແລະ​ຕັນຫາ​ຝ່າຍ​ໂລກ ແລະ​ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ສະຕິ​ອາຣົມ​ອັນດີ​ຮອບຄອບ ໃນ​ທາງ​ຊອບທຳ ແລະ​ສັດຊື່​ບໍຣິສຸດ​ຕໍ່​ພຣະເຈົ້າ,


ເພາະວ່າ​ມະຫາ​ປະໂຣຫິດ​ທຸກຄົນ ໄດ້​ຮັບ​ແຕ່ງຕັ້ງ​ເພື່ອ​ໃຫ້​ຖວາຍ​ຂອງ​ທານ ແລະ​ຂ້າ​ສັດ​ບູຊາ​ແກ່​ພຣະເຈົ້າ. ດັ່ງນັ້ນ ມະຫາ​ປະໂຣຫິດ​ຜູ້​ນີ້ ຈຶ່ງ​ຈຳເປັນ​ຕ້ອງ​ມີ​ສິ່ງຂອງ​ຖວາຍ​ແກ່​ພຣະເຈົ້າ​ເໝືອນກັນ.


ເພາະ​ຖ້າ​ເປັນ​ດັ່ງນັ້ນ ພຣະອົງ​ຄົງ​ຈະ​ຕ້ອງ​ທົນທຸກ​ທໍລະມານ​ຫລາຍ​ເທື່ອ ນັບ​ຕັ້ງແຕ່​ວາງ​ຮາກ​ສ້າງ​ໂລກ​ມາ. ແຕ່​ບັດນີ້ ພຣະອົງ​ໄດ້​ມາ​ປາກົດ ເພື່ອ​ຖວາຍ​ພຣະອົງ​ເອງ​ເປັນ​ເຄື່ອງ​ບູຊາ​ພຽງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ​ເພື່ອ​ໄຖ່​ຄວາມ​ບາບ.


ພຣະອົງ​ໄດ້​ຖືກ​ຊົງ​ເລືອກ​ໄວ້ ໂດຍ​ພຣະເຈົ້າ​ກ່ອນ​ວາງ​ຮາກ​ສ້າງ​ໂລກ ແຕ່​ເພື່ອ​ເຫັນ​ແກ່​ພວກເຈົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ພຣະຄຣິດ​ສະເດັດ​ມາ​ປາກົດ​ໃນ​ເວລາ​ສຸດທ້າຍ.


ໂດຍ​ພຣະທຳ​ອັນ​ດຽວກັນ​ນັ້ນ​ແຫຼະ ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ຊົງ​ຮັກສາ​ໄວ້​ສຳລັບ​ໃຫ້​ໄຟ​ເຜົາຜານ​ເສຍ ຄື​ຊົງ​ຮັກສາ​ໄວ້​ຈົນກວ່າ​ຈະ​ເຖິງ​ວັນ​ທີ່​ບັນດາ​ມະນຸດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຈະ​ຊົງ​ຖືກ​ພິພາກສາ​ແລະ​ຈິບຫາຍ​ໄປ.


ເພື່ອ​ຈະ​ນຳ​ເອົາ​ການ​ຕັດສິນ​ມາ​ສູ່​ທຸກໆ​ຄົນ ຄື​ລົງໂທດ​ທຸກຄົນ ສຳລັບ​ການ​ກະທຳ​ຊົ່ວ​ທຸກຢ່າງ ທີ່​ພວກເຂົາ​ໄດ້​ເຮັດ​ໃນ​ການ​ບໍ່​ຢຳເກງ​ພຣະເຈົ້າ ແລະ​ສຳລັບ​ຄຳ​ຫຍາບຊ້າ​ທຸກໆ​ຄຳ ທີ່​ຄົນ​ເຫຼົ່ານັ້ນ​ໄດ້​ກ່າວ​ໃສ່ຮ້າຍ​ພຣະອົງ.”


ພວກເພິ່ນ​ໄດ້​ບອກ​ພວກທ່ານ​ວ່າ, “ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ຫລາຍ​ຄົນ​ເຢາະເຢີ້ຍ​ພວກທ່ານ ແລະ​ພວກເຂົາ​ຈະ​ເຮັດ​ຕາມ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ​ຂອງຕົນ ໂດຍ​ບໍ່​ຢຳເກງ​ພຣະເຈົ້າ.”


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka