Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:4 - ພຣະຄຳພີສັກສິ

4 ແລະ​ຄວາມ​ອົດທົນ​ນັ້ນ ເຮັດ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ພຣະເຈົ້າ​ຊົງ​ເຫັນ​ຊອບ ແລະ​ການ​ທີ່​ຊົງ​ເຫັນ​ຊອບ​ນັ້ນ​ເຮັດ​ໃຫ້​ມີ​ຄວາມ​ໄວ້ວາງໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ຄວາມອົດທົນ​ເຮັດ​ໃຫ້​ພວກເຮົາ​ມີ​ລັກສະນະນິໄສ​ທີ່​ພິສູດ​ແລ້ວ​ວ່າ​ໃຊ້ການໄດ້ ແລະ ລັກສະນະນິໄສ​ຢ່າງນີ້​ເຮັດ​ໃຫ້​ມີ​ຄວາມຫວັງ

Uka jalj uñjjattʼäta Copia luraña




ໂຣມ 5:4
17 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ມີ​ຫວັງ​ຢູ່​ໃນ​ພຣະອົງ​ເລື້ອຍໄປ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ຫລາຍກວ່າ​ເກົ່າ.


ພວກເຈົ້າ​ຈະ​ຮັກສາ​ຊີວິດ​ຈິດໃຈ​ຂອງ​ພວກເຈົ້າ​ໄວ້ ດ້ວຍ​ຄວາມ​ອົດທົນ​ພາກພຽນ​ຂອງ​ພວກເຈົ້າ.”


ທຸກສິ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ ກໍ​ມີ​ໄວ້​ເພື່ອ​ສັ່ງສອນ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຄວາມຫວັງ​ດ້ວຍ​ຄວາມ​ອົດທົນ ແລະ​ມີ​ຄວາມ​ຊູໃຈ ດ້ວຍ​ພຣະຄຳພີ​ທີ່​ໄດ້​ກ່າວ​ໄວ້​ນັ້ນ.


ພວກເຈົ້າ​ເອງ​ກໍ​ຮູ້​ດີ​ແລ້ວ​ວ່າ ເພິ່ນ​ໄດ້​ພິສູດ​ຄຸນຄ່າ​ຂອງ​ເພິ່ນ​ແລ້ວ ແລະ​ເພິ່ນ​ກັບ​ເຮົາ​ກໍ​ເປັນ​ດັ່ງ​ລູກ​ກັບ​ພໍ່ ທີ່​ໄດ້​ດຳເນີນ​ພາລະກິດ​ຮ່ວມ​ກັນ ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


ຄົນ​ທີ່​ອົດທົນ​ຕໍ່​ການ​ທົດລອງ​ໃຈ​ກໍ​ເປັນ​ສຸກ ເພາະ​ເມື່ອ​ປາກົດ​ວ່າ​ຜູ້ນັ້ນ​ທົນ​ໄດ້​ແລ້ວ ກໍ​ຈະ​ໄດ້​ຮັບ​ມົງກຸດ​ແຫ່ງ​ຊີວິດ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ຄົນ​ທັງຫລາຍ​ທີ່​ຮັກ​ພຣະອົງ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka