Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:21 - ພຣະຄຳພີສັກສິ

21 ເພື່ອ​ວ່າ​ບາບກຳ​ໄດ້​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຕາຍ​ສັນໃດ, ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ຄອບງຳ​ໃຫ້​ເຖິງ​ຊຶ່ງ​ຄວາມ​ຊອບທຳ ທັງ​ນຳ​ພວກເຮົາ​ໄປ​ສູ່​ຊີວິດ​ນິຣັນດອນ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ​ສັນນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.

Uka jalj uñjjattʼäta Copia luraña




ໂຣມ 5:21
19 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ເຫຼົ່ານີ້​ຈະ​ຖືກ​ສົ່ງ​ໄປ​ສູ່​ການ​ລົງໂທດ​ອັນ​ຕະຫລອດໄປ​ເປັນນິດ, ແຕ່​ພວກ​ຊອບທຳ​ຈະ​ເຂົ້າ​ສູ່​ຊີວິດ​ນິຣັນດອນ.”


ພຣະທຳ​ໄດ້​ຊົງ​ບັງເກີດ​ເປັນ​ມະນຸດ ແລະ​ອາໄສ​ຢູ່​ທ່າມກາງ​ເຮົາ​ທັງຫລາຍ ບໍຣິບູນ​ດ້ວຍ​ພຣະຄຸນ​ແລະ​ຄວາມຈິງ ເຮົາ​ທັງຫລາຍ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະອົງ ຄື​ສະຫງ່າຣາສີ​ທີ່​ພຣະອົງ​ໄດ້​ຮັບ ໃນ​ຖານະ​ທີ່​ເປັນ​ພຣະບຸດ​ອົງ​ດຽວ​ຂອງ​ພຣະບິດາເຈົ້າ.


ເຮົາ​ໃຫ້​ຊີວິດ​ນິຣັນດອນ​ແກ່​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ບໍ່​ຈິບຫາຍ​ຈັກເທື່ອ ບໍ່ມີ​ຜູ້ໃດ​ຍາດ​ເອົາ​ພວກເຂົາ​ອອກ​ຈາກ​ມື​ຂອງເຮົາ​ໄດ້.


ພຣະເຈົ້າ​ໄດ້​ສັນຍາ​ກັບ​ອັບຣາຮາມ ແລະ​ເຊື້ອສາຍ​ຂອງ​ເພິ່ນ​ວ່າ ໂລກນີ້​ຈະ​ເປັນ​ຂອງ​ເພິ່ນ ພຣະເຈົ້າ​ໃຫ້​ຄຳສັນຍາ​ນີ້ ບໍ່ແມ່ນ​ຍ້ອນ​ອັບຣາຮາມ​ຖື​ຮັກສາ​ກົດບັນຍັດ ແຕ່​ຍ້ອນ​ເພິ່ນ​ໄດ້​ເຊື່ອ ແລະ​ພຣະເຈົ້າ​ຖື​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.


ດ້ວຍເຫດນັ້ນ ຄວາມ​ບາບ​ໄດ້​ເຂົ້າ​ມາ​ໃນ​ໂລກ ເພາະ​ດ້ວຍ​ມະນຸດ​ຄົນ​ດຽວ ແລະ​ຄວາມ​ຕາຍ​ກໍໄດ້​ເກີດ​ມາ​ຍ້ອນ​ຄວາມ​ຜິດບາບ​ນັ້ນ. ຢ່າງ​ນັ້ນ​ແຫຼະ ຄວາມ​ຕາຍ​ຈຶ່ງ​ໄດ້​ລາມ​ໄປ​ເຖິງ​ມະນຸດ​ທຸກຄົນ ເພາະວ່າ​ທຸກຄົນ​ໄດ້​ເຮັດ​ບາບ​ແລ້ວ.


ເຖິງ​ຢ່າງ​ໃດ​ກໍຕາມ ຄວາມ​ຕາຍ​ໄດ້​ຄອບ​ງຳ​ຕະຫລອດ​ມາ ຕັ້ງແຕ່​ອາດາມ​ຈົນເຖິງ​ໂມເຊ ແມ່ນ​ວ່າ​ຄົນ​ທີ່​ບໍ່ໄດ້​ເຮັດ​ບາບ​ຢ່າງ​ດຽວ​ກັບ​ການ​ລະເມີດ​ຂອງ​ອາດາມ​ຜູ້​ຊຶ່ງ​ເປັນ​ແບບ ໝາຍ​ເຖິງ​ພຣະ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ນັ້ນ.


ຖ້າ​ຫາກ​ວ່າ​ໂດຍ​ການ​ລະເມີດ​ຂອງ​ມະນຸດ​ຄົນ​ດຽວ ເປັນ​ເຫດ​ໃຫ້​ຄວາມ​ຕາຍ​ໄດ້​ຄອບງຳ​ເພາະ​ຄົນ​ຜູ້​ດຽວ​ນັ້ນ ຫລາຍກວ່າ​ນັ້ນ​ອີກ ຄົນ​ຈຳນວນ​ຫລາຍ​ທີ່​ຮັບ​ພຣະຄຸນ​ອັນ​ບໍລິບູນ ແລະ​ຮັບ​ຂອງ​ປະທານ​ຄື​ຄວາມ​ຊອບທຳ ກໍ​ຈະ​ດຳລົງ​ຊີວິດ​ແລະ​ຄອບຄອງ​ໂດຍ​ພຣະອົງ​ຜູ້​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ.


ເຫດສະນັ້ນ ຢ່າ​ໃຫ້​ຄວາມ​ຜິດບາບ​ໄດ້​ປົກຄອງ​ຮ່າງກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ອີກ​ຕໍ່ໄປ ຊຶ່ງ​ເຮັດ​ໃຫ້​ຕ້ອງ​ເຊື່ອຟັງ​ຕາມ​ຕັນຫາ​ຂອງ​ກາຍ​ນັ້ນ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ແນ່ນອນ​ພວກເຈົ້າ​ກໍ​ຮູ້​ດີ​ວ່າ ເມື່ອ​ພວກເຈົ້າ​ຍອມ​ເປັນ​ທາດ​ເຊື່ອຟັງ​ຜູ້ໃດ ພວກເຈົ້າ​ກໍ​ເປັນ​ທາດ​ຂອງ​ນາຍ​ທີ່​ພວກເຈົ້າ​ເຊື່ອຟັງ​ນັ້ນ ຄື​ເປັນ​ທາດ​ຂອງ​ບາບກຳ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ຫລື​ເປັນ​ທາດ​ຂອງ​ຄວາມ​ເຊື່ອຟັງ ຊຶ່ງ​ນຳ​ໄປ​ສູ່​ການ​ເປັນ​ຄົນ​ຊອບທຳ.


ດ້ວຍວ່າ, ຄ່າຈ້າງ​ຂອງ​ຄວາມ​ຜິດບາບ​ກໍ​ຄື​ຄວາມ​ຕາຍ ແຕ່​ຂອງ​ພຣະຣາຊທານ​ອັນ​ໂຜດ​ມາ​ແຕ່​ພຣະເຈົ້າ ກໍ​ຄື​ຊີວິດ​ນິຣັນດອນ​ໃນ​ພຣະເຢຊູ​ຄຣິດເຈົ້າ ອົງ​ພຣະຜູ້​ເປັນເຈົ້າ​ຂອງ​ພວກເຮົາ.


ແຕ່​ຖ້າ​ພຣະຄຣິດ​ຊົງ​ຢູ່​ໃນ​ເຈົ້າ​ທັງຫລາຍ​ແລ້ວ, ເຖິງ​ແມ່ນ​ວ່າ​ເນື້ອຕົວ​ຂອງ​ພວກເຈົ້າ​ຕາຍ​ແລ້ວ ເພາະ​ຄວາມ​ຜິດບາບ ແຕ່​ວິນຍານ​ຈິດ​ຂອງ​ພວກເຈົ້າ ກໍ​ມີ​ຊີວິດ​ຢູ່​ເພາະ​ຄວາມ​ຊອບທຳ.


ເພາະວ່າ​ພຣະຄຸນ​ຂອງ​ພຣະເຈົ້າ​ໄດ້​ຊົງ​ເປີດເຜີຍ​ແລ້ວ ເພື່ອ​ນຳ​ຄວາມ​ລອດພົ້ນ​ມາ​ໃຫ້​ຄົນ​ທັງປວງ.


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ເຮົາ​ທັງຫລາຍ​ມີ​ໃຈ​ກ້າ​ເຂົ້າ​ໄປ​ເຖິງ​ພຣະ​ທີ່​ນັ່ງ​ແຫ່ງ​ພຣະຄຸນ ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະ​ເມດຕາ ແລະ​ພົບ​ພຣະຄຸນ​ທີ່​ຈະ​ຊ່ວຍ​ເຮົາ​ໃນ​ເວລາ​ທີ່​ຕ້ອງການ.


ແລະ​ເມື່ອ​ເຈົ້າ​ທັງຫລາຍ​ໄດ້​ທົນທຸກ​ຢູ່​ຊົ່ວ​ຂະນະ​ໜຶ່ງ​ແລ້ວ ພຣະເຈົ້າ​ຜູ້​ຊົງ​ພຣະຄຸນ​ທັງໝົດ ຜູ້​ໄດ້​ຊົງ​ເອີ້ນ​ພວກເຈົ້າ​ໃຫ້​ເຂົ້າ​ໃນ​ສະຫງ່າຣາສີ​ອັນ​ຕະຫລອດໄປ​ໃນ​ພຣະຄຣິດ ພຣະອົງ​ເອງ​ຈະ​ຊົງ​ໂຜດ​ແປງ​ໃຈ​ພວກເຈົ້າ ໃຫ້​ຕັ້ງ​ຂຶ້ນ​ໃໝ່​ແລະ​ຕັ້ງໝັ້ນຄົງ​ຢູ່ ໃຫ້​ມີ​ກຳລັງ​ຂຶ້ນ​ແລະ​ຊົງ​ບັນດານ​ໃຫ້​ມີ​ຮາກ​ອັນ​ແໜ້ນໜາ.


ຊີໂມນ​ເປໂຕ ຜູ້ຮັບໃຊ້ ແລະ ອັກຄະສາວົກ​ຂອງ​ພຣະເຢຊູ​ຄຣິດເຈົ້າ. ຮຽນ ທ່ານ​ທັງຫລາຍ ທີ່​ໄດ້​ຮັບ​ຄວາມເຊື່ອ​ອັນ​ປະເສີດ ເທົ່າທຽມ​ກັນ​ກັບ​ເຮົາ ດ້ວຍ​ຄວາມ​ຊອບທຳ​ແຫ່ງ​ພຣະເຈົ້າ​ຂອງ​ພວກເຮົາ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ເຮົາ​ທັງຫລາຍ.


ນີ້​ແຫຼະ ເປັນ​ພຣະສັນຍາ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ແກ່​ເຮົາ​ທັງຫລາຍ ຄື​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka