Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 5:2 - ພຣະຄຳພີສັກສິ

2 ໂດຍ​ທາງ​ພຣະອົງ ເຮົາ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ຮົ່ມ​ພຣະຄຸນ ຊຶ່ງ​ບັດນີ້​ພວກເຮົາ​ຕັ້ງໝັ້ນ​ຢູ່​ດ້ວຍ​ຄວາມເຊື່ອ ແລະ​ພວກເຮົາ​ຊື່ນຊົມ​ຍິນດີ ໃນ​ຄວາມຫວັງ​ວ່າ​ຈະ​ໄດ້​ມີ​ສ່ວນ​ໃນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ໂດຍ​ທາງ​ພຣະອົງ ພວກເຮົາ​ຈຶ່ງ​ໄດ້​ເຂົ້າ​ໃນ​ຮົ່ມ​ພຣະຄຸນ​ທີ່​ພວກເຮົາ​ຢືນຢູ່​ດ້ວຍ​ຄວາມເຊື່ອ. ແລະ ພວກເຮົາ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ຄວາມຫວັງ​ທີ່​ຈະ​ໄດ້​ມີສ່ວນ​ໃນ​ສະຫງ່າລາສີ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂຣມ 5:2
43 Jak'a apnaqawi uñst'ayäwi  

ແຕ່​ຂ້ານ້ອຍ​ຈະ​ໄດ້​ພົບ​ພຣະອົງ​ໃນ​ຄວາມ​ຊອບທຳ ເມື່ອ​ຂ້ານ້ອຍ​ຕື່ນ​ມາ​ຈິດໃຈ​ກໍ​ເບີກບານ​ມ່ວນຊື່ນ​ຢູ່​ຊ້ອງໜ້າ​ພຣະອົງ.


ພຣະອົງ​ນຳພາ​ຂ້ານ້ອຍ​ດ້ວຍ​ຄຳແນະນຳ​ຂອງ​ພຣະອົງ ແລະ​ໃນ​ບັ້ນປາຍ ພຣະອົງ​ຈະ​ຕອບ​ຂ້ານ້ອຍ​ດ້ວຍ​ກຽດຕິຍົດ.


ຄວາມຊົ່ວ​ຈ່ອງ​ຄົນ​ຊົ່ວຮ້າຍ​ລົງ, ແຕ່​ຄວາມດີ​ກໍ​ປ້ອງກັນ​ຄົນດີ​ໄວ້.


ແຕ່​ຂ້ານ້ອຍ​ກໍ​ຍັງ​ຈະ​ສືບຕໍ່​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຕື່ນເຕັ້ນ​ຍິນດີ​ໃນ​ພຣະເຈົ້າ​ພຣະຜູ້ຊ່ວຍ​ໃຫ້ພົ້ນ​ຂອງ​ຂ້ານ້ອຍ.


ນາຍ​ຂອງ​ລາວ​ກ່າວ​ວ່າ, ‘ດີ​ແລ້ວ​ຄົນ​ຮັບໃຊ້​ທີ່​ດີ​ແລະ​ສັດຊື່​ເອີຍ ເຈົ້າ​ເປັນ​ຜູ້​ສັດຊື່​ໃນ​ຂອງ​ເລັກນ້ອຍ ເຮົາ​ຈະ​ໃຫ້​ເຈົ້າ​ຮັບຜິດຊອບ​ດູແລ​ສິ່ງ​ຂອງ​ຫລາຍ​ຢ່າງ, ຈົ່ງ​ມາ​ຮ່ວມ​ຊົມຊື່ນ​ຍິນດີ​ກັບ​ເຮົາ​ເຖີດ.’


ດັ່ງນັ້ນ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ອີກ​ວ່າ, “ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ເຮົາ​ນີ້​ແຫຼະ ເປັນ​ປະຕູ​ຂອງ​ແກະ​ທັງຫລາຍ.


ເຮົາ​ນີ້​ແຫຼະ ເປັນ​ປະຕູ ຜູ້ໃດ​ກໍຕາມ​ທີ່​ເຂົ້າ​ມາ​ທາງ​ເຮົາ​ກໍ​ຈະ​ໄດ້​ພົ້ນ ແລ້ວ​ຈະ​ເຂົ້າ​ມາ​ແລະ​ອອກ​ໄປ ທັງ​ຈະ​ພົບ​ອາຫານ​ດ້ວຍ.


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ເຮົາ​ນີ້​ແຫຼະ ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ​ເປັນ​ຊີວິດ ບໍ່ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້ ນອກຈາກ​ມາ​ທາງ​ເຮົາ.


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຜູ້​ທີ່​ຟັງ​ຄຳ​ເວົ້າ​ຂອງເຮົາ ແລະ​ວາງໃຈເຊື່ອ​ໃນ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ ຜູ້ນັ້ນ​ກໍ​ມີ​ຊີວິດ​ນິຣັນດອນ ແລະ​ຈະ​ບໍ່​ເຂົ້າ​ໃນ​ການ​ພິພາກສາ ແຕ່​ໄດ້​ຜ່ານ​ພົ້ນ​ຈາກ​ຄວາມ​ຕາຍ​ເຂົ້າ​ສູ່​ຊີວິດ​ແລ້ວ.


ເມື່ອ​ມາ​ຮອດ​ເມືອງ​ອັນຕີໂອເຂຍ ທ່ານ​ທັງສອງ​ໄດ້​ເອີ້ນ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລ້ວ​ໄດ້​ເລົ່າ​ສູ່​ພີ່ນ້ອງ​ຟັງ​ເຖິງ​ທຸກຢ່າງ ທີ່​ພຣະເຈົ້າ​ຊົງ​ສະຖິດ ແລະ​ໄດ້​ຊົງ​ກະທຳ​ສຳລັບ​ຕົນ ແລະ​ການ​ທີ່​ພຣະເຈົ້າ​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ຄົນຕ່າງຊາດ​ເຂົ້າ​ມາ.


ຖືກຕ້ອງ​ແລ້ວ ຍ້ອນ​ວ່າ​ພວກເຂົາ​ບໍ່​ເຊື່ອ ຈຶ່ງ​ຖືກ​ຫັກ​ອອກ, ແຕ່​ທີ່​ເຈົ້າ​ຢູ່​ໄດ້​ນັ້ນ ກໍ​ຍ້ອນ​ຄວາມເຊື່ອ​ຂອງ​ເຈົ້າ​ເທົ່ານັ້ນ. ດັ່ງນັ້ນ ເຈົ້າ​ຢ່າ​ສູ່​ເປັນ​ຜູ້​ຈອງຫອງ, ແຕ່​ຈົ່ງ​ເປັນ​ຜູ້​ທີ່​ຢຳເກງ.


ຈົ່ງ​ຊົມຊື່ນ​ຍິນດີ​ໃນ​ຄວາມຫວັງ ຈົ່ງ​ອົດທົນ​ໃນ​ຄວາມ​ຍາກ​ລຳບາກ ຈົ່ງ​ພາວັນນາ​ອະທິຖານ​ຢູ່​ບໍ່​ຂາດ.


ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ? ຄົນ​ຮັບໃຊ້​ນັ້ນ​ຈະ​ສຳເລັດ ຫລື​ຫລົ້ມເຫລວ ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ລາວ, ລາວ​ຈະ​ຕັ້ງໝັ້ນ​ຢູ່​ໄດ້ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ລາວ​ຕັ້ງໝັ້ນ​ຢູ່​ໄດ້​ແນ່ນອນ.


ຂໍ​ພຣະເຈົ້າ​ແຫ່ງ​ຄວາມຫວັງ ໂຜດ​ໃຫ້​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ແລະ​ສັນຕິສຸກ​ທຸກປະການ ໂດຍ​ທາງ​ຄວາມ​ເຊື່ອວາງໃຈ​ໃນ​ພຣະອົງ ເພື່ອ​ວ່າ​ຄວາມຫວັງ​ຂອງ​ພວກເຈົ້າ​ຈະ​ໄດ້​ຈະເລີນ​ຂຶ້ນ ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ.


ສຳລັບ​ຄົນ​ທີ່​ມີ​ຄວາມ​ພຽນ​ພະຍາຍາມ​ກະທຳ​ດີ, ສະແຫວງ​ຫາ​ສະຫງ່າຣາສີ ກຽດຕິຍົດ ແລະ​ຊີວິດ​ທີ່​ຕາຍ​ບໍ່​ເປັນ​ນັ້ນ ພຣະອົງ​ຈະ​ຊົງ​ປະທານ​ຊີວິດ​ນິຣັນດອນ​ໃຫ້​ແກ່​ພວກເຂົາ.


ດ້ວຍວ່າ, ທຸກຄົນ​ໄດ້​ເຮັດ​ຜິດບາບ ແລະ​ຂາດ​ຈາກ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ;


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ບັດນີ້ ການ​ລົງໂທດ​ຈຶ່ງ​ບໍ່ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ໃນ​ພຣະເຢຊູ​ຄຣິດເຈົ້າ.


ເຫດ​ວ່າ ເຮົາ​ທັງຫລາຍ​ໄດ້​ພົ້ນ​ນັ້ນ ກໍ​ເພາະ​ດ້ວຍ​ຄວາມຫວັງ​ນີ້, ແຕ່​ຄວາມຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ ສິ່ງ​ນັ້ນ​ກໍ​ບໍ່​ເປັນ​ຄວາມຫວັງ​ອັນ​ແທ້ຈິງ. ດ້ວຍວ່າ, ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຢູ່​ແລ້ວ.


ບັດນີ້​ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ໃຫ້​ພວກເຈົ້າ​ຄຳນຶງ​ເຖິງ​ຂ່າວປະເສີດ​ທີ່​ເຮົາ​ໄດ້​ປະກາດ​ແກ່​ພວກເຈົ້າ ຊຶ່ງ​ພວກເຈົ້າ​ໄດ້​ຮັບ​ເອົາ​ໄວ້ ແລະ​ຕັ້ງ​ຢູ່​ໃນ​ຂ່າວປະເສີດ​ນັ້ນ.


ແຕ່​ເຮົາ​ທັງຫລາຍ​ບໍ່ມີ​ຜ້າປົກ​ໜ້າ​ແລ້ວ ຕົວ​ພວກເຮົາ​ຈຶ່ງ​ສະທ້ອນ​ແສງ​ແຫ່ງ​ພຣະ​ສະຫງ່າຣາສີ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະ​ສະຫງ່າຣາສີ​ທີ່​ມາ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຊຶ່ງ​ເປັນ​ພຣະວິນຍານ​ນັ້ນ ກໍ​ຊົງ​ເຮັດ​ໃຫ້​ເຮົາ​ທັງຫລາຍ​ປ່ຽນ​ມີ​ລັກສະນະ​ເໝືອນ​ພຣະອົງ ໂດຍ​ມີ​ສະຫງ່າຣາສີ​ເປັນ​ລຳດັບ​ຂຶ້ນ​ໄປ.


ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.


ໂດຍ​ທາງ​ພຣະອົງ​ນີ້​ແຫຼະ ທີ່​ພວກເຮົາ​ທັງສອງ​ພວກ​ສາມາດ​ເຂົ້າ​ມາ​ເຝົ້າ​ພຣະບິດາເຈົ້າ ໂດຍ​ພຣະວິນຍານ​ອົງ​ດຽວກັນ.


ໃນ​ພຣະອົງ​ແລະ​ໂດຍ​ທາງ​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ໃນ​ພຣະອົງ​ນັ້ນ ພວກເຮົາ​ຈຶ່ງ​ມີ​ໃຈ​ກ້າ​ທີ່​ຈະ​ເຂົ້າ​ເຝົ້າ​ພຣະອົງ ດ້ວຍ​ຄວາມ​ໝັ້ນໃຈ​ຢ່າງ​ເຕັມ​ລົ້ນ.


ເຫດສະນັ້ນ ຈົ່ງ​ຮັບ​ເອົາ​ຍຸດທະພັນ​ຄົບຊຸດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ສາມາດ​ຕໍ່ຕ້ານ​ໃນ​ວັນ​ຊົ່ວຮ້າຍ​ນັ້ນ ແລະ​ເມື່ອ​ເຮັດ​ແລ້ວ​ຈະ​ຢູ່​ຢ່າງ​ໝັ້ນຄົງ​ໄດ້.


ຂໍ​ໃຫ້​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ຜູ້​ຊົງ​ຮັກ​ເຮົາ​ທັງຫລາຍ ແລະ​ຊົງ​ໂຜດ​ປະທານ​ໃຫ້​ພວກເຮົາ ມີ​ຄວາມ​ຊູ​ໃຈ​ເປັນນິດ​ແລະ​ຄວາມຫວັງ​ໃຈ​ອັນ​ດີ ໂດຍ​ພຣະຄຸນ​ນັ້ນ,


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ດ້ວຍວ່າ, ພຣະຄຣິດ​ກໍ​ເໝືອນກັນ ໄດ້​ສິ້ນພຣະຊົນ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ ເພື່ອ​ແທນ​ຄວາມ​ຜິດບາບ ຄື​ພຣະອົງ​ຜູ້​ຊອບທຳ ແທນ​ຜູ້​ບໍ່​ຊອບທຳ ເພື່ອ​ຈະ​ໄດ້​ນຳ​ເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ ຝ່າຍ​ກາຍ​ພຣະອົງ​ຊົງ​ຖືກ​ປະຫານ​ເສຍ ແຕ່​ຝ່າຍ​ວິນຍານ ພຣະອົງ​ຖືກ​ຊົງ​ບັນດານ​ໃຫ້​ຄືນພຣະຊົນ.


ນະຄອນ​ນັ້ນ ປະກອບ​ດ້ວຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ມີ​ແສງ​ຮຸ່ງເຮືອງ​ເໝືອນ​ເພັດ ເໝືອນ​ແກ້ວມະນີໂຊດ​ອັນ​ເສາະໃສ.


ນະຄອນ​ນັ້ນ ບໍ່​ຕ້ອງການ​ແສງ​ສະຫວ່າງ​ຂອງ​ດວງອາທິດ ຫລື​ດວງຈັນ, ເພາະວ່າ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ ຊົງ​ເປັນ​ແສງ​ສະຫວ່າງ​ຂອງ​ນະຄອນ​ນັ້ນ ແລະ​ພຣະ​ເມສານ້ອຍ ຊົງ​ເປັນ​ໂຄມໄຟ​ຂອງ​ນະຄອນ​ນັ້ນ.


ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ອອກ​ມາ​ຈາກ​ພຣະຣາຊບັນລັງ ແລະ​ກ່າວ​ວ່າ, “ເບິ່ງແມ! ທີ່​ສະຖິດ​ຂອງ​ພຣະເຈົ້າ​ກໍ​ຢູ່​ກັບ​ມະນຸດ​ແລ້ວ ພຣະອົງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ໄພ່ພົນ​ຂອງ​ພຣະອົງ ພຣະເຈົ້າ​ເອງ​ຈະ​ສະຖິດ​ຢູ່​ກັບ​ພວກເຂົາ ແລະ​ຈະ​ຊົງ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ.


ຜູ້​ທີ່​ໄຊຊະນະ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ນັ່ງ​ກັບ​ເຮົາ​ເທິງ​ບັນລັງ​ຂອງເຮົາ ເໝືອນ​ກັບ​ທີ່​ເຮົາ​ມີ​ໄຊຊະນະ​ແລ້ວ ແລະ​ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງເຮົາ​ເທິງ​ຣາຊບັນລັງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka