Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:9 - ພຣະຄຳພີສັກສິ

9 ຖ້າ​ເປັນ​ດັ່ງນັ້ນ, ຄວາມສຸກ​ມີ​ແກ່​ຄົນ​ທີ່​ໄດ້​ຮັບ​ພິທີຕັດ​ແຕ່​ພວກ​ດຽວ​ຫລື ຫລື​ວ່າ​ມີ​ແກ່​ຄົນ​ທີ່​ບໍ່ໄດ້​ຮັບ​ພິທີຕັດ​ດ້ວຍ ເພາະ​ເຮົາ​ກ່າວ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ​ເພາະ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຊົງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ຄວາມສຸກ​ນີ້​ມີ​ແກ່​ຜູ້​ທີ່​ໄດ້​ຮັບ​ພິທີຕັດ​ເທົ່ານັ້ນ ຫລື ມີ​ແກ່​ຜູ້​ທີ່​ບໍ່ຮັບພິທີຕັດ​ເໝືອນກັນ? ພວກເຮົາ​ໄດ້​ກ່າວ​ແລ້ວ​ວ່າ​ເພາະ​ຄວາມເຊື່ອ​ຂອງ​ອັບຣາຮາມ​ພຣະອົງ​ຖື​ວ່າ​ເປັນ​ຄວາມຊອບທຳ​ຂອງ​ເພິ່ນ.

Uka jalj uñjjattʼäta Copia luraña




ໂຣມ 4:9
14 Jak'a apnaqawi uñst'ayäwi  

ອັບຣາມ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ ແລະ​ດ້ວຍເຫດນັ້ນ ພຣະອົງ​ຈຶ່ງ​ພໍໃຈ​ແລະ​ຮັບ​ວ່າ​ເພິ່ນ​ເປັນ​ຄົນ​ຊອບທຳ.


ພຣະອົງ​ກ່າວ​ວ່າ, “ເຮົາ​ມີ​ພາລະກິດ ທີ່​ຍິ່ງໃຫຍ່​ໃຫ້​ເຈົ້າ​ຜູ້ຮັບໃຊ້​ຂອງເຮົາ​ເຮັດ. ບໍ່ແມ່ນ​ພຽງແຕ່​ໃຫ້​ນຳ​ຄວາມ​ຍິ່ງໃຫຍ່ ຂອງ​ຊົນຊາດ​ອິດສະຣາເອນ​ທີ່​ລອດຕາຍ​ຄືນ​ມາ, ແຕ່​ຈະ​ໃຫ້​ເຈົ້າ​ເປັນ​ແສງ​ສະຫວ່າງ​ແກ່​ບັນດາ​ປະຊາຊາດ​ທັງຫລາຍ ເພື່ອ​ວ່າ​ເຈົ້າ​ຈະ​ນຳ​ຄວາມ​ລອດພົ້ນ​ຂອງເຮົາ​ໄປ​ເຖິງ​ທີ່ສຸດ​ປາຍ​ແຜ່ນດິນ​ໂລກ.”


ຄື​ແສງ​ສະຫວ່າງ​ສ່ອງ​ແຈ້ງ ເປີດເຜີຍ​ພຣະ​ປະສົງ​ ແກ່​ບັນດາ​ປະຊາຊາດ ແລະ​ນຳ​ເອົາ​ສະຫງ່າຣາສີ​ມາ​ສູ່ ອິດສະຣາເອນ​ພົນລະເມືອງ​ ຂອງ​ພຣະເຈົ້າ.”


ເລື່ອງ​ນີ້​ເກີດຂຶ້ນ​ໃນ​ເວລາ​ໃດ? ກ່ອນ​ຫລື​ຫລັງ​ທີ່​ອັບຣາຮາມ​ໄດ້​ຮັບ​ພິທີຕັດ? ເກີດຂຶ້ນ​ກ່ອນ ບໍ່ແມ່ນ​ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ອັບຣາຮາມ​ໄດ້​ເຊື່ອ​ພຣະເຈົ້າ ແລະ ຍ້ອນ​ຄວາມເຊື່ອ​ນັ້ນ ພຣະເຈົ້າ​ຈຶ່ງ​ຖື​ວ່າ ເພິ່ນ​ເປັນ​ຄົນ​ຊອບທຳ.”


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ໃນ​ບັນດາ​ໄພ່ພົນ​ຂອງ​ພຣະເຈົ້າ​ທັງໝົດ​ນັ້ນ ຂ້າພະເຈົ້າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກວ່າ​ຜູ້​ທີ່​ເລັກນ້ອຍ​ທີ່ສຸດ, ເຖິງ​ປານນັ້ນ ພຣະອົງ​ກໍ​ຍັງ​ໂຜດ​ປະທານ​ພຣະຄຸນ​ນີ້​ແກ່​ຂ້າພະເຈົ້າ ຄື​ໃຫ້​ຂ້າພະເຈົ້າ​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເຖິງ​ຄວາມ​ບໍຣິບູນ​ອັນ​ຫາ​ທີ່​ປຽບ​ບໍ່ໄດ້​ຂອງ​ພຣະຄຣິດ,


ດັ່ງນັ້ນ ຈຶ່ງ​ບໍ່ມີ​ຄວາມ​ແຕກຕ່າງ​ກັນ​ອີກ​ຕໍ່ໄປ ລະຫວ່າງ​ຄົນຕ່າງຊາດ​ກັບ​ຄົນ​ຢິວ, ຄົນ​ຮັບ​ພິທີຕັດ​ກັບ​ຄົນ​ບໍ່​ຮັບ​ພິທີຕັດ, ຄົນ​ສີວິໄລ, ຄົນ​ປ່າເຖື່ອນ, ເປັນ​ທາດຮັບໃຊ້ ຫລື​ເປັນ​ອິດສະຫລະ ແຕ່​ພຣະຄຣິດ​ເປັນ​ເຈົ້າ​ຂອງ​ສັບພະທຸກສິ່ງ ແລະ​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທຸກຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka