8 ບຸກຄົນທີ່ອົງພຣະຜູ້ເປັນເຈົ້າ ບໍ່ໄດ້ຊົງຖືໂທດ ກໍເປັນສຸກ.”
8 ຄວາມສຸກມີແກ່ ຜູ້ທີ່ອົງພຣະຜູ້ເປັນເຈົ້າຈະບໍ່ຖືໂທດບາບຂອງພວກເຂົາອີກ”.
ຄວາມສຸກເປັນຂອງຜູ້ທີ່ໄດ້ຮັບການອະໄພບາບກຳ ແລະເປັນຂອງຜູ້ທີ່ໄດ້ຮັບການຍົກໂທດຈາກຄວາມຜິດ.
ຄວາມສຸກເປັນຂອງຜູ້ທີ່ພຣະເຈົ້າຢາເວບໍ່ຕໍ່ວ່າເພາະເຮັດຜິດ ແລະເປັນຂອງຜູ້ທີ່ພົ້ນຈາກການຫລອກລວງທັງສິ້ນ.
ໃນພຣະກາຍຂອງພຣະອົງເອງ ພຣະອົງໄດ້ຊົງຮັບແບກບາບຂອງພວກເຮົາໄປເຖິງຕົ້ນໄມ້ນັ້ນ ເພື່ອພວກເຮົາຈະໄດ້ຕາຍເສຍຝ່າຍການບາບ ແລະມີຊີວິດຝ່າຍຄວາມຊອບທຳ, ດ້ວຍບາດແຜຂອງພຣະອົງ ເຈົ້າທັງຫລາຍກໍດີປົກກະຕິແລ້ວ.
ດ້ວຍວ່າ, ພຣະຄຣິດກໍເໝືອນກັນ ໄດ້ສິ້ນພຣະຊົນເທື່ອດຽວເປັນການສິ້ນສຸດ ເພື່ອແທນຄວາມຜິດບາບ ຄືພຣະອົງຜູ້ຊອບທຳ ແທນຜູ້ບໍ່ຊອບທຳ ເພື່ອຈະໄດ້ນຳເຮົາທັງຫລາຍໄປເຖິງພຣະເຈົ້າ ຝ່າຍກາຍພຣະອົງຊົງຖືກປະຫານເສຍ ແຕ່ຝ່າຍວິນຍານ ພຣະອົງຖືກຊົງບັນດານໃຫ້ຄືນພຣະຊົນ.