Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:21 - ພຣະຄຳພີສັກສິ

21 ເພິ່ນ​ເຊື່ອໝັ້ນ​ວ່າ ພຣະເຈົ້າ​ຊົງ​ຣິດອຳນາດ​ຈະ​ເຮັດ​ໃຫ້​ສຳເລັດ​ຕາມ​ພຣະສັນຍາ​ທີ່​ມີ​ໄວ້​ກັບ​ຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ເພາະ​ເຊື່ອໝັ້ນ​ເຕັມ​ທີ່​ວ່າ​ພຣະເຈົ້າ​ມີ​ລິດອຳນາດ​ທີ່​ຈະ​ເຮັດ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້.

Uka jalj uñjjattʼäta Copia luraña




ໂຣມ 4:21
15 Jak'a apnaqawi uñst'ayäwi  

ມີ​ຫຍັງ​ແດ່​ຍາກ​ສຳລັບ​ພຣະເຈົ້າຢາເວ​ບໍ? ຕາມ​ທີ່​ເຮົາ​ບອກ​ເຈົ້າ​ແລ້ວ ໃນ​ລະຫວ່າງ​ເກົ້າ​ເດືອນ ເຮົາ​ຈະ​ກັບ​ມາ​ອີກ​ແລະ​ຊາຣາ​ຈະ​ມີ​ລູກຊາຍ​ຜູ້ໜຶ່ງ.”


ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຢູ່​ເທິງ​ຟ້າ​ສະຫວັນ ພຣະອົງ​ປາຖະໜາ​ສິ່ງໃດ​ກໍ​ກະທຳ​ສິ່ງນັ້ນ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.


“ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຊື້ອ​ຊາດ​ມະນຸດ​ທັງປວງ. ບໍ່ມີ​ຫຍັງ​ຍາກ​ເກີນ​ໄປ​ສຳລັບ​ເຮົາ.


ພຣະເຢຊູເຈົ້າ​ຫລຽວ​ເບິ່ງ​ພວກ​ສາວົກ ແລ້ວ​ຕອບ​ວ່າ, “ສຳລັບ​ມະນຸດ​ແລ້ວ​ເປັນ​ໄປ​ບໍ່ໄດ້ ແຕ່​ສຳລັບ​ພຣະເຈົ້າ​ແລ້ວ​ທຸກສິ່ງ​ເປັນ​ໄປ​ໄດ້.”


ທ່ານ​ເທໂອຟີໂລ​ທີ່​ນັບຖື: ມີ​ຫລາຍ​ຄົນ​ໄດ້​ລົງ​ມື​ຮຽບ​ຮຽງ​ເລື່ອງ​ເຫດການ​ຕ່າງໆ ຊຶ່ງ​ສຳເລັດ​ແລ້ວ​ໃນ​ທ່າມກາງ​ພວກເຮົາ.


ດ້ວຍວ່າ, ບໍ່ມີ​ສິ່ງໃດ​ທີ່​ພຣະເຈົ້າ​ເຮັດ​ບໍ່ໄດ້.”


ຄວາມສຸກ​ມີ​ແກ່​ນາງ​ທີ່​ໄດ້​ເຊື່ອ​ວ່າ ຈະ​ສຳເລັດ​ຕາມ​ພຣະທຳ​ທີ່​ນາງ​ໄດ້​ຮັບ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ.”


ເຈົ້າ​ແມ່ນ​ຜູ້ໃດ​ຈຶ່ງ​ຕັດສິນ​ຄົນ​ຮັບໃຊ້​ຂອງ​ຜູ້​ອື່ນ? ຄົນ​ຮັບໃຊ້​ນັ້ນ​ຈະ​ສຳເລັດ ຫລື​ຫລົ້ມເຫລວ ກໍ​ຂຶ້ນ​ຢູ່​ກັບ​ນາຍ​ຂອງ​ລາວ, ລາວ​ຈະ​ຕັ້ງໝັ້ນ​ຢູ່​ໄດ້ ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເຮັດ​ໃຫ້​ລາວ​ຕັ້ງໝັ້ນ​ຢູ່​ໄດ້​ແນ່ນອນ.


ຄົນ​ໜຶ່ງ​ຄິດ​ວ່າ ວັນ​ໜຶ່ງ​ດີກວ່າ​ວັນ​ໜຶ່ງ​ອີກ ແຕ່​ອີກ​ຄົນ​ໜຶ່ງ​ຄິດ​ວ່າ​ທຸກ​ວັນ​ດີ​ເໝືອນກັນ​ໝົດ ຄວນ​ໃຫ້​ທຸກຄົນ​ມີ​ຄວາມ​ແນ່ໃຈ​ໃນ​ຄວາມ​ຄິດ​ຂອງ​ຕົນເອງ.


ເພາະ​ເຮົາ​ເຊື່ອ​ແນ່​ວ່າ ບໍ່ມີ​ສິ່ງໃດ​ແຍກ​ພວກເຮົາ​ຈາກ​ຄວາມຮັກ​ຂອງ​ພຣະອົງ​ໄດ້ ຄວາມ​ຕາຍ​ຫລື​ຊີວິດ​ກໍດີ, ເທວະດາ​ຫລື​ຜູ້ຄອບຄອງ​ກໍດີ, ຫລື​ສິ່ງ​ທີ່​ມີ​ຢູ່​ໃນ​ປະຈຸບັນ​ຫລື​ສິ່ງ​ທີ່​ຈະ​ມີ​ມາ​ໃນ​ອະນາຄົດ​ກໍດີ ຫລື​ຣິດເດດ​ທັງຫລາຍ,


ແລະ​ພຣະເຈົ້າ​ຊົງຣິດ​ສາມາດ​ປະທານ​ພຣະຄຸນ​ອັນ​ອຸດົມ​ທຸກຢ່າງ​ແກ່​ເຈົ້າ​ທັງຫລາຍ ເພື່ອ​ໃຫ້​ພວກເຈົ້າ​ມີ​ທຸກສິ່ງ​ທຸກຢ່າງ​ພຽງພໍ​ສຳລັບ​ຕົວ​ຢູ່​ສະເໝີ ທັງ​ຈະ​ມີ​ສິ່ງ​ຂອງ​ບໍຣິບູນ​ສຳລັບ​ການງານ​ດີ​ທຸກຢ່າງ​ດ້ວຍ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ສ່ວນ​ຄົນ​ເຫຼົ່ານັ້ນ ໄດ້​ຕາຍໄປ​ໃນ​ຂະນະທີ່​ມີ​ຄວາມເຊື່ອ ໂດຍ​ບໍ່ໄດ້​ຮັບ​ສິ່ງ​ທີ່​ຊົງ​ສັນຍາ​ໄວ້ ແຕ່​ພວກເພິ່ນ​ກໍໄດ້​ເຫັນ​ແລະ​ຕ້ອນຮັບ​ໄວ້​ຕັ້ງແຕ່​ໄກ ແລະ​ຍອມ​ຮັບ​ວ່າ​ພວກເພິ່ນ​ເປັນ​ພຽງແຕ່​ແຂກ​ເມືອງ​ທີ່​ທ່ອງທ່ຽວ​ໄປມາ​ໃນ​ໂລກ.


ອັບຣາຮາມ​ເຊື່ອ​ແນ່​ວ່າ​ພຣະເຈົ້າ​ຊົງ​ຣິດ ສາມາດ​ບັນດານ​ໃຫ້​ອີຊາກ​ເປັນ​ຄືນ​ມາ​ຈາກ​ຕາຍ​ໄດ້ ແລະ​ອັບຣາຮາມ​ກໍໄດ້​ຮັບ​ອີຊາກ​ນັ້ນ ປຽບເໝືອນ​ເປັນ​ຄືນ​ມາ​ຈາກ​ຕາຍ​ແທ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka