Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:2 - ພຣະຄຳພີສັກສິ

2 ຖ້າ​ພຣະເຈົ້າ​ຊົງ​ໃຫ້​ເພິ່ນ​ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ພຣະອົງ​ຍ້ອນ​ສິ່ງ​ທີ່​ເພິ່ນ​ເຮັດ ເພິ່ນ​ກໍ​ຄົງ​ມີ​ສິ່ງ​ທີ່​ອວດອ້າງ​ໄດ້, ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ອັບຣາຮາມ​ບໍ່​ສາມາດ​ອວດອ້າງ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຖ້າ​ພຣະເຈົ້າ​ຖືວ່າ​ອັບຣາຮາມ​ເປັນ​ຜູ້ຊອບທຳ​ໂດຍ​ການປະຕິບັດ ເພິ່ນ​ກໍ​ມີ​ສິ່ງ​ທີ່​ຈະ​ອວດອ້າງ​ໄດ້ ແຕ່​ຕໍ່ໜ້າ​ພຣະເຈົ້າ​ແລ້ວ​ບໍ່​ເປັນ​ຢ່າງ​ນັ້ນ​ເລີຍ.

Uka jalj uñjjattʼäta Copia luraña




ໂຣມ 4:2
21 Jak'a apnaqawi uñst'ayäwi  

ແລ້ວ​ກະສັດ​ເອຢິບ​ກໍ​ເອີ້ນ​ອັບຣາມ​ມາ ແລະ​ສອບຖາມ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ແບບ​ນີ້? ເປັນຫຍັງ​ຈຶ່ງ​ບໍ່​ບອກ​ເຮົາ​ວ່າ ນາງ​ເປັນ​ເມຍ​ຂອງ​ເຈົ້າ?


ແລ້ວ​ກະສັດ​ເອຢິບ​ກໍ​ສັ່ງ​ຂ້າຣາຊການ​ໃຫ້​ພາ​ອັບຣາມ​ກັບ​ເມຍ​ຂອງ​ລາວ ແລະ​ເອົາ​ສິ່ງຂອງ​ທີ່​ລາວ​ມີ​ຢູ່ ແລະ​ໃຫ້​ອອກ​ໜີໄປ​ຈາກ​ປະເທດ​ເອຢິບ.


ພຣະອົງ​ບອກ​ຂ້າພະເຈົ້າ​ວ່າ, “ຈົ່ງ​ເຂົ້າ​ໄປ ແລະ​ເບິ່ງ​ສິ່ງ​ຊົ່ວຊ້າ​ອັນ​ໜ້າກຽດຊັງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ໃນ​ທີ່ນັ້ນ.”


ເຫດສະນັ້ນ ໃນ​ພຣະເຢຊູ​ຄຣິດເຈົ້າ ເຮົາ​ຈຶ່ງ​ອວດອ້າງ​ໄດ້ ເຖິງ​ສິ່ງ​ທີ່​ເຮົາ​ເຮັດ​ໃນ​ການ​ຮັບໃຊ້​ພຣະເຈົ້າ.


ເພື່ອ​ວ່າ ບໍ່​ໃຫ້​ມະນຸດ​ຄົນ​ໃດ​ອວດຕົວ​ໄດ້​ຊ້ອງໜ້າ​ພຣະເຈົ້າ.


ເພື່ອ​ໃຫ້​ເປັນ​ໄປ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້​ຢາກ​ອວດອ້າງ​ນັ້ນ ຈົ່ງ​ເອົາ​ອົງພຣະ​ຜູ້​ເປັນເຈົ້າ​ມາ​ອວດອ້າງ.”


ຜູ້ໃດ​ເຮັດ​ໃຫ້​ເຈົ້າ​ຕ່າງ​ຈາກ​ຄົນອື່ນໆ ຫລື​ມີ​ສິ່ງໃດ​ທີ່​ເຈົ້າ​ບໍ່ໄດ້​ຮັບ, ຖ້າ​ເຈົ້າ​ໄດ້​ຮັບ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ອວດ​ເໝືອນ​ກັບ​ວ່າ​ເຈົ້າ​ບໍ່ໄດ້​ຮັບ​ເລີຍ?


ເພາະ​ການ​ທີ່​ເຮົາ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ບໍ່ມີ​ເຫດ​ທີ່​ຈະ​ອວດອ້າງ​ໄດ້ ເພາະ​ຄວາມ​ຈຳເປັນ​ໄດ້​ຕົກ​ໃສ່​ເຮົາ ວິບັດ​ຈະ​ເກີດ​ມີ​ແກ່​ເຮົາ ຖ້າ​ເຮົາ​ບໍ່​ປະກາດ​ຂ່າວປະເສີດ.


ສິ່ງໃດ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເຮົາ​ກໍ​ຈະ​ເຮັດ​ຕໍ່ໄປ ເພື່ອ​ບໍ່​ໃຫ້​ຄົນ​ພວກ​ນັ້ນ​ມີ​ເຫດ​ອວດອ້າງ​ໄດ້​ວ່າ ການງານ​ທີ່​ພວກເຂົາ​ເຮັດ​ນັ້ນ​ແມ່ນ​ຢ່າງ​ດຽວ​ກັບ​ທີ່​ເຮົາ​ດຳເນີນ​ຢູ່.


ຖ້າ​ເຮົາ​ຕ້ອງ​ອວດ ເຮົາ​ກໍ​ຈະ​ອວດ​ເຖິງ​ສິ່ງ​ທີ່​ສະແດງ​ວ່າ​ເຮົາ​ອ່ອນແອ​ຢ່າງ​ໃດ.


ທີ່​ເວົ້າ​ຢ່າງ​ນີ້ ບໍ່ແມ່ນ​ພວກເຮົາ​ຍ້ອງຍໍ​ຕົວ​ເຮົາ​ເອງ​ຕໍ່​ເຈົ້າ​ທັງຫລາຍ, ແຕ່​ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ໄດ້​ມີ​ໂອກາດ​ສະແດງ​ຄວາມ​ອວດອ້າງ​ກ່ຽວກັບ​ພວກເຮົາ ເພື່ອ​ໃຫ້​ເຈົ້າ​ທັງຫລາຍ​ສາມາດ​ມີ​ຂໍ້​ໂຕ້ຕອບ​ແກ່​ຄົນ​ທັງຫລາຍ​ທີ່​ມັກ​ອວດ​ໃນ​ສິ່ງ​ພາຍ​ນອກ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ພາຍ​ໃນ​ຈິດໃຈ.


ແຕ່​ພຣະຄຳພີ​ໄດ້​ຮວບຮວມ​ສິ່ງ​ທັງໝົດ ໃຫ້​ເຂົ້າ​ຢູ່​ພາຍໃຕ້​ອຳນາດ​ຄວາມ​ຜິດບາບ ເພື່ອ​ວ່າ​ທຸກຄົນ​ທີ່​ເຊື່ອ​ຈະ​ໄດ້​ຮັບ​ຂອງ​ປະທານ​ຕາມ​ທີ່​ຊົງ​ສັນຍາ​ໄວ້ ຊຶ່ງ​ໄດ້​ຊົງ​ໂຜດ​ປະທານ ໂດຍ​ອາໄສ​ຄວາມເຊື່ອ​ໃນ​ພຣະເຢຊູ​ຄຣິດເຈົ້າ​ເປັນ​ຫລັກ.


ຄວາມ​ພົ້ນ​ນັ້ນ ບໍ່ແມ່ນ​ໄດ້​ມາ​ຍ້ອນ​ການ​ປະຕິບັດ​ຂອງ​ພວກເຈົ້າ​ເອງ ເພື່ອ​ວ່າ​ບໍ່​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ອວດ​ໄດ້.


ແລະ​ຈະ​ໄດ້​ປາກົດ​ຢູ່​ໃນ​ພຣະອົງ ໂດຍ​ບໍ່ມີ​ຄວາມ​ຊອບທຳ​ໃນ​ເຮົາ​ເອງ ຊຶ່ງ​ໄດ້​ມາ​ໂດຍ​ກົດບັນຍັດ ແຕ່​ມີ​ມາ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດ ເປັນ​ຄວາມ​ຊອບທຳ​ທີ່​ມາ​ຈາກ​ພຣະເຈົ້າ ຊຶ່ງ​ອາໄສ​ຄວາມເຊື່ອ.


ໂຢຊວຍ​ໄດ້​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ‘ດົນນານ​ມາ​ແລ້ວ ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທາງ​ຟາກ​ແມ່ນໍ້າ​ເອີຟຣັດ​ພຸ້ນ ແລະ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ຜູ້ໜຶ່ງ​ໃນ​ຄົນ​ເຫຼົ່ານັ້ນ​ແມ່ນ​ເຕຣາ ພໍ່​ຂອງ​ອັບຣາຮາມ​ແລະ​ນາໂຮ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka