Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 4:18 - ພຣະຄຳພີສັກສິ

18 ຝ່າຍ​ອັບຣາຮາມ​ນັ້ນ ເມື່ອ​ບໍ່ມີ​ຄວາມຫວັງ​ທີ່​ໜ້າ​ໄວ້ວາງໃຈ​ແລ້ວ ກໍ​ຍັງ​ເຊື່ອ​ໄວ້ວາງໃຈ ມີ​ຄວາມຫວັງ​ວ່າ​ຈະ​ເປັນ “ບິດາ​ຂອງ​ມວນ​ປະຊາຊາດ” ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ.”

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ທັງ​ທີ່​ບໍ່​ສົມຄວນ​ຈະ​ມີ​ຄວາມຫວັງ​ອັນໃດ ອັບຣາຮາມ​ກໍ​ຍັງ​ເຊື່ອ​ເພາະ​ເພິ່ນ​ມີ​ຄວາມຫວັງ​ເພິ່ນ​ຈຶ່ງ​ໄດ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ​ເໝືອນ​ທີ່​ໄດ້​ກ່າວ​ກັບ​ເພິ່ນ​ໄວ້​ແລ້ວ​ວ່າ, “ເຊື້ອສາຍ​ຂອງ​ເຈົ້າ​ຈະ​ເປັນ​ຢ່າງ​ນັ້ນ​ແຫລະ”.

Uka jalj uñjjattʼäta Copia luraña




ໂຣມ 4:18
12 Jak'a apnaqawi uñst'ayäwi  

ຈິດໃຈ​ຖືກ​ທຳລາຍ​ເມື່ອ​ສິ້ນຫວັງ, ແຕ່​ຄວາມ​ປາຖະໜາ​ທີ່​ເກີດ​ເປັນຈິງ​ເປັນ​ຕົ້ນໄມ້​ທີ່​ໃຫ້​ຊີວິດ.


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.


ເຊກາຣີຢາ​ເວົ້າ​ກັບ​ເທວະດາ​ນັ້ນ​ວ່າ, “ຂ້ານ້ອຍ​ຈະ​ຮູ້​ເຫດການ​ນີ້​ໄດ້​ຢ່າງ​ໃດ? ເພາະ​ຂ້ານ້ອຍ​ກໍ​ເຖົ້າແກ່​ແລ້ວ ແລະ​ເມຍ​ຂອງ​ຂ້ານ້ອຍ​ກໍ​ເໝືອນກັນ.”


ເພາະສະນັ້ນ ທ່ານ​ທັງຫລາຍ​ເອີຍ, ຈົ່ງ​ຊື່ນໃຈ​ເທາະ ເພາະ​ເຮົາ​ໄດ້​ວາງໃຈເຊື່ອ​ໃນ​ພຣະເຈົ້າ ເຮົາ​ຈຶ່ງ​ແນ່ໃຈ​ວ່າ ທຸກສິ່ງ​ຈະ​ເປັນ​ໄປ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ເຮົາ​ນັ້ນ.


ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ແລ້ວ​ວ່າ, “ເຮົາ​ໄດ້​ຕັ້ງ​ເຈົ້າ​ໃຫ້​ເປັນ​ບິດາ​ຂອງ​ຫລາຍ​ຊົນຊາດ” ຕັ້ງ​ໄວ້​ຈຳເພາະ​ພຣະພັກ​ພຣະເຈົ້າ​ທີ່​ເພິ່ນ​ໄດ້​ເຊື່ອ​ນັ້ນ ຄື​ພຣະເຈົ້າ​ຜູ້​ຊົງ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ ມີ​ຊີວິດ​ຄືນ​ມາ ແລະ​ຊົງ​ເອີ້ນ​ສິ່ງ​ຂອງ​ທີ່​ບໍ່ມີ ໃຫ້​ເກີດ​ມີ​ຂຶ້ນ​ມາ.


ເຖິງ​ແມ່ນ​ວ່າ ອັບຣາຮາມ​ມີ​ອາຍຸ​ສັງຂານ​ປະມານ​ຮ້ອຍ​ປີ​ແລ້ວ, ແຕ່​ຄວາມເຊື່ອ​ຂອງ​ເພິ່ນ​ບໍ່ໄດ້​ລົດນ້ອຍ​ຖອຍລົງ​ເລີຍ ເມື່ອ​ຄິດເຖິງ​ຮ່າງກາຍ​ຂອງຕົນ ທີ່​ປຽບ​ເໝືອນ​ຄື​ຕາຍ​ແລ້ວ ແລະ​ຄິດເຖິງ​ຊາຣາ​ເມຍ​ຂອງ​ເພິ່ນ​ທີ່​ເປັນ​ໝັນ.


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ເຫດ​ວ່າ ເຮົາ​ທັງຫລາຍ​ໄດ້​ພົ້ນ​ນັ້ນ ກໍ​ເພາະ​ດ້ວຍ​ຄວາມຫວັງ​ນີ້, ແຕ່​ຄວາມຫວັງ​ໃນ​ສິ່ງ​ທີ່​ຕາ​ເຫັນ​ຢູ່ ສິ່ງ​ນັ້ນ​ກໍ​ບໍ່​ເປັນ​ຄວາມຫວັງ​ອັນ​ແທ້ຈິງ. ດ້ວຍວ່າ, ຜູ້ໃດ​ແດ່​ຍັງ​ຈະ​ຫວັງ​ໃນ​ສິ່ງ​ທີ່​ຕົນ​ເຫັນ​ຢູ່​ແລ້ວ.


ຄວາມຫວັງ​ທີ່​ພວກເຮົາ​ຢຶດຖື​ນັ້ນ ເປັນ​ສະໝໍ​ທີ່​ແທ້ຈິງ​ອັນ​ໝັ້ນຄົງ​ຂອງ​ຈິດໃຈ ຄວາມຫວັງ​ນັ້ນ​ນຳ​ໄປ​ສູ່​ບ່ອນ​ສັກສິດ​ທີ່ສຸດ​ຢູ່​ເບື້ອງ​ຫລັງ​ຜ້າກັ້ງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka