ໂຣມ 4:16 - ພຣະຄຳພີສັກສິ16 ດ້ວຍເຫດນີ້ເອງ, ການທີ່ໄດ້ຮັບມໍຣະດົກນັ້ນ ຈຶ່ງຂຶ້ນຢູ່ກັບຄວາມເຊື່ອ ເພື່ອຈະໄດ້ເປັນຕາມພຣະຄຸນ ເພື່ອພຣະສັນຍານັ້ນຈະເປັນທີ່ວາງໃຈແກ່ຜູ້ສືບເຊື້ອສາຍຂອງເພິ່ນທຸກຄົນ ແລະບໍ່ແມ່ນຜູ້ສືບເຊື້ອສາຍທີ່ຖືກົດບັນຍັດພວກດຽວ, ແຕ່ແກ່ບັນດາຄົນທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມ ຜູ້ເປັນບິດາຂອງພວກເຮົາທັງໝົດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່16 ເຫດສະນັ້ນ ຄຳສັນຍາຈຶ່ງມາທາງຄວາມເຊື່ອ, ເພື່ອວ່າສິ່ງທີ່ສັນຍາຈະໄດ້ເປັນໂດຍພຣະຄຸນ ແລະ ເປັນທີ່ວາງໃຈແກ່ເຊື້ອສາຍຂອງອັບຣາຮາມທຸກຄົນ, ບໍ່ແມ່ນແຕ່ຜູ້ທີ່ຖືກົດບັນຍັດເທົ່ານັ້ນ ແຕ່ແມ່ນຜູ້ທີ່ມີຄວາມເຊື່ອຢ່າງດຽວກັນກັບອັບຣາຮາມດ້ວຍ. ເພິ່ນເປັນບິດາຂອງພວກເຮົາທັງໝົດ. Uka jalj uñjjattʼäta |
ແລະເພິ່ນໄດ້ຮັບພິທີຕັດນັ້ນ ເປັນໝາຍສຳຄັນ ຄືເປັນກາປະທັບຂອງຄວາມຊອບທຳ ຊຶ່ງເກີດດ້ວຍຄວາມເຊື່ອທີ່ເພິ່ນໄດ້ມີຢູ່ ເມື່ອເພິ່ນຍັງບໍ່ທັນໄດ້ຮັບພິທີຕັດເທື່ອນັ້ນ ເພື່ອເພິ່ນຈະໄດ້ເປັນບິດາຂອງຄົນທັງປວງທີ່ເຊື່ອ ຊຶ່ງພຣະເຈົ້າຊົງຖືວ່າເປັນຄົນຊອບທຳ ເຖິງແມ່ນວ່າຍັງບໍ່ໄດ້ຮັບພິທີຕັດກໍຕາມ.