ໂຣມ 4:15 - ພຣະຄຳພີສັກສິ15 ກົດບັນຍັດເປັນເຫດໃຫ້ພຣະເຈົ້າໂກດຮ້າຍ, ແຕ່ບ່ອນໃດທີ່ບໍ່ມີກົດບັນຍັດ ບ່ອນນັ້ນກໍບໍ່ມີການລ່ວງລະເມີດກົດບັນຍັດ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່15 ເພາະກົດບັນຍັດເປັນເຫດໃຫ້ຄວາມໂກດຮ້າຍນັ້ນມາເຖິງ, ແລະ ບ່ອນໃດທີ່ບໍ່ມີກົດບັນຍັດ ບ່ອນນັ້ນກໍບໍ່ມີການລ່ວງລະເມີດ. Uka jalj uñjjattʼäta |
ພວກເຂົາຈະໂຍນເງິນແລະຄຳຂອງຕົນຖິ້ມ ຕາມທ້ອງຖະໜົນຫົນທາງດັ່ງຖິ້ມຂີ້ເຫຍື້ອ ຍ້ອນວ່າທັງເງິນແລະຄຳຊ່ວຍພວກເຂົາບໍ່ໄດ້ອີກແລ້ວ ເມື່ອພຣະເຈົ້າຢາເວຖອກເທຄວາມໂກດຮ້າຍຂອງພຣະອົງ. ພວກເຂົາໃຊ້ມັນໃຫ້ຕອບສະໜອງຄວາມຕ້ອງການບໍ່ໄດ້ ຫລືໃຫ້ກະເພາະອີ່ມຍ້ອນເງິນຄຳບໍ່ໄດ້. ເງິນແລະຄຳພາໃຫ້ພວກເຂົາເຮັດບາບ.
ໃນມື້ນັ້ນ ເມື່ອພຣະເຈົ້າຢາເວລະບາຍຄວາມໂກດຮ້າຍອັນໃຫຍ່ຂອງພຣະອົງ ແມ່ນແຕ່ເງິນແລະຄຳທັງໝົດທີ່ພວກເຂົາມີຢູ່ ກໍຈະຊ່ວຍຫຍັງພວກເຂົາບໍ່ໄດ້. ແຜ່ນດິນໂລກທັງໝົດຈະຖືກທຳລາຍ ດ້ວຍໄຟແຫ່ງຄວາມໂກດຮ້າຍຂອງພຣະອົງ. ພຣະອົງຈະໃຫ້ເຖິງທີ່ສິ້ນສຸດ ຄືການສິ້ນສຸດຢ່າງກະທັນຫັນແກ່ທຸກໆຄົນ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້.