Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:8 - ພຣະຄຳພີສັກສິ

8 ຖ້າດັ່ງນັ້ນ ເປັນຫຍັງ​ເຮົາ​ຈຶ່ງ​ບໍ່​ເຮັດ​ຊົ່ວ ເພື່ອ​ຄວາມດີ​ຈະ​ເກີດຂຶ້ນ​ຈາກ​ຄວາມຊົ່ວ​ນັ້ນ ຕາມ​ທີ່​ມີ​ບາງຄົນ​ໄດ້​ໝິ່ນປະໝາດ ແລະ​ກ່າວຫາ​ວ່າ​ເຮົາ​ໃນ​ທຳນອງນີ້​ແລ້ວ ການ​ລົງໂທດ​ຄົນ​ຢ່າງ​ນັ້ນ​ກໍ​ຍຸດຕິທຳ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເປັນຫຍັງ​ບໍ່​ກ່າວ​ວ່າ, “ໃຫ້​ພວກເຮົາ​ເຮັດ​ຊົ່ວ​ເພື່ອ​ຄວາມດີ​ຈະ​ໄດ້​ເກີດຂຶ້ນ”? ຕາມ​ທີ່​ມີ​ບາງຄົນ​ໃສ່ຮ້າຍ​ວ່າ​ເຮົາ​ເວົ້າ​ຢ່າງ​ນັ້ນ. ການ​ລົງໂທດ​ຄົນ​ຢ່າງນັ້ນ​ກໍ​ຍຸຕິທຳ​ແລ້ວ.

Uka jalj uñjjattʼäta Copia luraña




ໂຣມ 3:8
10 Jak'a apnaqawi uñst'ayäwi  

ແຕ່​ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ​ໄດ້​ຕອບ​ໂຢຮານານ​ລູກຊາຍ​ຂອງ​ກາເຣຢາ​ວ່າ, “ຢ່າ​ເຮັດ​ເລີຍ ສິ່ງ​ທີ່​ເຈົ້າ​ກຳລັງ​ເວົ້າ​ກ່ຽວກັບ​ອິດຊະມາເອນ​ນັ້ນ ບໍ່​ເປັນ​ຄວາມຈິງ​ດອກ.”


“ເມື່ອ​ຄົນ​ກ່າວ​ນິນທາ​ແລະ​ຂົ່ມເຫັງ​ເຈົ້າ​ທັງຫລາຍ ແລະ​ເວົ້າ​ຄວາມຊົ່ວ​ອັນ​ບໍ່​ຈິງ​ທຸກຢ່າງ​ຕໍ່ສູ້​ເຈົ້າ​ທັງຫລາຍ ເພາະ​ເຫັນ​ແກ່​ເຮົາ ພວກເຈົ້າ​ກໍ​ເປັນ​ສຸກ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ສູ່​ໂລກ ກໍ​ເພື່ອ​ໃຫ້​ການ​ເຮັດ​ຜິດ​ຈະ​ປາກົດ​ຫລາຍ​ຂຶ້ນ, ແຕ່​ບ່ອນ​ໃດ​ມີ​ບາບ​ຫລາຍ​ຂຶ້ນ ບ່ອນ​ນັ້ນ​ກໍ​ມີ​ພຣະຄຸນ​ຂອງ​ພຣະເຈົ້າ​ຫລາຍ​ເພີ່ມ​ຂຶ້ນ.


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຄວນ​ສືບຕໍ່​ເຮັດ​ບາບ ເພື່ອ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ມີ​ຫລາຍ​ຂຶ້ນ​ຕື່ມ​ຊັ້ນບໍ?


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ພວກເຮົາ​ຈະ​ເຮັດ​ບາບ ເພາະ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ​ຊັ້ນບໍ? ບໍ່​ເປັນ​ຢ່າງ​ນັ້ນ​ດອກ


ຖ້າ​ເປັນ​ເຊັ່ນນັ້ນ​ແລ້ວ ພວກເຮົາ​ຈະ​ວ່າ​ຢ່າງ​ໃດ? ກົດບັນຍັດ​ຄື​ບາບ​ຊັ້ນບໍ? ບໍ່ແມ່ນ​ຢ່າງ​ນັ້ນ​ດອກ ແຕ່​ແມ່ນ​ກົດບັນຍັດ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ອັນ​ໃດ​ຄື​ບາບ, ຖ້າ​ກົດບັນຍັດ​ບໍ່ໄດ້​ຫ້າມ​ວ່າ, “ຢ່າ​ໂລບ” ເຮົາ​ກໍ​ບໍ່​ຮູ້​ວ່າ​ຄວາມ​ໂລບ​ນັ້ນ​ຄື​ອັນ​ໃດ.


ດັ່ງນັ້ນ ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ​ເລີຍ ທີ່​ຜູ້ຮັບໃຊ້​ຂອງ​ມັນ ປອມຕົວ​ເປັນ​ຜູ້ຮັບໃຊ້​ຂອງ​ຄວາມ​ຊອບທຳ ບັ້ນ​ສຸດທ້າຍ​ຄົນ​ເຫຼົ່ານັ້ນ​ຈະ​ໄດ້​ຮັບ​ຜົນ​ຕາມ​ການ​ກະທຳ​ຂອງ​ພວກເຂົາ.


ທັງ​ເວລາ​ທີ່​ໄດ້​ຮັບ​ກຽດ ແລະ​ທັງ​ເວລາ​ຖືກ​ລົດ​ກຽດ, ທັງ​ເວລາ​ຖືກ​ໝິ່ນປະໝາດ ແລະ​ເວລາ​ຮັບ​ຄຳ​ຊົມເຊີຍ. ພວກເຮົາ​ຖືກ​ກ່າວຫາ​ວ່າ​ເປັນ​ຄົນ​ຫລອກລວງ, ແຕ່​ຍັງ​ເປັນ​ຄົນ​ສັດຊື່​ຢູ່;


ດ້ວຍວ່າ, ມີ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ບາງຄົນ​ໄດ້​ແອບແຝງ​ເຂົ້າ​ມາ​ຢູ່​ໃນ​ທ່າມກາງ​ພວກເຈົ້າ, ເປັນ​ບຸກຄົນ​ທີ່​ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ເປັນ​ຊ່ອງທາງ​ໃຫ້​ຕົນ​ເຮັດ​ຕາມ​ກິເລດ​ຕັນຫາ ແລະ​ເປັນ​ຜູ້​ທີ່​ປະຕິເສດ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ຊົງ​ເປັນ​ເຈົ້ານາຍ ແລະ​ເປັນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ແຕ່​ອົງ​ດຽວ​ຂອງ​ພວກເຮົາ. ພຣະຄຳພີ​ໄດ້​ກຳນົດ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ ເຖິງ​ການ​ຕັດສິນ​ລົງໂທດ​ທີ່​ພວກເຂົາ​ຈະ​ໄດ້​ຮັບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka