Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຣມ 3:7 - ພຣະຄຳພີສັກສິ

7 ແຕ່​ຖ້າ​ວ່າ​ຄວາມ​ຕົວະ​ຂອງເຮົາ ເປັນ​ເຫດ​ໃຫ້​ເຫັນ​ຄວາມ​ທ່ຽງທຳ​ຂອງ​ພຣະເຈົ້າ​ໄດ້​ປາກົດ​ແຈ້ງ​ຄັກ ແລະ​ເປັນ​ທີ່​ໃຫ້​ເກີດ​ກຽດຕິຍົດ​ແກ່​ພຣະອົງ ເປັນຫຍັງ​ເຮົາ​ຈຶ່ງ​ຖືກ​ຊົງ​ລົງໂທດ​ເໝືອນ​ຄົນ​ຜິດບາບ​ຜູ້ໜຶ່ງ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ມີ​ບາງຄົນ​ອາດ​ຕອບໂຕ້​ວ່າ, “ຖ້າ​ຄວາມຕົວະ​ຂອງ​ເຮົາ​ເຮັດ​ໃຫ້​ເຫັນ​ຄວາມສັດຊື່​ຂອງ​ພຣະເຈົ້າ​ຊັດເຈນ​ຂຶ້ນ ແລະ ເປັນ​ການ​ເພີ່ມເຕີມ​ກຽດຕິຍົດ​ຂອງ​ພຣະອົງ, ແລ້ວ​ເປັນຫຍັງ​ເຮົາ​ຍັງ​ຖືກ​ຕັດສິນ​ລົງໂທດ​ວ່າ​ເປັນ​ຄົນບາບ?”

Uka jalj uñjjattʼäta Copia luraña




ໂຣມ 3:7
17 Jak'a apnaqawi uñst'ayäwi  

ມາ​ເທາະ ໃຫ້​ພວກເຮົາ​ຂ້າ​ລາວ ແລະ​ໂຍນ​ຊາກສົບ​ຂອງ​ລາວ​ຖິ້ມ​ລົງ​ໃນ​ນໍ້າສ້າງ​ທີ່​ບໍ່ມີ​ນໍ້າ. ພວກເຮົາ​ເວົ້າ​ວ່າ​ສັດຮ້າຍ​ກັດ​ກິນ​ລາວ​ກໍໄດ້. ແລ້ວ​ພວກເຮົາ​ກໍ​ຈະ​ໄດ້​ເຫັນ​ວ່າ ຄວາມຝັນ​ຂອງ​ລາວ​ນັ້ນ​ຈະ​ເປັນ​ຢ່າງ​ໃດ​ກັນ​ແທ້?”


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ປະຊາຊົນ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ການ​ຕິດຕາມ​ທຳລາຍ​ຂອງ​ຊາວ​ເອຢິບ. ຊາວ​ອິດສະຣາເອນ​ໄດ້​ເຫັນ​ຊາກສົບ​ຂອງ​ຊາວ​ເອຢິບ ຢາຍ​ເດຍລະດາດ​ຢູ່​ຕາມ​ແຄມ​ທະເລ.


ເມື່ອ​ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຮູ້​ວ່າ ປະຊາຊົນ​ອິດສະຣາເອນ​ໄດ້​ໜີໄປ​ແລ້ວ, ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ກໍ​ປ່ຽນໃຈ​ແລະ​ສອບ​ຖາມ​ວ່າ, “ເປັນຫຍັງ​ພວກເຮົາ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ໄດ້​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໜີໄປ ແລະ​ພວກເຮົາ​ກໍ​ເສຍ​ທາດຮັບໃຊ້​ໄປ​ໝົດ.”


ເຮົາ​ຮູ້​ແລ້ວ​ວ່າ ກະສັດ​ຟາໂຣ​ແຫ່ງ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກເຈົ້າ​ໄປ ເວັ້ນໄວ້​ແຕ່​ລາວ​ຈະ​ຖືກ​ບີບ​ບັງຄັບ​ເທົ່ານັ້ນ.


ພຣະເຢຊູເຈົ້າ​ກ່າວ​ຕໍ່​ເປໂຕ​ວ່າ, “ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ກ່ອນ​ໄກ່​ຂັນ​ໃນ​ຄືນ​ນີ້ ເຈົ້າ​ຈະ​ປະຕິເສດ​ວ່າ​ບໍ່​ຮູ້ຈັກ​ເຮົາ​ເຖິງ​ສາມ​ເທື່ອ.”


ໂດຍ​ສອດຄ່ອງ​ກັບ​ແຜນການ​ຂອງ​ພຣະເຈົ້າ ທີ່​ພຣະອົງ​ໄດ້​ກຳນົດ​ຄາດໝາຍ​ໄວ້​ລ່ວງໜ້າ​ກ່ອນ​ແລ້ວ​ວ່າ ພຣະເຢຊູເຈົ້າ​ຈຳຕ້ອງ​ຖືກ​ມອບ​ໃຫ້​ພວກທ່ານ ແລະ​ພວກທ່ານ​ໄດ້​ມອບ​ໃຫ້​ບັນດາ​ຄົນ​ນອກ​ສາສະໜາ ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ ແລະ​ປະຫານ​ຊີວິດ​ເສຍ.


ບໍ່​ເປັນ​ຢ່າງນັ້ນ​ດອກ ພຣະເຈົ້າ​ກ່າວ​ແຕ່​ຄວາມຈິງ ເຖິງ​ແມ່ນ​ວ່າ​ມະນຸດ​ທຸກຄົນ​ເວົ້າ​ຕົວະ​ກໍຕາມ, ດັ່ງ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, “ເພື່ອ​ພຣະອົງ​ຈະ​ໄດ້​ປາກົດ​ວ່າ ຊົງ​ເປັນ​ຜູ້​ທ່ຽງທຳ ໃນ​ຖ້ອຍຄຳ​ທັງຫລາຍ​ຂອງ​ພຣະອົງ ແລະ​ຊົງ​ມີໄຊ​ເມື່ອ​ພວກເຂົາ​ກ່າວໂທດ​ໃສ່​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka