ໂຣມ 3:5 - ພຣະຄຳພີສັກສິ5 ແຕ່ຖ້າວ່າຄວາມຊົ່ວຂອງພວກເຮົາ ເປັນເຫດຊີ້ໃຫ້ເຫັນຄວາມຍຸດຕິທຳຂອງພຣະເຈົ້າແລ້ວ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າລົງໂທດບໍ່ຍຸດຕິທຳຢ່າງນັ້ນບໍ່? (ເຮົາເວົ້າຢ່າງມະນຸດ). Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່5 ແຕ່ຖ້າຄວາມອະທຳຂອງພວກເຮົາເຮັດໃຫ້ເຫັນຄວາມຊອບທຳຂອງພຣະເຈົ້າຊັດເຈນຫລາຍຂຶ້ນ ພວກເຮົາຈະວ່າຢ່າງໃດ? ຈະວ່າພຣະເຈົ້າບໍ່ຍຸຕິທຳບໍທີ່ໃຫ້ຄວາມໂກດຮ້າຍຂອງພຣະອົງລົງມາເທິງພວກເຮົາ? (ເຮົາກຳລັງໃຊ້ເຫດຜົນຢ່າງມະນຸດ.) Uka jalj uñjjattʼäta |
ເຮົາຍົກເອົາຕົວຢ່າງຂອງມະນຸດມາກ່າວ ເພາະເຫດຄວາມຈຳກັດຢ່າງມະນຸດທຳມະດາຂອງພວກເຈົ້າ. ເມື່ອກ່ອນພວກເຈົ້າໄດ້ເຄີຍມອບອະໄວຍະວະຂອງພວກເຈົ້າໝົດທັງສິ້ນ ໃຫ້ເປັນທາດຂອງຄວາມຊົ່ວມົວໝອງແລະຄວາມອະທຳ ເພື່ອເຮັດການອະທຳອັນຊົ່ວຮ້າຍສັນໃດ, ບັດນີ້ ພວກເຈົ້າຈົ່ງມອບອະໄວຍະວະໃຫ້ເປັນທາດຂອງຄວາມຊອບທຳເປັນການສິ້ນສຸດ ເພື່ອໃຫ້ເຖິງການຊຳລະໃຫ້ບໍຣິສຸດສັນນັ້ນ.
ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ.